ເມືອງເງິນ ສູ້ຊົນປ່ອຍປາລົງສູ່ແຫລ່ງນໍ້າທໍາມະຊາດ ໃຫ້ໄດ້ 570.000 ໂຕ

19/07/2024 12:33
Email Print 651
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 12 ກໍລະກົດ 2024 ຜ່ານມາ ທີ່ອ່າງເກັບນໍ້າຫ້ວຍນານ້ອຍ ເມືອງເງິນ ແຂວງ ໄຊຍະບູລີ ຈັດພິທີປ່ອຍປາ ລົງສູ່ແຫລ່ງນໍ້າທໍາມະຊາດ ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ

 

    ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 12 ກໍລະກົດ 2024 ຜ່ານມາ ທີ່ອ່າງເກັບນໍ້າຫ້ວຍນານ້ອຍ ເມືອງເງິນ ແຂວງ ໄຊຍະບູລີ ຈັດພິທີປ່ອຍປາ ລົງສູ່ແຫລ່ງນໍ້າທໍາມະຊາດ ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ 2024 ໂດຍການເຂົ້າຮ່ວມຂອງທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນ ບໍລິສັດໄຟຟ້າຫົງສາ ພ້ອມດ້ວຍບັນດາຫ້ອງການອ້ອມຂ້າງເມືອງ, ພະນັກງານ, ນັກທຸລະກິດ ຜູ້ປະກອບການ ແລະ ນາຍບ້ານເທສະບານເມືອງເຂົ້າຮ່ວມ.  ທ່ານ ທະວີສັກ ໄຊຍະວົງ ໄດ້ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸງ) ແລະ ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງ ໃນໄລຍະຜ່ານມາ ການນຳຂັ້ນຕ່າງໆ ກໍໄດ້ເອົາໃຈໃສ່ນໍາພາ ແລະ ຊີ້ນໍາຕໍ່ກັບການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນ້ຳ ແລະ ສັດປ່າ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນ ໃຫ້ທໍາມະຊາດ, ມີການຄຸ້ມຄອງນຳໃຊ້ແບບຍືນຍົງຕາມນະໂຍບາຍວາງອອກ ໂດຍບໍ່ມີວັນບົກແຫ້ງ.   ໃນປີ 2024 ເມືອງເງິນ ມີແຜນສູ້ຊົນປ່ອຍປາໃຫ້ໄດ້ 570.000 ໂຕ ໃນນີ້, ໄດ້ປ່ອຍກ່ອນວັນທີ 13 ກໍລະກົດ 2024 ຈໍານວນ 361.000 ໂຕ ແລະ ຈະນຳໄປປ່ອຍຫລັງວັນທີ 13 ກໍລະກົດ 2024 ຈໍານວນ 173.000 ໂຕ, ສຳລັບປ່ອຍພິທີທາງການໃນວັນທີ 13 ກໍລະກົດ 2024 ນີ້ຈຳນວນ 36.000 ໂຕ ມີ 4 ຈຸດໃນທົ່ວເມືອງ ຄື: ອ່າງເກັບນໍ້າຫວຍນານ້ອຍ 15.000 ໂຕ, ອ່າງເກັບນໍ້າຫ້ວຍເພຍງາມ 7.000 ໂຕ, ວັງສະຫງວນບ້ານຂອນ 7.000 ໂຕ, ວັງສະຫງວນຝາຍນໍ້າເງິນ 7.000 ໂຕ ແລະ ປ່ອຍລົງແຫລ່ງນໍ້າທໍາມະຊາດອີກຈໍານວນໜຶ່ງ, ປາທີ່ປ່ອຍໃນປີນີ້ ປະກອບມີ: ປານິນ, ປາໄນ, ປາປາກ ແລະ ປາອິນເດຍ.

 

ຂ່າວ-ພາບ: ສຸລີຍາ ແສງເດືອນ
KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top