ສປຈີນ ມີເຄືອຂ່າຍ 5 ຈີ ທົ່ວປະເທດ ຫລາຍກວ່າ 90%

08/07/2024 19:52
Email Print 281
ຂປລ ປັດຈຸບັນ ສປຈີນ ມີເຄືອຂ່າຍ 5 ຈີ ຢູ່ທຸກເມືອງ ທົ່ວປະເທດ ລວມເຖິງ ໝູ່ບ້ານ ຫລາຍກວ່າ 90%.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ ອຸດສາຫະກໍາ ​ແລະ ​ເຕັກ​ໂນ​ໂລ​ຊີ ສື່ສານ ຂອງ ຈີນ ​ເປີດ​ເຜີຍ​ວ່າ: ​ປັດຈຸບັນ ສປຈີນ ມີ​ເຄືອ​ຂ່າຍ 5 ຈີ​  ຢູ່ທຸກ​ເມືອງ ທົ່ວ​ປະ​ເທດ ລວມ​ເຖິງ​ ໝູ່​ບ້ານ ຫລາຍ​ກວ່າ 90%.ໂດຍ ​ຈີນ ​ໄດ້​ສ້າງ​ເຄືອ​ຂ່າຍ​ ຂໍ້​ມູນ ​ແລະ ການ​ສື່ສານ ຊັ້ນ​ນໍາ​ ລະດັບ​ໂລກ , ​ໂດຍ​ມີ​ ສະຖານີຖານ 5 ຈີ ຈໍານວນ 3,84 ລ້ານ​ແຫ່ງ, ​ກວມ​ເອົາ​ ມູນ​ຄ່າ ​ຫລາຍກວ່າ 60% ຂອງ​ ສະຖານີ​ຖານ 5 ຈີ ທັງ​ໝົ​ດ ທົ່ວ​ໂລກ.

ເຈົ້າໜ້າທີ່ກ່ຽວຂ້ອງ ລະບຸວ່າ ນັບຕັ້ງແຕ່ຈີນ ໄດ້ອອກໃບອະນຸຍາດ 5 G ສໍາລັບ ການໃຊ້ງານ ​ເຊິ່ງການ​ຄ້າ ຊຸດ​ທຳ​ອິດ ​ໃນໄລຍະ 5 ປີ​ຜ່ານມາ ກ່ອນ ເຕັກ​ໂນ​ໂລ​ຊີ ​ໄດ້​ຖືກນໍາ​ມາ​ໃຊ້ ບູລະນະ​ ​ເຂົ້າ​ກັບ ດ້ວຍຫລາກ​ຫລາຍ ພາກສ່ວນ​ ເຊັ່ນ: ອຸດສາຫະກຳ ​ພະລັງງານ, ການ​ເຮັດ ​ບໍ່​ແຮ່, ບໍລິການ ​ດູ​ແລ ​ສຸຂະພາບ  ​ແລະ ການ​ສຶກສາ, ​ໂດຍ​ມີ​ ການ​ສົ່ງ​ເສີມ ​ແລະ ການ​ໝູນໃຊ້ ​ໃນ​ວົງ​ກວ້າງ. ​ໃນ​ຂະນະ​ທີ່ ຈີນ ​ໄດ້​ສ້າງ​ ໂຮງງານ 5 ຈີ ຈຳນວນ 300 ​ແຫ່ງ ​ແລະ ​ເປີດ​ຕົວ​ ໂຄງການ ປະໝູນໃຊ້ 5 ຈີ​ ກັບ ອິນ​ເຕີ​ເນັດ ອຸດສາຫະກຳ ຫລາຍ​ກວ່າ 13.000 ​ໂຄງການ. /

KPL

ຂ່າວອື່ນໆ

ads
ads

Top