ການເພີ່ມທະວີຄວາມເຂັ້ມແຂງ ເຮັດໃຫ້ອາຊຽນ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ

15/07/2024 16:16
Email Print 1529
ຂປລ ຂປລ. ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນດໍາເນີນໃນປີທີ່ ສະພາບພູມສາດການ ເມືອງ ແລະ ພູມສາດເສດຖະກິດ ມີການປ່ຽນແປງຢ່າງສະຫລັບສັບຊ້ອນ ແລະ ມີສິ່ງທ້າທາຍຫລາຍດ້ານ. ການເພີ່ມທະວີຄວາມເຂັ້ມແຂງ ຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນ ສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ ເພື່ອພາລະກິດຍລວມແຫ່ງ ສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ ເຊິ່ງບັນດາກິດຈະກໍາ ແລະ ຂົງເຂດບູລິມະສິດຕ່າງ ແມ່ນແນໃສ່ສະໜັບສະໜູນການ “ເພີມທະວີຄວາມເຂັ້ມແຂງ”.

ຂປລ. ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນດໍາເນີນໃນປີທີ່ ສະພາບພູມສາດການ ເມືອງ ແລະ ພູມສາດເສດຖະກິດ ມີການປ່ຽນແປງຢ່າງສະຫລັບສັບຊ້ອນ ແລະ ມີສິ່ງທ້າທາຍຫລາຍດ້ານ. ການເພີ່ມທະວີຄວາມເຂັ້ມແຂງ ຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນ ສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ ເພື່ອພາລະກິດຍລວມແຫ່ງ ສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ ເຊິ່ງບັນດາກິດຈະກໍາ ແລະ ຂົງເຂດບູລິມະສິດຕ່າງ  ແມ່ນແນໃສ່ສະໜັບສະໜູນການ ເພີມທະວີຄວາມເຂັ້ມແຂງ. ໃນນີ້, ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ  ເປັນຂົງເຂດບຸລິ ມະສິດໜຶ່ງ ລວມມີວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະ ຊາດ ໃຫ້ຍືນຍົງ; ການສົ່ງເສີມການພັດທະນາຕົວເມືອງ ທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ; ການແກ້ໄຂັບັນຫາການປ່ຽນແປງສະພາບດິນຟ້າອາກາດ ດ້ວຍການຫລຸດຜ່ອນ ແລະ ປັບຕົວ ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ.

ອາຊຽນ ຈະຕ້ອງໄດ້ຍົກລະດັບທາງດ້ານນະໂຍບາຍ ແລະ ການດຳເນີນການຂອງຕົນ ລວມທັງ ການສ້າງນະໂຍບາຍພາກພື້ນ ແລະ ການຮ່ວມມືກັບສາກົນ ເພື່ອສະໜັບສະໜູນການອະນຸລັກ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ. ພ້ອມນີ້, ກໍເຖິງເວລາ ທີ່ປະຊາຄົມອາຊຽນ ຈະລົງເລິກການຮ່ວມມື ໃນການຟື້ນຟູເສດຖະກິດ ໂດຍຄຳນຶງເຖິງຄວາມຈຳເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດທະນາສີຂຽວ ແລະ ສະອາດ, ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານ ຮັບມືການປ່ຽນແປງສະພາບ ດິນຟ້າອາກາດຢ່າງມີປະສິດທິຜົນ. ສຳລັບການສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ ບຸລິມະສິດດັ່ງກ່າວ, ຈະສຸມໃສ່ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຮັບຮູ້ ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ເຊິ່ງເປັນບັນຫາສໍາຄັນໃນຫລາຍປະເທດໃນອາຊີ ລວມທັງປະເທດ ສະມາຊິກອາຊຽນ ໂດຍທົ່ວໄປແລ້ວ, ການໃຊ້ເວລາໃນການເຮັດວຽກ ທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ຂອງແມ່ຍິງ ແລະ ເດັກຍິງ ແມ່ນບໍ່ດຸ່ນດ່ຽງກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍ ກໍໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນດ້ານການສຶກສາ, ການເຮັດວຽກ/ການປະກອບອາຊີບ ແລະ ການມີສ່ວນຮ່ວມໃນສັງຄົມ. 

ສປປ ລາວ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ນໍາພາ ຄຽງຄູ່ກັບການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ. ສປປ ລາວ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມືອາຊຽນ ກັບ ບັນ ດາຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄຸ່ຮ່ວມພັດທະນາ ໂດຍຜ່ານບັນດາຂອບການຮ່ວມມື, ແຜນປະຕິບັດງານ, ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ, ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top