ທົ່ວໂລກ ຕ້ອງການ ບຸກຄະລາກອນການບິນ ເພີ່ມຂຶ້ນເກືອບ 2,4 ລ້ານຄົນ

25/07/2024 15:19
Email Print 441
ຂປລ ບໍລິສັດໂບອິງ (Boeing) ເປັນຜູ້ຜະລິດ ເຮືອບິນ ຂອງ ສ.ອາເມລິກາ ຄາດການວ່າ ຄວາມຕ້ອງການ ບຸກຄະລາກອນ ດ້ານການບິນ ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນໄລຍະອີກ 20 ປີ ຕໍ່ໜ້າ ຫລັງຈາກ ຝຸງບິນ ເຊິ່ງການຄ້າ ທົ່ວໂລກ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ບໍລິສັດໂບອິງ (Boeing) ເປັນຜູ້ຜະລິດ ເຮືອບິນ  ຂອງ ສ.ອາເມລິກາ ຄາດການວ່າ ຄວາມຕ້ອງການ ບຸກຄະລາກອນ ດ້ານການບິນ ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນໄລຍະອີກ 20 ປີ ຕໍ່ໜ້າ ຫລັງຈາກ ຝຸງບິນ ເຊິ່ງການຄ້າ ທົ່ວໂລກ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ບົດລາຍງານ ທ່າອຽງ ນັກບິນ ແລະ ນາຍຊ່າງ ເຕັກນິກ (PTO) ໃນປີ 2024 ຂອງ ບໍລິສັດ ລະບຸວ່າ ອຸດສາຫະກຳ ການບິນ ເຊິງການຄ້າ ຈະຕ້ອງການ ບຸກຄະລາກອນ ຜູ້ຊ່ຽວຊານໃໝ່ ເກືອບ 2,4 ລ້ານຄົນ ເພື່ອສະໜັບສະໜູນ ຝຸງບິນ ເຊິ່ງການຄ້າ ທີ່ ພວມຈະເລີນ ເຕີບໂຕຂຶ້ນ ແລະ ຕອບສະໜອງ ການເດີນທາງ ທາງອາກາດ ນັບມື້ເພີ່ມຂຶ້ນ ໃນໄລຍະຍາວ. ບົດລາຍງານ ລະບຸວ່າ ສາຍການບິນ ທາງການຄ້າ ຕ້ອງການ ນັກບິນ 674.000 ຄົນ, ຜູ້ສ້ອມແປງ ບຳລຸງ ຈຳນວນ 716.000 ຄົນ ແລະ ຈຸບິນ 980.000 ຄົນ ຈົນເຖິງ ປີ 2043 ເພື່ອຮັບຮອງ ການດຳເນີນງານ ຂອງ ຝຸງບິນ ການຄ້າ ທົ່ວໂລກ.

ໂດຍທ່ານ ກຣີສ ບຣູມ ຮອງປະທານ ຝ່າຍການ ຝຶກອົບຮົມ ເຊິ່ງການຄ້າ ປະຈຳ ບໍລິສັດ ໂບອິງ ໂກຣບອນ ເຊີຣວິສ (BGS) ເປີດເຜີຍວ່າ: ຄວາມຕ້ອງການ ບຸກຄະລາກອນ ດ້ານການບິນ ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ດ້ວຍແຮງ ຂັບເຄື່ອນ ຈາກ ການຈາລະຈອນ ທາງອາກາດ ທີ່ມີ ທ່າອຽງ ເພີ່ມຂຶ້ນຫລາຍ ກ່ອນເກີດການ ແພ່ລະບາດ ພະຍາດໂຄວິດ-19 , ການອອກຈາກ ວຽກງານ ຂອງ ບຸກຄະລາກອນ ແລະ ການເຕີບໂຕ ຂອງຝຸງບິນ ເຊິ່ງການຄ້າແລະອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top