ແຂວງອຸດົມໄຊ ສຸມໄສ່ພັດທະນາເສດຖະກິດຕິດພັນກັບການປະຕິບັດວາລະແຫ່ງຊາດ

11/07/2024 09:10
Email Print 1607
ຂປລ ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ທີ່ຜ່ານມາຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ໄດ້ສຸມໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ໃນສະພາບແວດລ້ອມຂອງສາກົນ ແລະ ພາກພື້ນ ກໍຄືປະເທດຂອງພວກເຮົາຍັງສືບຕໍ່ປະເຊີນໜ້າກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟແພງຂຶ້ນ.

    *ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ທີ່ຜ່ານມາຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ໄດ້ສຸມໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ໃນສະພາບແວດລ້ອມຂອງສາກົນ ແລະ ພາກພື້ນ ກໍຄືປະເທດຂອງພວກເຮົາຍັງສືບຕໍ່ປະເຊີນໜ້າກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟແພງຂຶ້ນ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ແລະ ເປັນສິ່ງທ້າທາຍ ຕໍ່ການເຄື່ອນໄຫວວຽກງານຂອງຄະນະພັກ, ອົງການປົກຄອງແຂວງ.

     ແຕ່ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງ ພັກ-ລັດຖະບານ, ການຊຸກຍູ້, ຕິດຕາມກວດກາຢ່າງເປັນປົກກະຕິຂອງສະພາປະຊາຊົນແຂວງ ບວກໃສ່ກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງຄະນະພັກ, ອົງການປົກຄອງແຂວງ ຈຶ່ງເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງ ທີ IX ປະຈໍາປີ 2024, ແຜນຍຸດທະສາດພັດທະນາ 4 ໃຈກາງ, 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຕໍ່ເນື່ອງ ມີຫລາຍວຽກງານຈຸດສຸມ ບັນລຸຄາດໝາຍຕົວເລກທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງ ຊຶ່ງໄດ້ເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

   ດັ່ງທີ່ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ແຂວງອຸດົມໄຊ ໄດ້ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນຂອງລັດຖະບານຢ່າງຕັ້ງໜ້າ ອັນໄດ້ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 3,25%, ສ້າງ ມູນຄ່າເພີ່ມຕາມລາຄາໃນປີ ສະເລ່ຍ 9.053,27 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ ເທົ່າກັບ 1.172 ໂດລາສະຫະລັດ ໃນນີ້ບັນດາຂະແໜງເສດຖະກິດ ໄດ້ສຸມໃສ່ວຽກງານລະດົມທຶນເຂົ້າໃສ່ການພັດທະນາເສດຖະກິດ- ສັງຄົມຂອງແຂວງ ອັນພົ້ນເດັ່ນແມ່ນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ 55 ໂຄງການ, ພ້ອມນີ້, ກໍໄດ້ແກ້ໄຂໜີ້ສິນການລົງທຶນຂອງລັດ ຈາກມູນຄ່າ 267,79 ຕື້ກີບຍັງເຫລືອ 250,32 ຕື້ ກີບ.

    ຈັດເກັບລາຍຮັບດ້ວຍລະບົບທັນສະໄໝ ມາຮອດປັດຈຸບັນ ສາມາດຈັດເກັບລາຍຮັບໄດ້ 108,28 ຕື້ກີບ, ເທົ່າກັບ 55,93% ຂອງແຜນການປີ, ແກ້ໄຂລົດນໍາເຂົ້າ ບໍ່ຖືກຕ້ອງໄດ້ຈໍານວນ 46 ຄັນ ເກັບລາຍຮັບໄດ້ 3,90 ຕື້ກີບ; ປັດຈຸບັນພວມດໍາເນີນການສະສາງ ລົດລັດຕາມຂໍ້ຕົກລົງສະບັບເລກທີ 169/ນຍ. ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ການປູກ, ການລ້ຽງ) ເພື່ອສະໜອງສະບຽງອາຫານ ແລະ ເປັນສິນຄ້າໃນນີ້, ການປູກພືດລະດູແລ້ງເປັນ ສິນຄ້າມີເນື້ອທີ່ທັງໝົດ 7.188 ເຮັກຕາ, ຜົນຜະລິດໄດ້ 91.779 ໂຕນ ພືດທ່ີຜະລິດຕົ້ນຕໍແມ່ນໝາກຖົ່ວເບີ, ຖົ່ວເຫລືອງ, ໝາກໂມ, ໝາກອຶ, ຢາສູບ, ໝາກເຜັດ, ສາລີ, ອ້ອຍ ແລະ ອື່ນໆ. ເອົາໃຈໃສ່ການຄຸ້ມຄອງລາຄາສິນຄ້າ ຕາມທ້ອງຕະຫລາດຢ່າງເຂັ້ມງວດ, ແກ້ໄຂບັນຫາຂາດແຄນນໍ້າມັນເຊື້ອໄຟ ສາມາດສະໜອງຄວາມຕ້ອງການ ຂອງສັງຄົມໄດ້ຢ່າງພຽງພໍ; ປະຕິບັດມູນຄ່າການຄ້າກັບຕ່າງປະເທດບັນລຸ 3.783 ຕື້ກວ່າກີບ, ໃນນີ້, ມູນຄ່າການສົ່ງອອກປະຕິບັດໄດ້ 3.556 ຕື້ກວ່າກີບ ແລະ ມູນຄ່າການນຳເຂົ້າປະຕິບັດໄດ້ 227 ຕື້ກວ່າກີບ; ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດເຂົ້າເຖິງແຫລ່ງທຶນ ດອກເບ້ຍຕໍ່າ 3% ; ຊຸກຍູ້ບັນດາບໍລິສັດລົງທຶນ ແລະ ຫົວໜ່ວຍທຸລະກິດຜູ້ປະກອບການ ຈົດທະບຽນນໍາເຂົ້າແຫລ່ງທຶນຜ່ານລະບົບທະນາຄານ; ຊຸກຍູ້, ສົ່ງເສີມການດໍາເນີນທຸລະກິດ ຂອງໂຮງງານອຸດສາຫະກໍາຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ; ປັບປຸງໂຄງລ່າງພື້ນຖານທາງດ້ານເສັ້ນທາງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.

   ປັບປຸງການບໍລິການໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ໃຫ້ມີມາດຕະຖານດີຂື້ນ; ໃນໄລຍະ 6 ເດືອນ ຕົ້ນປີທີ່ ຜ່ານມາມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ພັກແຮມຢູ່ແຂວງອຸດົມໄຊ ທັງໝົດ 113.025 ເທື່ອຄົນ, ສ້າງລາຍ ຮັບເຂ້ົາແຂວງອຸດົມໄຊ ໄດ້ທັງໝົດ 6.533.353 ໂດລາສະຫະລັດ. ທ່ານເຈົ້າແຂວງອຸດົມໄຊໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້, ແຂວງອຸດົມໄຊ ຍັງມີຂ້ໍຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ໂດຍສະເພາະແມ່ນການຄຸ້ມຄອງ, ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບ ຂະແໜງເສດຖະກິດຢູ່ໃນບາງຂົງເຂດວຽກງານຍັງຊັກຊ້າ ແລະ ມີທ່າອ່ຽງຈະບໍ່ບັນລຸຕາມຄາດໝາຍ, ການຈັດຕັ້ງປະຕິບັດໂຄງການລົງທຶນ ຂອງພາກເອກະຊົນ ທີ່ໄດ້ເຊັນ MOU ແລະ ເຊັນສັນຍາແລ້ວ ແຕ່ບາງໂຄງການຍັງບໍ່ມີຄວາມຄືບໜ້າເທົ່າທີ່ຄວນ, ການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ, ການຄຸ້ມຄອງເງິນຕາ, ການສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ, ການຄຸ້ມຄອງລາຄາສິນຄ້າຢູ່ທ້ອງຕະຫລາດ, ການປົກປັກຮັກສາ ແລະ ບູລະນະເສັ້ນທາງໃນຕົວເມືອງ ແລະ ຊົນນະບົດ, ການຄຸ້ມຄອງຕົວເມືອງ, ການຄຸ້ມຄອງທີ່ດິນ ແລະ ສີ່ງແວດລ້ອມ, ການຄຸ້ມຄອງປ່າໄມ້ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນໄດ້ແຂງແຮງເທົ່າທີຄວນ.

ໂດຍ: ຄຳພູສະຫວັນ ເພັນສະຫວັດ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top