ປ່ອຍແລ້ວ ຕ້ອງຮ່ວມກັນປົກປັກຮັກສາ

19/07/2024 11:00
Email Print 618
ຂປລ ໃນວັນທີ 13 ກໍລະກົດ ຜ່ານມາເຫັນວ່າ: ຫລາຍທ້ອງຖິ່ນທາງພາກ ລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດໄດ້ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອສະເຫລີມສະຫລອງວັນດັ່ງກ່າວຢ່າງຟົດຟື້ນ ແລະ ກໍຫວັງວ່າໄດ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ໂດຍສະເພາະແມ່ນສູ້ຊົນປ່ອຍປາໃຫ້ໄດ້ 64 ບ້ານ ໂຕທີ່ກະຊວງກະສິກຳ ແລະ ປ່າໄມ້ວາງໄວ້.

    *ໃນວັນທີ 13 ກໍລະກົດ ຜ່ານມາເຫັນວ່າ: ຫລາຍທ້ອງຖິ່ນທາງພາກ ລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດໄດ້ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອສະເຫລີມສະຫລອງວັນດັ່ງກ່າວຢ່າງຟົດຟື້ນ ແລະ ກໍຫວັງວ່າໄດ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນສູ້ຊົນປ່ອຍປາໃຫ້ໄດ້ 64 ບ້ານ ໂຕທີ່ກະຊວງກະສິກຳ ແລະ ປ່າໄມ້ວາງໄວ້. ຢ່າງໃດກໍຕາມພາຍຫລັງປ່ອຍປາ ແລະ ສັດນ້ຳສູ່ທຳມະຊາດແລ້ວ ຕ້ອງໄດ້ພ້ອມກັນປົກປັກຮັກສາສັດທີ່ປ່ອຍນັ້ນໃຫ້ມີການຂະຫຍາຍຕົວ ແລະ ເຕີບໃຫຍ່ເພື່ອເພ່ີມຄວາມອຸດົມທາງທຳມະຊາດເທື່ອລະກ້າວ.

      ດັ່ງພວກເຮົາຮູ້ນຳກັນແລ້ວວ່າ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດຊຶ່ງໃນແຕ່ລະປີ ການຈັດຕັ້ງແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນລວມທັງພໍ່ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາລົງສູ່ແຫລ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນ ຢ່າງເປັນຂະບວນຟົດຟື້ນໄປ ພ້ອມໆກັບການຍົກສູງຄວາມຮັບຜິດຊອບຂອງສັງຄົມທີ່ໄດ້ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ແບບຍືນຍົງ. ສຳລັບປີ 2024 ນີ້, ລັດຖະບານກໍຄືຂະແໜງການກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນສູ້ຊົນໃນການປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 64 ລ້ານໂຕ. ແນວໃດກໍດີເພື່ອບັນລຸຕົວເລກດັ່ງກ່າວຕິດພັນກັບການສົ່ງເສີມການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປາ ແລະ ສັດນໍ້າ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງນັ້ນ.

     ນອກຈາກ ນີ້ພວກເຮົາທຸກຊັ້ນຄົນຕ້ອງເປັນເຈ້ົາການປົກປັກຮັກສາ ໂດຍສະເພາະຫ້າມນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າເພື່ອຫາ  ຫລື ຈັບສັດນໍ້າແບບດັບສູນ, ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນເປັນຕົ້ນແມ່ນອວນ, ຫລີ່, ມອງຕາຖີ, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫ້າມຫາສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດດ້ວຍການຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນໍ້າຕະຫລອດປີ; ຮັບເອົາ, ຊື້- ຂາຍ, ຄອບຄອງ ຫລື ຂົນສົ່ງສັດນໍ້າ ບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ; ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ; ລ້ຽງ ຫລື ປ່ອຍສັດນໍ້າຕ່າງຖິ່ນທ່ີມີຄວາມສ່ຽງທໍາລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດປູກພືດນ້ໍາທີ່ຈະເປັນ ການທໍາລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດໂດຍບໍ່ໄດ້ຮັບອະນຸຍາດ; ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ; ຫາສັດນໍ້າໃນລະດູວາງໄຂ່; ບໍລິໂພກ, ຊື້-ຂາຍສັດນໍ້າທີ່ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປື້ອນສານເຄມີຕົກຄ້າງ; ມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ. ແລະ ອື່ນໆ.

  ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top