ຄະນະກຳມະການການທະຫານສູນກາງຈີນ ຈັດພິທີເລື່ອນຊັ້ນໃຫ້ແກ່ນາຍທະຫານຊັ້ນພົນເອກ

10/07/2024 16:18
Email Print 246
ຂປລ ພິທີ ການເລື່ອນຊັ້ນ ໃຫ້ແກ່ ນາຍທະຫານ ຊັ້ນພົນເອກ ຂອງຄະນະ ກຳມະການ ການທະຫານ ສູນກາງຈີນ ໄດ້ຈັດຂຶ້ນ ຢູ່ສຳນັກງານ ກະຊວງ ປ້້ອງກັນ ປະເທດຈີນ ທີ່ນະຄອນຫລວງ ປັກກິ່ງ ໂດຍມີ ທ່ານ ສີ ຈິ້ນຜິງ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ ພິທີ ການເລື່ອນຊັ້ນ ໃນຄັ້ງນີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 9 ກໍລະກົດນີ້, ພິທີ ການເລື່ອນຊັ້ນ ໃຫ້ແກ່ ນາຍທະຫານ ຊັ້ນພົນເອກ ຂອງຄະນະ ກຳມະການ ການທະຫານ ສູນກາງຈີນ ໄດ້ຈັດຂຶ້ນ ຢູ່ສຳນັກງານ ກະຊວງ ປ້້ອງກັນ ປະເທດຈີນ ທີ່ນະຄອນຫລວງ ປັກກິ່ງ ໂດຍມີ ທ່ານ ສີ ຈິ້ນຜິງ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ ພິທີ ການເລື່ອນຊັ້ນ ໃນຄັ້ງນີ້. ຈາກນັ້ນ ທ່ານ ຈ່າງໂຢ້ເຊຍ, ຮອງປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ປະກາດ ຄຳສັ່ງ ການເລື່ອນຊັ້ນ ໃຫ້ແກ່ ນາຍທະຫານ ຊັ້ນພົນເອກ ທີ່ໄດ້ຮັບ ການລົງນາມໂດຍ ທ່ານ ສີ ຈິ້ນຜິງ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ. ທ່ານ ເຫີເວີ້ຍຕຸ່ງ, ຮອງປະທານ ຄະນະ ກຳມະການ ການທະຫານ ສູນກາງຈີນ ເປັນປະທານ ໃນພິທີການເລື່ອນຊັ້ນ.ຈາກນັ້ນ ທ່ານ ສີ ຈິ້ນຜິງ ໄດ້ມອບໃບ ແຕ່ງຕັ້ງ ໃຫ້ແກ່ ທ່ານ ເຫີໂຫງຈູ່ນ, ຮອງຫົວໜ້າ ປະຈຳການ ຂອງພະແນກ ວຽກງານ ການເມືອງ ຂອງຄະນະ ກຳມະການ ການທະຫານສູນກາງຈີນ ທີ່ໄດ້ຮັບ ການເລື່ອນຊັ້ນ ເປັນນາຍທະຫານ ຊັ້ນພົນເອກ ແລະ ໄດ້ສະແດງ ຄວາມຊົມເຊີຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top