ບໍລິຄໍາໄຊ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 16 ສະໄໝທີ VII

25/07/2024 14:27
Email Print 461
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VII ຈັດຂຶ້ນໃນວັນທີ 24 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍລິຄໍາໄຊ,

   ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VII ຈັດຂຶ້ນໃນວັນທີ 24 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍລິຄໍາໄຊ, ມີບັນດາຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກົມກອງ, ເລຂາພັກເມືອງ, ອົງການຈັດຕັ້ງ ແລະ ພະນັກງານອາວຸໂສບໍານານເຂົ້າຮ່ວມ.
  ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຕີລາຄາຄືນ ການນໍາພາ-ຊີ້ນໍາ
ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຜ່ານມາ, ຮັບຟັງການລາຍງານວຽກງານ ທີ່ສຳຄັນຈຳນວນໜຶ່ງ ເປັນຕົ້ນ ບົດສະຫລຸບຕີລາຄາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນໃນຕໍ່ໜ້າ; ບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024; ຮັບຟັງການຕີລາຄາ-ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ການລາຍງານເນື້ອໃນຕົ້ນຕໍຈໍານວນໜຶ່ງ ຂອງອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ 3 ຂັ້ນ. ໃນໄລຍະ 6 ເດືອນຕົ້ນປີ 2024 ຜ່ານມາ ວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ໄດ້ຕັ້ງໜ້າແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ການລະດົມທົ່ວສັງຄົມ ມີສ່ວນຮ່ວມປຸກສ້າງເຮືອນ ໃຫ້ຄອບຄົວທຸກຍາກ-ຄອບຄົວອານາຖາ, ປັບປຸງເສັ້ນທາງຊອຍ-ກໍ່ສ້າງທາງເບຕົງ, ຕິດຕັ້ງໄຟຟ້າແສງຕາເວັນເຍືອງທາງ, ຕິດປ້າຍເຂົ້າຮ່ອມພາຍໃນບ້ານ, ປຸກສ້າງຫ້ອງການບ້ານ ແລະ ອື່ນໆ; ໄດ້ສະຫລຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງໄລຍະ 9 ເດືອນ ສົກປີ 2023-2024 ຢູ່ 7 ເມືອງສໍາເລັດ; ໄດ້ຈັດພິທີປະກາດບ້ານໃຫຍ່ຕົວເມືອງໃນຊົນນະບົດ ເພີ່ມຂຶ້ນ 3 ບ້ານ (ບ້ານທົ່ງແສນ ເມືອງຄຳເກີດ, ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຫ້ວຍຄູນ ເມືອງບໍລິຄັນ) ປັດຈຸບັນມີ 6 ບ້ານ. ສໍາລັບບ້ານຫລຸດພົ້ນອອກຈາກ ຄວາມທຸກຍາກ ມີ 265 ບ້ານ, ເພີ່ມຂຶ້ນ 1 ບ້ານ, ຄອບຄົວຫລຸດພົ້ນອອກຈາກຄອບຄົວທຸກຍາກ ມີ 53.810 ຄອບຄົວ, ເພີ່ມຂຶ້ນ 1.637 ຄອບຄົວ.
   ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານ ຂອງບັນດາພະແນກການ
, ບັນດາເມືອງ ໃນການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຈະໄດ້ສັງລວມຄໍາຄິດເຫັນ ຂອງບັນດາຄະນະບໍລິຫານງານພັກແຂວງ ແລະ ຜູ້ແທນກອງປະຊຸມ ຫັນເປັນທິດຊີ້ນໍາຂອງກອງປະຊຸມ ອອກເປັນມະຕິ ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ເລິກເຊິ່ງກວ່າເກົ່າ ເພື່ອສ້າງຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານພັກແຂວງ ເຊິ່ງກໍຄືຄະນະພັກແຕ່ລະຂັ້ນ ໃນການຍູ້ແຮງ ການຈັດຕັ້ງປະຕິບັດ ໃຫ້ເຂົ້າສູ່ວຽກງານຕົວຈິງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນແຕ່ລະຂົງເຂດວຽກງານ ຂອງທ້ອງຖິ່ນຮາກຖານ.

ຂ່າວ-ພາບ: ຄຳຟອງ
KPL

ຂ່າວອື່ນໆ

ads
ads

Top