ລະວັງ! 5 ພະຍາດທີ່ມາກັບລະດູຝົນ

08/07/2024 10:01
Email Print 450
ຂປລ ເມື່ອລະດູແລ້ງໝົດໄປແລ້ວກ້າວເຂົ້າສູ່ລະດູຝົນ ອາກາດເລີ່ມປຽກຊຸມຫລາຍຂຶ້ນການປ່ຽນແປງຂອງສະພາບອາກາດນີ້ ເປັນສາເຫດເຮັດໃຫ້ພະຍາດຕ່າງໆສາມາດແພ່ ແລະ ຂະຫຍາຍຕົວໄດ້ງ່າຍ ແລະ ວ່ອງໄວ.

    *ເມື່ອລະດູແລ້ງໝົດໄປແລ້ວກ້າວເຂົ້າສູ່ລະດູຝົນ ອາກາດເລີ່ມປຽກຊຸມຫລາຍຂຶ້ນການປ່ຽນແປງຂອງສະພາບອາກາດນີ້ ເປັນສາເຫດເຮັດໃຫ້ພະຍາດຕ່າງໆສາມາດແພ່ ແລະ ຂະຫຍາຍຕົວໄດ້ງ່າຍ ແລະ ວ່ອງໄວ ຂະນະທີ່ໃນເວລາຮ່າງກາຍເຮົາອ່ອນເພຍກໍຕິດເຊື້ອພະຍາດໄດ້ໂດຍສະເພາະເວລາທີ່ຮ່າງກາຍຖືກນໍ້າຝົນ. ສະນັ້ນ ຄໍລໍາສຶກສາຫາຄວາມຮູ້ຈະນໍາສະເໜີພະຍາດທີ່ມາກັບລະດູຝົນໃຫ້ທ່ານຜູ້ອ່ານຮູ້ ເພື່ອຫາວິທີແກ້ໄຂໃຫ້ທັນເວລາມີຄື: ພະຍາດຕິດຕໍ່ໃນລະບົບອາຫານ: ພະຍາດຖອກທ້ອງ, ທ້ອງບິດ, ອາຫານເປັນພິດ ເຊິ່ງພະຍາດເຫລົ່ານີ້ ເກີດຈາກການກິນອາຫານທີ່ເປີເປື້ອນຂອງເຊື້ອຈຸລິນຊີ ຈຶ່ງເປັນສາເຫດໃຫ້ເກີດພະຍາດຕິດຕໍ່ໃນລະບົບອາຫານໃນລໍາໄສ້ຄົນທີ່ເປັນພະຍາດນີ້ ຈະມີອາການເຈັບທ້ອງ, ຖ່າຍເປັນນໍ້າ, ມີອາການໄຂ້, ຖ້າຕິດເຊື້ອພະຍາດທ້ອງບິດຈະຖ່າຍເປັນມູກມີເລືອດປົນເວລາຖ່າຍໜັກ ໄດ້ດັ່ງນັ້ນໃນລະດູຝົນເຮົາຄວນເລືອກກິນອາຫານສຸກ, ສະອາດ, ປຸງແຕງໃໝ່ໆ.

    ພະຍາດທີ່ຕິດເຊື້ອທາງບາດແຜ ແລະ ຜິວໜັງ: ພະຍາດຍ່ຽວໜູ ເຊິ່ງອາການຫລັກໆຂອງພະຍາດ ແມ່ນໄຂ້ຂຶ້ນສູງມີອາການຊັກ, ເຈັບຫົວປວດເມື່ອຍຕາມຮ່າງກາຍ ໂດຍສະເພາະບໍລິເວນແຂ່ງ, ຂາ, ນິ້ວຕີນ, ນິ້ວມືຖ້າເປັນຮຸນແຮງອາດຊັອກໄດ້ ພະຍາດນີ້ມັກເກີດໃນເຂດທີ່ມີນໍ້າຖ້ວມ ແລະ ພື້ນທີ່ມີໜູຫລາຍ. ພະຍາດທາງເດີນຫາຍໃຈ: ພະຍາດໄຂ້ຫວັດໃຫຍ່, ຄໍອັກເສບ, ປອດອັກເສບ, ປອດບວມ  ໂດຍສະເພາະ ປັດຈຸບັນນີ້ ມີການລະບາດຂອງໄຂ້ຫວັດໃຫຍ່ໃນທົ່ວປະເທດ  ແລະ ພະຍາດໄຂ້ຫວັດນົກ ທີ່ມີສັດປີກເປັນ ພາຫະນະນໍາເຊື້ຶອ  ແລະ  ເຊື້ອອາດມີການຂ້າມສາຍພັນກັບເຊື້ອໄຂ້ຫວັດໃຫຍ່ ໃນຄົນ  ໂດຍພະຍາດນ້ີ ມັກລະບາດໃນລະດູຝົນ. ພະຍາດຕິດຕໍ່ທີ່ເກີດຈາກຍຸງ:  ໄຂ້ມາເລເລຍ  ແມ່ນຍຸງທີ່ຢູ່ໃນປ່າເປັນພາຫະນະນໍາເຊື້ອຄົນທ່ີຕິດເຊື້ອພະຍາດນີ້ ຈະມີອາການໄຂ້ສູງໜາວ ສັ່ນ,  ເນື່ອງຈາກເມັດເລືອດແດງແຕກ ຖ້າເປັນຊະນິດຮຸນແຮງອາດໝາກໄຂ່ຫລັງຊຸດໂຊມ, ຕັບອັກເສບ, ປອດຜິດປົກກະຕິ  ແລະ ມີການຜິດປົກກະຕິທາງສະໝອງທີ່ມັກເອີ້ນວ່າ ມາເລເລຍຂຶ້ນສະໝອງ.

   ພະຍາດຕາແດງ:  ເກີດຈາກເຊື້ອໄວຣັດ ທີ່ຢູ່ໃນນໍ້າເປື້ອນເຂົ້າຕາ ນອກຈາກນີ້ ສິ່ງທີ່ຕ້ອງລະວັງໃນລະດູຝົນຄືປັນຫານໍ້າໃນບໍລິເວນນີ້ວຕີນ, ນີ້ວມືສາເຫດມາຈາກການແຊ່ນໍ້າເປື້ອນເປັນເວລາດົນ ເຮັດໃຫ້ຜິວໜັງເປັນຕຸ່ມແດງ  ແລະ ອັນຕະລາຍຈາກສັດມີພິດ  ເຊັ່ນ: ງູ, ຂີ້ເຂັບ,  ແມງເງົາ  ທ່ີມາອາໄສຢູ່ໃນບ້ານເຮືອໃນເວລາຝົນຕົກ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top