ລາວ-ຢີ່ປຸ່ນ ກຽມສະຫລອງສາຍພົວພັນການທູດ 70 ປີ

15/07/2024 10:51
Email Print 924
ຂປລ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກປະເທດຍ່ີປຸ່ນຫລາຍທ່ີສຸດໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ;

   *ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກປະເທດຍ່ີປຸ່ນຫລາຍທ່ີສຸດໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ປັດຈຸບັນ ສອງປະເທດພວມຫ້າງກະກຽມສະຫລອງວັນສໍາຄັນຕ່າງໆໃນປີ 2025 ທີ່ຈະມາເຖິງນີ້, ເປັນຕົ້ນການກະກຽມສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ເປັນຄັ້ງທໍາອິດ.

   

     ຫລ້າສຸດໃນວັນທີ 26 ມິຖຸນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi) ຮອງ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ (State Minister for Foreign Affairs of Japan), ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບທັງສະແດງຄວາມເຊື່ອໝັ້ນວ່າການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ໃນຄັ້ງນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍການຮ່ວມມືເຮັດວຽກຮ່ວມກັນຢ່າງໃກ້ຊິດ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ກໍ່ຄືການສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ສຶເງະ ໂຢຊິຟຸມິ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

     ໃນການພົບປະ, ສອງຝ່າຍໄດ້ ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບ ແລະ ການຮ່ວມມືອັນດີງາມ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຕະຫລອດໄລຍະເວລາ 7 ທົດສະວັດທີ່ຜ່ານມາ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ລະຫວ່າງສອງປະເທດພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດບົນພື້ນຖານຄວາມເຂົ້້າອົກເຂົ້້າໃຈ, ຄວາມໄວເນື້ອເຊື່ອໃຈ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ກໍ່ຄືສອງກະຊວງການ ຕ່າງປະເທດລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

     ຝ່າຍລາວ ໄດ້ແຈ້ງໃຫ້ຊາບເຖິງຄວາມພ້ອມ ໃນການຈັດກອງປະຊຸມກ່ຽວຂ້ອງຕ່າງໆໃນໂອກາດເປັນປະທານອາຊຽນ 2024 ນີ້ ແລະ ຍັງໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ເພື່ອພັດທະນາບັນດາຂົງເຂດບູລິມະສິດ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ, ພິເສດກໍແມ່ນ ການຊ່ວຍເຫລືອ ແລະ ສະໜັບສະ ໜູນ ສປປ ລາວ ໃນການເປັນປະທານ ອາຊຽນ ໃນປີ 2024 ນີ້. ສອງຝ່າຍ ຍັງເຫັນດີເປັນເອກະພາບໃນການ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອກະກຽມສະເຫລີມສະຫລອງວັນສໍາຄັນຕ່າງໆຂອງສອງປະເທດ ໃນປີ 2025 ທີ່ຈະມາເຖິງນີ້, ໂດຍສະເພາະການກະກຽມສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາ ຢູ່ ສປປ ລາວ ເປັນຄັ້ງທໍາອິດໃຫ້ມີເນື້ອໃນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອສົ່ງເສີມການພັດທະນາຂອງຂົງເຂດ ແລະ ພາກພື້ນ ໂດຍສະເພາະການສືບຕໍ່ສົ່ງເສີມການຮ່ວມມືໃນຂອບອາຊຽນ- ຍີ່ປຸ່ນ, ແມ່ຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືອື່ນໆທີ່ກ່ຽວຂ້ອງໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຍ່ິງຂ້ຶນ.

     ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງຮອງລັດຖະມົນຕີລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຈໍານວນ 2 ສະບັບ ຄື: ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ມູນຄ່າ 353 ລ້ານເຢນ ແລະ ໂຄງການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດ ບ່ໍທັນແຕກທ່ີຕົກຄ້າງຢູ່ ສປປ ລາວ (UXO Clearance) ມູນຄ່າ 400 ລ້ານເຢນ, ຊຶ່ງການຊ່ວຍເຫລືອ 2 ໂຄງການດັ່ງກ່າວ ເປັນການສະ ແດງໃຫ້ເຫັນເຖິງຄໍາໝາຍໝັ້ນ ຂອງລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2021- 2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານໂຄງການທຶນ JDS ທີ່ໄດ້ສະໜອງທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກໃຫ້ແກ່ພະນັກງານ-ລັດຖະກອນຂອງ ລາວ ໄປສຶກສາຕໍ່ຢູ່ບັນດາມະຫາວິທະຍາໄລຍີ່ປຸ່ນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານ- ລັດຖະກອນຂອງລາວໃນຫລາຍຂະແໜງການ ເຊັ່ນ: ດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ພື້ນຖານໂຄງລ່າງ, ເສດຖະກິດ ແລະ ອື່ນໆ.

    ຂະນະດຽວກັນ, ໂຄງການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດບ່ໍທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກໍແມ່ນໂຄງການບູລິມະສິດໜຶ່ງທີ່ສໍາຄັນເພື່ອເຮັດໃຫ້ການດໍາລົງຊີວິດ, ການຜະລິດກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ມີຄວາມປອດໄພ, ທັງຍັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແຫ່ງຊາດ ຂອງ ສປປ ລາວ ເປົ້າໝາຍທີ 18 : “ຊີວິດປອດໄພຈາກລະເບີດບໍ່ທັນແຕກ” ໃຫ້ປະກົດຜົນເປັນຈິງໃນອະນາຄົດ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

    • ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14ອາຊຽນ ASEAN

      ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

      9/3/2024 2:51:21 PM

      ຂປລ. ໃນວັນທີ 3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງ​ທອງ ສຸຂະ​ວົງ ຫົວໜ້າ​ກົມ​ສູ້​ຮົບ​ກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ຫົວໜ້າ​ສູ້​ຮົບ​ອາ​ຊຽນຄັ້ງ​ທີ 14 ໄດ້ຖະແຫລງຂ່າວກ່ຽວ​ກັບ​ຜົນ​ສໍາ​ເລັດ ​ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າ​ກົມສູ້​ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາອາຊຽນ ASEAN

      ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາ

      9/3/2024 1:59:36 PM

      ຂປລ. ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ 2024 ໂດຍໄດ້ມີ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ໃນລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມມາຮອດປັດຈຸບັນ, ແມ່ນສໍາເລັດແລ້ວໂດຍພື້ນຖານ, ຄາດວ່າກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ລວມທັງພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024.

ads
ads

Top