ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າ

16/07/2024 17:14
Email Print 994
ຂປລ ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ



ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ
; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ ຕິດພັນກັບຂະແໜງການຄ້າຕ່າງປະເທດ ແລະ ຫັນການແລກປ່ຽນເຂົ້າສູ່ລະບົບຫລາຍຂຶ້ນ. 



ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ
I ປີ 2024 ໃນວັນທີ 16 ກໍລະກົດ 2024 ວ່າ: ແຂວງຈຳປາສັກ ໄດ້ສະໜັບສະໜູນ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລືກັບ ຂະແໜງການກ່ຽວຂ້ອງ ໃນການສ້າງບັນຊີລາຍການສິນຄ້າ ທີ່ແຂວງສາມາດຜະລິດໄດ້ ເພື່ອສະເໜີຂັ້ນເທິງພິຈາລະນາຈຳກັດການນຳເຂົ້າ ແລະ ລາຍການສິນຄ້າກະສິກຳ ທີ່ຕ້ອງການຫລຸດຜ່ອນນຳເຂົ້າ ປະກອບມີ: ພືດ ແລະ ຜະລິດຕະພັນພືດ 31 ລາຍການ; ສັດ ແລະ ຜະລິດຕະພັນສັດ 12 ລາຍການ; ລາຍການສິນຄ້າກະສິກໍາທີ່ຕ້ອງການໃຫ້ຫລຸດຜ່ອນ ແລະ ອະນຸຍາດການນໍາເຂົ້າຈາກຕ່າງປະເທດ; ພືດ ແລະ ຜະລິດຕະພັນພືດ 18 ລາຍ ການ; ສັດ ແລະ ຜະລິດຕະພັນສັດ. ນອກຈາກນີ້, ຍັງຊຸກຍູ້ສົ່ງເສີມການນຳໃຊ້ສິນຄ້າລາວ ແລະ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP). ມາຮອດປັດຈຸບັນ, ສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ ຂອງແຂວງມີ 43 ຫົວໜ່ວຍ, 147 ຜະລິດຕະພັນ.



ນອກຈາກນີ້
, ແຂວງຈຳປາສັກ ໄດ້ຖືກເອົາວຽກງານການທ່ອງທ່ຽວ ເປັນການສົ່ງອອກກັບທີ່ ເຊິ່ງໄດ້ຈັດແບ່ງເຂດການທ່ອງທ່ຽວອອກເປັນ 4 ເຂດຄື: ເຂດມະຫານະທີສີທັນດອນ (ເຂດທີI); ເຂດວັດທະນະທຳມໍລະດົກໂລກຈໍາປາສັກ; ເຂດພູພຽງບໍລິເວນເມືອງປາກຊ່ອງ, ເຂດພູພຽງບໍລິເວນ; ເຂດວັດທະນະທຳ ແລະ ທຳມະຊາດ, ເຂດການທ່ອງທ່ຽວໃນ ຕົວເມືອງ. ສະນັ້ນ, ແຂວງຈຳປາສັກ ໄດ້ເລັ່ງໃສ່ພັດທະນາການທ່ອງທ່ຽວ, ສົ່ງເສີມໃຫ້ມີການທ່ອງທ່ຽວ ແບບເປັນມິດກັບສິ່ງແວດລ້ອມ, ສົ່ງເສີມການທ່ອງທ່ຽວ ຕິດພັນກັບກະສິກຳ, ພັດທະນາແຫລ່ງທ່ອງທ່ຽວ, ການບໍລິການ, ໂຮງແຮມ, ອາຫານຮ້ານຕ່າງໆ ໃຫ້ມີການບໍລິການທີ່ດີ, ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ. ພ້ອມນີ້, ຍັງຕ້ອງໄດ້ອຳ ນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ເປັນຕົ້ນ ການບໍລິການວິຊາ, ການເຂົ້າ-ອອກດ່ານ, ການຈັບຈ່າຍຊື້-ຂາຍສະດວກສະບາຍ ລວມເຖິງຜະລິດຕະພັນ ທີ່ເປັນຂອງທີ່ລະນຶກ ຕ້ອງມີຄວາມຫລາກຫລາຍ, ມີຄຸນນະພາບ. ນອກຈາກນີ້, ຍັງຈະໄດ້ເປີດສາຍການບິນ ປາກເຊ-ບາງກອກ ຄືນໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ.

ສຳລັບ ທິດທາງແຜນການໃນຕໍ່ໜ້າ, ແຂວງຈຳປາສັກ ຈະສືບຕໍ່ນຳພາ-ຊີ້ນຳ, ເຜີຍແຜ່ການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ04/ກມສພ ວ່າດ້ວຍການສ້າງເສດຖະ ກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ບັນດາມະຕິ, ຄຳສັ່ງ, ນະຕິກຳຂອງຂັ້ນເທິງ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ; ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກກະສິກຳ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ, ຢັ້ງຢືນ ລາຍການສິນຄ້າທີ່ຕ້ອງການເກືອດຫ້າມ ແລະ ລາຍການສິນຄ້າ ທີ່ຕ້ອງການ ຈຳກັດການນຳເຂົ້າ; ຊີ້ນຳ, ຕິດຕາມ, ກວດກາ, ການປະສານສົມທົບ ໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ກັບມູນຄ່າການນໍາເງິນ ເຂົ້າມາຜ່ານລະບົບທະນາຄານ ໃຫ້ໄປໃນທິດທາງດຽວກັນ; ຊີ້ນຳຂະແໜງ ການກ່ຽວຂ້ອງທີ່ປະຈຳດ່ານສາກົນ ແລະ ດ່ານທ້ອງຖິ່ນ, ເມືອງທີ່ມີຊາຍແດນ ນຳໃຊ້ມາດຕະການດ້ານເຕັກນິກທາງດ້ານການຄ້າ ທີ່ບໍ່ແມ່ນພາສີ ເພື່ອຫັນເຂົ້າສູ່ລະບົບ; ສືບຕໍ່ຄົ້ນຄວ້າ, ແກ້ໄຂ, ທັບມ້າງ ສິ່ງອຸດຕັນ, ສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງຂັ້ນແຂວງ; ຊີ້ນໍາໃນການກະກຽມຄວາມພ້ອມ ໃນການເປີດ ກອງປະຊຸມ ເຊີນຫົວໜ່ວຍທຸລະກິດ, ຜູ້ປະກອບການທີ່ສຳຄັນ, ຕົ້ນຕໍ ແລະ ມີສ່ວນກ່ຽວຂ້ອງ ຮ່ວມປະຊຸມກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ບັນດາຫົວໜ່ວຍທຸລະກິດ ເພື່ອຊຸກຍູ້ການຜະລິດເປັນສິນຄ້າ ຮັບໃຊ້ການຊົມໃຊ້ພາຍໃນ ແລະ ຫລຸດຜ່ອນການ ນຳເຂົ້າສິນຄ້າຈາກຕ່າງປະເທດ

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top