ອັດຕາເງິນເຟີ້ຢູ່ ສປ ຈີນ ເພີ່ມຂຶ້ນ 0,2%

10/07/2024 17:12
Email Print 337
ຂປລ ດັດຊະນີລາຄາ ຜູ້ບໍລິໂພກ(CPI) ຂອງ ສປ ຈີນ ປັບຕົວ ເພີ່ມຂຶ້ນ 0,2% ໃນເດືອນມິຖຸນາ ຈາກໄລຍະດຽວກັນ ຂອງປີທີ່ຜ່ານມາ. ນີ້ແມ່ນຕ່ຳກວ່າ ຄາດການໄວ້ ລະດັບ 0,4%

ຂປລ.ສຳນັກຂາວCNBC, ດັດຊະນີລາຄາ ຜູ້ບໍລິໂພກ(CPI) ຂອງ ສປ ຈີນ ປັບຕົວ ເພີ່ມຂຶ້ນ 0,2% ໃນເດືອນມິຖຸນາ ຈາກໄລຍະດຽວກັນ ຂອງປີທີ່ຜ່ານມາ.ນີ້ແມ່ນຕ່ຳກວ່າ ຄາດການໄວ້ ລະດັບ 0,4% ຍ້ອນວ່າ ຜູ້ບໍລິໂພກ ປັບຫລຸດ ຄ່າໃຊ້ຈ່າຍ ສິນຄ້າ ຟຸ້ມເຟື່ອຍ. ຂະນະທີ່, ດັດຊະນີ ລາຄາ ຜູ້ຜະລິດ (PPI) ປັບຫລຸດລົງ 0,8% ເມື່ອທຽບໃສ່ກັບ ປີກາຍ. ສໍາລັບ ດັດຊະນີ ລາຄາ ຜູ້ບໍລິໂພກ ພື້ນຖານ (Core CPI), ຊຶ່ງບໍ່ລວມ ລາຄາອາຫານ ແລະ ພະລັງງານ, ມີຄວາມຜັນຜວນປັບຕົວ ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ ປີຜ່ານມາ ໃນເດືອນມິຖຸນາຫລັງຈາກ ເພີ່ມຂຶ້ນ 0,7% ໃນ 6 ເດືອນ ທໍາອິດຂອງປີນີ້. ຂະນະທີ່ ລາຄາຊີ້ນໝູ ເພີ່ມຂຶ້ນ 18,1% ໃນເດືອນມິຖຸນາ ເມື່ອທຽບກັບປີທີ່ຜ່ານມາ.ລາຄາຊີ້ນງົວ ຫລຸດລົງ 13,4%. ສ່ວນລາຄາ ດ້ານການທ່ອງທ່ຽວ ປັບຕົວ ເພີ່ມຂຶ້ນ 3,7% ຂອງປີຕໍ່ປີ ຫລຸດລົງ 0,8% ຈາກເດືອນພຶດສະພາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top