ລາວ ປະກາດຍົກເວັ້ນວີຊາໃຫ້ຫລາຍປະເທດ ເພື່ອດຶງດູດການທ່ອງທ່ຽວ

09/07/2024 09:24
Email Print 1352
ຂປລ ວຽກງານການທ່ອງທ່ຽວເປັນຂະແໜງທີ່ສໍາຄັນ ສາມາດສ້າງລາຍຮັບເປັນອັນຕົ້ນໆຮອງຈາກຂະແໜງພະລັງງານ ແລະ ບໍ່ແຮ່.

     *ວຽກງານການທ່ອງທ່ຽວເປັນຂະແໜງທີ່ສໍາຄັນ ສາມາດສ້າງລາຍຮັບເປັນອັນຕົ້ນໆຮອງຈາກຂະແໜງພະລັງງານ ແລະ ບໍ່ແຮ່. ດ້ວຍເຫດນ້ັນ, ເພ່ືອດຶງດູດໃຫ້ນັກທທ່ອງທ່ຽວມາທ່ຽວປະເທດລາວໃຫ້ຫລາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວນີ້ ການຍົກເວັ້ນວີຊາແມ່ນໜຶ່ງໃນກົນລະຍຸດສໍາຄັນ ແລະ ຍັງສອດຄ່ອງກັບນະໂຍບາຍຂອງພັກ-ລັດຖະບານ.

     ໂດຍຫລ້າສຸດ ກະຊວງປ້ອງກັນຄວາມສະຫງົບໄດ້ປະກາດອອກແຈ້ງການເລີ່ມຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນ-ຂະຫຍາຍເວລາວີຊາໃຫ້ກັບຫລາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ເພື່ອດຶງດູດນັກທ່ອງທ່ຽວຊຸກຍູ້ປີທ່ອງທ່ຽວ ລາວ 2024.ຂະນະດຽວກັນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ອອກຄຳສັ່ງແນະນຳສະບັບເລກທີ 29/ຖວທ, ລົງ ວັນທີ 26 ມິຖຸນາ 2024, ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍໃນໄລຍະປີທ່ອງທ່ຽວ ລາວ 2024.

    ໂດຍອີງຕາມແຈ້ງ ການດັ່ງກ່າວ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວສັນຊາດຈີນ ທີ່ມາທ່ອງທ່ຽວ ເປັນກຸ່ມຜ່ານການບໍລິການຂອງ ບໍລິສັດນໍາທ່ຽວທີ່ຢູ່ ສປປ ລາວ ແລະ ໄດ້ ລົງທະບຽນຮັບຮອງຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ຮັບການຍົກເວັ້ນວີຊາແບບບໍ່ຕິດວີຊາສະຕິກເກີ້ ໃສ່ໜັງສືຜ່ານແດນ ແລະ ກຳນົດໄລຍະພັກເຊົາຢູ່ ສປປ ລາວ 15 ວັນ. ນອກຈາກນີ້, ນັກທ່ອງທ່ຽວຈາກ 8 ປະເທດ ເຊັ່ນ: ດານມາກ, ນອກແວ, ແຟງລັງ, ຊູແອດ, ໂອຕຣິດ, ແບນຊິກ, ແອັດສະປາຍ ແລະ ເກຣັກ ແມ່ນຍົກເວັ້ນວີຊາເຂົ້າ ສປປ ລາວ ແບບບໍ່ຕິດວີຊາສະຕິກເກີ້ວີຊາ ໃນໜັງສືຜ່ານແດນ ແລະ ກຳນົດເວລາພັກເຊົາ 15 ວັນ ໂດຍບໍ່ຈໍາເປັນຜ່ານການບໍລິການຂອງບໍລິສັດນໍາທ່ຽວ. ໃນກໍລະນີ ມີຈຸດປະສົງພັກເຊົາ ຢູ່  ສປປ ລາວ ເກີນກວ່າ 15 ວັນ ຕ້ອງເອົາ ວີຊາທ່ອງທ່ຽວ (T-B3). ສ່ວນ ການຂະຫຍາຍກໍານົດເວລາພັກເຊົາ ຢູ່ ສປປ ລາວ ແມ່ນສໍາລັບວີຊາທ່ອງ ທ່ຽວ (T-B3) ຈາກກໍານົດ 30 ວັນ ເປັນກຳນົດ 60 ວັນ ໃຫ້ນັກທ່ອງທ່ຽວ ສັນຊາດ ອົດສະຕຣາລີ, ນູແວນ ເຊລັງ, ອາເມລິກາ, ການາດາ, ໂອ ຕຣິດ, ແບນຊິກ, ດານມາກ, ແຟງ ລັງ, ຝຣັ່ງ, ເຢຍລະມັນ, ເກຣັກ, ອຽກລັງ, ອີຕາລີ, ໂຮນລັງ, ນອກແວ, ໂປໂລຍ, ປອກຕຸຍການ, ຣັດເຊຍ, ແອັດສະປາຍ, ຊູແອດ, ສະວິດ  ແລະ ອັງກິດ ເຊິ່ງນັກທ່ອງທ່ຽວຂອງບັນດາປະເທດດັ່ງກ່າວ ບໍ່ຈໍາເປັນຕ້ອງຜ່ານການບໍລິການຂອງບໍລິສັດ ນໍາທ່ຽວ ແລະ ສາມາດສະເໜີຂໍວີຊາທ່ອງທ່ຽວ (T-B3) ເຂົ້າ-ອອກ ຫລາຍຄັ້ງ (Multiple Visa) ຢູ່ສະຖານທູດ ຫລື ສະຖານກົງສຸນແຫ່ງ ສປປ ລາວ ປະຈຳ ຢູ່ຕ່າງປະເທດ ໂດຍການເຫັນດີອະນຸມັດຈາກກົມກົງສູນ ກະຊວງການຕ່າງປະເທດ.

    ກໍລະນີ ຂໍວີຊາກັບດ່ານ ຫລື ວີຊາອອນລາຍ (E-VISA) ແມ່ນ ຈະໄດ້ຮັບວີຊາເຂົ້າ ສປປ ລາວ ແບບ ຄັ້ງດຽວ (Single Visa). ນອກຈາກນີ້, ກຸ່ມນັກທ່ອງທ່ຽວສັນຊາດໄທ ທີ່ນໍາໃຊ້ປຶ້ມຜ່ານແດນ (Border Pass) ແລະ ໃບຜ່ານແດນຊົ່ວຄາວ (Temporary Border pass) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແມ່ນໄດ້ເພີ່ມໄລຍະເວລາພັກເຊົາ ຢູ່ ສປປ ລາວ ຈາກ 03 ວັນ  ເປັນ 10 ວັນ ແລະ ສາມາດເດີນທາງໄປຕໍ່ໄດ້ອີກ 3 ແຂວງຕິດຈອດກັນ. ຕາມສະຖິຕິໃນ 4 ເດືອນຕົ້ນປີນີ້, ລາວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນັກທ່ອງທ່ຽວຈີນມີຈຳນວນຢ່າງໜ້ອຍ 351.000 ຄົນ, ເຮັດໃຫ້ຈີນເປັນແຫລ່ງນັກທ່ອງທ່ຽວຕ່າງປະເທດໃຫຍ່ອັນດັບ 3 ຂອງລາວຮອງຈາກໄທ ແລະ ຫວຽດນາມຕາມລໍາດັບ. ຈຳນວນນັກທ່ອງທ່ຽວຈາກທຸກປະເທດອາຊຽນ ເພີ່ມຂຶ້ນເປັນ 862.000 ກວ່າຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ແຕ່ເຖິງແນວໃດກໍດີ ສປປ ລາວ ໄດ້ຕັ້ງເປົ້າຫມາຍໄວ້ວ່າພາຍໃນປີ 2024 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ, ສ້າງລາຍຮັບໃຫ້ໄດ້ຢ່າງໜ້ອຍ 300-400 ລ້ານໂດລາ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top