ກອງພົນທີ 2 ຈັດພິທີປ່ອຍປາ ຄືນສູ່ທໍາມະຊາດ

19/07/2024 12:50
Email Print 775
ຂປລ ຂປລ. ກອງພົນທີ 2 ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ສາຍນໍ້າຕຽນ ໃນວັນທີ 12 ກໍລະກົດ 2024 ໂດຍການ​ເຂົ້າ​ຮ່ວມ​ຂອງທ່ານ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2,

  

   ຂປລ. ກອງພົນທີ ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ສາຍນໍ້າຕຽນ ໃນວັນທີ 12 ກໍລະກົດ 2024 ໂດຍການ​ເຂົ້າ​ຮ່ວມ​ຂອງທ່ານ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ ຄະນະບັນຊາ 5 ອົງການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
  
ທ່ານ ພັນໂທ ຄຳພັດ ປະພັດສິນ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 2 ໄດ້ກ່າວວ່າ: ໄລຍະ​ຜ່ານມາ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສໍາຄັນ ຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ່ງ​ນັ້ນ​ຈຶ່ງໄດ້ກຳນົດເອົາວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ, ເຊິ່ງ​ໃນ​ນີ້ ຄະນະພັກ ຄະນະບັນຊາກອງພົນທີ 2 ຍາມໃດກໍເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ ແລະ ໄດ້ຊີ້ນຳບັນດາອົງການ, ກົມກອງເຫລົ່າຮົບ ທີ່ຂຶ້ນກັບກອງພົນທີ 2 ຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈິດສຳນຶກໃຫ້ພະະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເຂົ້າມາມີສ່ວນຮ່ວມ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ສັດນ້ຳ-ສັດປ່າ ທີ່ຫາຍາກ ແລະ ມີຄວາມສ່ຽງໃກ້ຈະສູນພັນ ໄວ້ຢູ່ຄູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫລານລາວຕະຫລອດໄປ.
   
ພິທີປ່ອຍປາໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນ ຄືນຄວາມສົມດູນໃຫ້ທຳມະຊາດ ເຊິ່ງລູກປານຳມາປ່ອຍທັງໝົດ 4.000 ໂຕ ໃນນັ້ນ, ມີ ປານິນ 1.000 ໂຕ, ປາໄນ 1.000 ໂຕ, ປາອິນເດຍ 1.000 ໂຕ ແລະ ປາປາກ 1.000 ໂຕ.

ຂ່າວ: ສຸວັນໂນ ທະລັງສີ
KPL

ຂ່າວອື່ນໆ

ads
ads

Top