ເມືອງທຸລະຄົມ ຈະຜະລິດເຂົ້ານາປີໃຫ້ໄດ້ 9.000 ກວ່າເຮັກຕາ

19/07/2024 12:23
Email Print 547
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງທຸລະຄົມ ແຂວງວຽງຈັນ ວາງ​ແຜນສູ້ຊົນຜະລິດເຂົ້ານາປີ ​ໃນ​ປີ 2024 ນີ້ໃຫ້ໄດ້ 9.165 ເຮັກຕາ ຕິດພັນກັບການຊຸກຍູ້ປະຊາຊົນປູກພືດລະດູຝົນ

   ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງທຸລະຄົມ ແຂວງວຽງຈັນ ວາງ​ແຜນສູ້ຊົນຜະລິດເຂົ້ານາປີ ​ໃນ​ປີ 2024 ນີ້ໃຫ້ໄດ້ 9.165 ເຮັກຕາ ຕິດພັນກັບການຊຸກຍູ້ປະຊາຊົນປູກພືດລະດູຝົນ ​ແລະ ຄາດຄະເນຜົນຜະລິດໃຫ້ໄດ້ 42.159 ໂຕນ ໂດຍນໍາໃຊ້ແນວພັນປັບປຸງ 100%, ເຊັ່ນ: ທ່າ​ດອກ​ຄຳ 8, ທ່າ​ດອກ​ຄຳ 11 ແລະ ເຊບັ້ງໄຟ 4.
  ອີງຕາມການລາຍງານຂອງ ທ່ານ ຄໍາສອນ ກຸນນະວົງ ຮັກສາການ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ຕໍ່ນັກຂ່າວເມືອງ ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
5 ປີ 2020-2024 ຂອງເມືອງທຸລະຄົມ ແຂວງວຽງຈັນ ວາງອອກ ກໍຄືທິດທາງວຽກງານຈຸດສຸມ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍານົດໄວ້, ດັ່ງນັ້ນ ຄະນະນໍາຂອງຫ້ອງການດັ່ງກ່າວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍມີການຫ້າງຫາກະກຽມ ແລະ ສ້າງເອກະພາບແຕ່ຫົວທີ ໃນການນໍາເອົາແຜນການທີ່ວາງໄວ້ລົງໄປຈັດຕັ້ງປະຕິບັດ ເພື່ອປະກອບສ່ວນຮອງຮັບການຜະລິດເຂົ້າ ສໍາລັບບໍລິໂພກ ແລະ ຂາຍເປັນສິນຄ້າ. ພ້ອມ​ນີ້, ​ໄດ້ສົມທົບກັບກຸ່ມບ້ານ, ອົງການປົກຄອງບ້ານ, ສະມາຊິກກຸ່ມການຜະລິດ, ປະຊາຊົນ ກໍຄືກະສິກອນຢູ່ບັນດາບ້ານ ກະກຽມຄວາມພ້ອມເຂົ້າສູ່ການຜະລິດເຂົ້ານາປີ ຕິດພັນກັບການປູກພືດລະດູຝົນ ເປັນຕົ້ນ ກະກຽມແນວພັນ, ພາຫະນະການຜະລິດ, ກໍາລັງແຮງງານການຜະລິດ, ຝຸ່ນຄອກ, ອຸປະກອນຮັບໃຊ້, ຊຸກຍູ້ສ້ອມແປງ, ປັບປຸງລະບົບຊົນລະປະທານ, ອອກແຮງງານລວມລວງຄອງ, ອະນາໄມແລວນໍ້າ ແລະ ປັດໄຈພື້ນຖານສໍາຄັນອື່ນໆ.
   ​ປັດຈຸບັນການຈັດຕັ້ງປະຕິບັດແຜນການຜະລິດ​ນາປີທີ່ວາງໄວ້ ຫລາຍບ້ານມີຄວາມຄືບໜ້າໃນລະດັບທີ່ດີ ຊຶ່ງສໍາເລັດ​ແລ້ວ​ປະມານ 80% ​ໃນ​ນີ້,
ນາຫວ່ານ-ນາ​ຢອດ ປະຕິບັດ​ໄດ້ 7.324 ເຮັກຕາ ​ແລະ ນາ​ດຳ ​ປະຕິບັດໄດ້ 1.464 ​ເຮັກຕາ, ​ເຊິ່ງການ​ຜະລິດ​ຂອງ​ປະຊາຊົນ ສ່ວນ​ຫລາຍ​ນຳ​ໃຊ້​ແຮງ​ງານ​ໃນ​ການປັກດໍາດ້ວຍຄົນ ​ແລະ ກົນຈັກ. ສຳລັບການປູກພືດໃນລະດູຝົນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ວາງແຜນການໃນ 6 ເດືອນຕົ້ນ​ປີໃຫ້ໄດ້ 5.054 ເຮັກຕາ, ຄາດຄະເນຜົນຜະລິດ 48.112 ໂຕນ, ເດັ່ນກວ່າໝູ່ແມ່ນ ການປູກມັນຕົ້ນ, ກ້ວຍ, ສາລີຫວານ, ສາລີແຂງ, ພືດພັນຕ່າງໆຢູ່ເຂດລ້ອງງື່ມ ແລະ ເຂດສະຖານີຊົນລະກະເສດນໍ້າມັງ 03.

 ຂ່າວ: ບ່າວຫາດໄຊ

KPL

ຂ່າວອື່ນໆ

    • ຝຶກອົບຮົມວຽກບໍລິຫານຄວາມສ່ຽງໃນການ ປະຕິບັດລະບຽບການ ດ້ານສ່ວຍສາອາກອນວັດທະນະທຳ-ສັງຄົມ

      ຝຶກອົບຮົມວຽກບໍລິຫານຄວາມສ່ຽງໃນການ ປະຕິບັດລະບຽບການ ດ້ານສ່ວຍສາອາກອນ

      1/21/2025 9:14:51 PM

      ຂປລ. ກົມສ່ວຍສາອາກອນ ສປປ ລາວ ຮ່ວມກັບ ທະນາຄານໂລກ WB ເປີດຊຸດອົບຮົມ ໃນຫົວຂໍ້: ການບໍລິຫານຄວາມສ່ຽງ ໃນການປະຕິບັດລະບຽບ ການດ້ານສ່ວຍສາອາກອນ ໃນລະຫວ່າງວັນທີ 20-22 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ, ມີຊ່ຽວຊານອາວຸໂສ ດ້ານການບໍລິຫານພາກລັດປະຈຳທະນາຄານໂລກ (WB), ທີ່ປຶກສາຈາກທະນາຄານໂລກ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກບັນດາພະແນກອ້ອມຂ້າງກົມສ່ວຍສາອາກອນ, ຕາງໜ້າຈາກສ່ວຍສາອາກອນປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ

    • ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ສຳລັບນັກທ່ອງທ່ຽວຕ່າງປະເທດວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ສຳລັບນັກທ່ອງທ່ຽວຕ່າງປະເທດ

      1/21/2025 5:35:23 PM

      ສາຍການບິນຫວຽດເຈັດ (Vietjet ) ມອບສ່ວນຫລຸດ 50% ສໍາລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ/ຮ່າໂນ້ຍໃຫ້ນັກທ່ອງທ່ຽວຕ່າງປະເທດ ໄດ້ມີໂອກາດສຳຜັດບັນຍາກາດຄວາມສວຍງາມຂອງຫວຽດນາມໃນລະດູໃບໄມ້ປົ່ງ

    • ຮວຜທ ຕ້ອນຮັບພາກສ່ວນຕ່າງໆ ເຂົ້າອວຍພອນໂອກາດວັນສ້າງຕັ້ງກອງທັບວັດທະນະທຳ-ສັງຄົມ

      ຮວຜທ ຕ້ອນຮັບພາກສ່ວນຕ່າງໆ ເຂົ້າອວຍພອນໂອກາດວັນສ້າງຕັ້ງກອງທັບ

      1/21/2025 2:36:28 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ພັກ-ຄະນະອໍານວຍ​ການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາ​ໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ​ແລະ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມ​ຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມອວຍພອນ ​ແລະ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຈໍານວນ​ໜຶ່ງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ແລະ ປີໃໝ່ ສາກົນ 2025 ຈາກ​ພາກສ່ວນ​ຕ່າງໆ.

    • ທາດໂຜ່ນອາຍຸ 2,500 ປີ ທີ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ທາດໂຜ່ນອາຍຸ 2,500 ປີ ທີ່ແຂວງສະຫວັນນະເຂດ

      1/21/2025 10:15:55 AM

      ທາດໂຜ່ນ​ ຖືເປັນປະດິດສະ​ຖານວັດທະນະອັນເກົ່າແກ່ ທີ່ເປັນສູນລວມຈິດໃຈຂອງປະຊາຊົນ ແຂວງສະຫວັນນະເຂດ​ ລວມເຖິງປວງຊົນລາວທັງຊາດ​ ທີ່ມີຄວາມເຫລື່ອມໃສສັດທາ​ເພື່ອຂໍພອນອັນປະເສີດໃຫ້ແກ່ຕົນເອງ,​ ຄອບຄົວ​ ແລະ​ ປະເທດຊາດໃຫ້ຢູ່ເຢັນເປັນສຸກ​ ເພາະວ່າທາດໂຜ່ນ​ເປັນພະທາດທີ່ເກົ່າແກ່ມີອາຍຸປະມານ ​2.500​ ປີ​;

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

ads
ads

Top