ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025

12/07/2024 22:41
Email Print 1651
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມສະຫລຸບ ກ່ຽວກັບການທົດລອງ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫລັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ



ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມສະຫລຸບ ກ່ຽວກັບການທົດລອງ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫລັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ)
, ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ.

ກອງປະຊຸມຄັ້ງນີ້, ເພື່ອສະເຫລີມສະຫລອງ ຄວາມສຳເລັດຂອງກະຊວງ ສສກ ໃນການສະໜັບສະໜູນ ນັກຮຽນ ທີ່ບໍ່ເວົ້າພາສາລາວ ເປັນພາສາຫລັກໃນຄອບຄົວ ແລະ ວາງແຜນການໃນຕໍ່ໜ້າ ເພື່ອຂະຫຍາຍວຽກງານດັ່ງກ່າວ. ພ້ອມນີ້, ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນວາງແຜນຈັດຕັ້ງປະຕິບັດ ໃຫ້ບົດຮຽນຝຶກເວົ້າພາສາລາວ ຈະໄດ້ນຳເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍໃນທົ່ວປະເທດ ໂດຍຈະເລີ່ມ ໃນສົກຮຽນໜ້າ ເພື່ອແນໃສ່ນັກຮຽນ ທີ່ບໍ່ໄດ້ເວົ້າພາສາລາວ ເປັນພາສາຫລັກໃນຄອບຄົວ ເພື່ອສະໜັບສະໜູນການຮຽນຮູ້ພາສາ ໃຫ້ມີປະສິດທິພາບ ສໍາລັບເດັກນ້ອຍທີ່ ບໍ່ໄດ້ເວົ້າພາສາລາວ ເປັນພາສາຫລັກໃນຄອບຄົວ ໂດຍສະເພາະ ການປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍ ເປັນຕົ້ນ ຜູ້ທີ່ປະສົບກັບຄວາມດ້ອຍໂອກາດ ຈະມີຜົນດີໃນໄລຍະຍາວ ແກ່ການພັດທະນາຂອງລາວ.

ທ່ານ ອຸທິດ ທິບມະນີ ກ່າວວ່າ: ໝາກຜົນທີ່ໜ້າປະທັບໃຈ ຂອງໄລຍະທົດລອງ ໄດ້ເຮັດໃຫ້ ເຫັນຢ່າງຊັດເຈນວ່າ ບົດຮຽນຝຶກເວົ້າພາສາລາວ ຄວນຈະມີຢູ່ທຸກໂຮງຮຽນ ທີ່ມີນັກຮຽນ ຕ້ອງການການຊ່ວຍເຫລືອ ດ້ານການຮຽນພາສາລາວເພີ່ມຕື່ມ ເພາະເຂົາເຈົ້າບໍ່ໄດ້ເວົ້າພາສາລາວ ເປັນພາສາຫລັກ ໃນຄອບຄົວ. ໂຄງການເວົ້າພາສາລາວ ເສີມສ້າງທັກສະພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວເປັນຫລັກໃນຄອບຄົວ, ເຊິ່ງ ສສກ ໄດ້ເລີ່ມການທົດລອງບົດຮຽນດັ່ງກ່າວ ໃນປີ 2019 ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນ ງານບີຄວາ, ອີງໃສ່ຜົນສຳເລັດຂອງການທົດລອງດັ່ງກ່າວ, ບົດຮຽນຝຶກເວົ້າພາສາລາວ ໄດ້ຂະຫຍາຍອອກເປັນ 21 ເມືອງ ໃນປີ 2023-2024 ໂດຍໄດ້ຮັບການສະໜັບສະໜູນເພີ່ມເຕີມ ຈາກອົງການພັດທະນາສາກົນ ຂອງປະເທດສະຫະລັດ ອາເມລິກາ. ຜົນຂອງການທົດລອງ ໂດຍລວມແມ່ນ ໄດ້ຮັບໝາກຜົນດີຫລາຍ ເຊິ່ງໄດ້ນຳໄປສູ່ການອະນຸມັດ ໃຫ້ກາຍເປັນບົດຮຽນ ທີ່ສາມາດສອນໄດ້ສຳລັບຂັ້ນ ປ1 ໃນທົ່ວປະເທດ ທັງເປັນການຮັບປະກັນໃຫ້ຄູສອນຂັ້ນ ປ1 ທຸກຄົນ ໄດ້ຮັບການຝຶກອົບຮົມ ໃນວິທີການສິດສອນບົດຮຽນ ຝຶກເວົ້າພາສາລາວ ແລະ ມີການເຂົ້າເຖິງແຫລ່ງ ການຮຽນ-ການສອນ ດັ່ງກ່າວ.



ປະເທດລາວ ເປັນປະເທດທີ່ມີຄວາມຫລາກຫລາຍ ທາງດ້ານວັດທະນະທຳ ແລະ ພາສາຊົນເຜົ່າ
, ມີຫລາຍກວ່າ 50 ພາສາເວົ້າ, ເດັກນ້ອຍຫລາຍຄົນ ເມື່ອເລີ່ມເຂົ້າຮຽນ ຍັງເວົ້າພາສາອື່ນເປັນຫລັກ ທີ່ບໍ່ແມ່ນພາສາລາວ ໂດຍສະເພາະ ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ພາສາລາວ ແມ່ນພາສາຫລັກທີ່ໃຊ້ໃນໂຮງຮຽນ, ຖ້າເດັກນ້ອຍ ຍັງບໍ່ທັນໄດ້ພັດທະນາທັກສະພື້ນຖານພາສາລາວ ໃນຊັ້ນປະຖົມ ພວກເຂົາຍັງຈະຜະເຊີນກັບສິ່ງທ້າທາຍ ຕະຫລອດເວລາການຮຽນຂອງເຂົາເຈົ້າ. ຜົນການປະເມີນນັກຮຽນ ໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ເດັກນ້ອຍຫລາຍຄົນ ຈາກຊຸມຊົນ ຊົນເຜົ່າທີ່ບໍ່ເວົ້າພາສາລາວ ເປັນພາສາຫລັກໃນຄອບຄົວ ແມ່ນມີສ່ວນຮ່ວມໜ້ອຍຫລາຍ ໃນການຮຽນ. ນອກຈາກນີ້, ການຄົ້ນຄວ້າຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນວ່າ ຄວາມສາມາດ ໃນການເວົ້າພາສາ ຕາມສື່ການຮຽນ-ການສອນ (ພາສາລາວ) ແມ່ນເງື່ອນໄຂເບື້ອງຕົ້ນທີ່ຈຳເປັນ ເພື່ອໃຫ້ເດັກນ້ອຍ ມີການພັດທະນາການ ຮູ້ໜັງສື (ການອ່ານ ແລະ ຂຽນພາສາລາວ).

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນ ແລະ ການນຳພາອັນສຳຄັນ ຈາກ ສວສ ແລະ ສສກ ທີ່ໄດ້ແນະນຳ ການສະໜັບສະໜູນ ດ້ານຄຸນນະພາບ ໃຫ້ນັກຮຽນທີ່ເລີ່ມເຂົ້າໂຮງຮຽນ ແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ ເຊິ່ງລັດຖະບານອົດສະຕຣາລີ ຍິນດີທີ່ຈະສະໜັບສະໜູນ ຄວາມພະຍາຍາມເຫລົ່ານີ້ ແລະ ເຊື່ອວ່າ ບົດຮຽນຝຶກເວົ້າພາສາລາວ ຈະໄດ້ຮັບໝາກຜົນອັນໃຫຍ່ຫລວງ ໂດຍການເສີມສ້າງທັກສະການຮູ້ໜັງສືພາສາລາວ ຂອງນັກຮຽນ ທີ່ເຂົ້າໂຮງຮຽນປະຖົມ ໂດຍທີ່ເວົ້າພາສາລາວບໍ່ທັນໄດ້ຄ່ອງແຄ້ວເທື່ອ. ພ້ອມກັນນີ້, ລັດຖະບານ ອົດສະຕຣາລີ ແລະ ລັດຖະບານລາວ ຍັງຈະເນັ້ນໃສ່ການຮ່ວມມື ເພື່ອສົ່ງເສີມການສຶກສາຮຽນຮ່ວມຢູ່ໃນລາວ ໃນຕໍ່ໜ້າ.
KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top