ບໍລິສັດ ໄຟຟ້າປາກແບ່ງ ຈຳກັດ ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

04/10/2024 10:21
Email Print 254
ຂປລ ວັນທີ 2 ຕຸລາ 2024 ຜ່ານມາ, ບໍລິສັດ ໄຟຟ້າປາກແບ່ງ ຈຳກັດ ໄດ້ມອບເງິນຊ່ວຍເຫລືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຈຳນວນ 200 ລ້ານກີບ ໂດຍຜ່ານກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຊ່ວຍໃຫ້ເຂດປະສົບໄພນໍ້າຖ້ວມໄດ້ກໍ່ສ້າງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ, ຕາງໜ້າຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ບໍລິສັດ ໄຟຟ້າປາກແບ່ງ ຈຳກັດ ໄດ້ມອບເງິນຊ່ວຍເຫລືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຈຳນວນ 200 ລ້ານກີບ ໂດຍຜ່ານກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຊ່ວຍໃຫ້ເຂດປະສົບໄພນໍ້າຖ້ວມໄດ້ກໍ່ສ້າງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ, ຕາງໜ້າຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດໄຟຟ້າປາກແບ່ງ ຈຳກັດ ແລະ ຍ້ອງຍໍຊົມເຊີຍບໍລິສັດ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ຄວາມຊ່ວຍເຫລືອແກ່ປະຊາຊົນລາວໃນຕະຫລອດໄລຍະຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈມາຍັງຜູ້ຖືຮຸ້ນໃນບໍລິສັດດັ່ງກ່າວ ເຊິ່ງປະກອບມີ: ກຸ່ມບໍລິສັດໄຊນາຕ້າຖັງ ຈຳກັດ, ບໍລິສັດກັລ໌ຟ (GULF) ໂດຍທ່ານລັດຖະມົນຕີໄດ້ເຊື່ອໝັ້ນວ່າ ພາຍໃຕ້ການຊ່ວຍເຫລືອຂອງທຸກຝ່າຍ, ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈະສາມາດຟື້ນຟູການຜະລິດ ແລະ ການດຳລົງຊີວິດແບບປົກກະຕິໂດຍໄວ.

ໃນພິທີ, ຜູ້ອຳນວຍການຂອງບໍລິສັດ ໄຟຟ້າປາກແບ່ງ ຈຳກັດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວຈາກກຸ່ມບໍລິສັດໄຊນາຕ້າຖັງ ຈຳກັດ ແລະ ບໍລິສັດກັລ໌ຟ (GULF) ໄປເຖິງປະຊາຊົນຜູ້ໄດ້ຮັບຜົນກະທົບ ໂດຍຜ່ານກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມທັງໄດ້ໃຫ້ຄວາມເຫັນວ່າ ບໍລິສັດ ໄຟຟ້າ ປາກແບ່ງ ຈຳກັດ ມີຄວາມຍິນດີທີ່ຈະຮ່ວມມືກັບພາກສ່ວນຕ່າງໆໃນລາວ ເພື່ອຊ່ວຍໃຫ້ປະຊາຊົນຜ່ານຜ່າວິກິດການໃນຄັ້ງນີ້ ແລະ ໃຫ້ເຂດປະສົບໄພໄດ້ກໍ່ສ້າງ ແລະ ຟື້ນຟູຫລັງເກີດໄພພິບັດ, ສາມາດຜະລິດ ແລະ ດຳລົງຊີວິດແບບປົກກະຕິ.

ເມື່ອບໍ່ດົນມານີ້, ບໍລິສັດ ໄຟຟ້າປາກແບ່ງ ຈຳກັດ ກໍໄດ້ຕິດຕາມຢ່າງໃກ້ຊິດກ່ຽວກັບຜົນກະທົບທີ່ເກີດຂຶ້ນຈາກພາຍຸ ພາພິຣຸນ (Prapiroon), ພາຍຸຢາກິ (Yagi) ແລະ ພາຍຸດີເປຣຊັນອື່ນໆ (tropical depressions), ພ້ອມທັງໄດ້ໃຊ້ມາດຕະການປ້ອງກັນ ແລະ ແກ້ໄຂຜົນກະທົບຂອງຝົນຕົກໜັກ ແລະ ໄພນໍ້າຖ້ວມ, ບໍລິສັດປາກແບ່ງໄດ້ຕິດຕາມ ແລະ ສະໜັບສະໜູນລັດຖະບານລາວ ໃນການແກ້ໄຂໄພພິບັດຕ່າງໆ ແລະ ໄດ້ບໍລິຈາກເຄື່ອງຊ່ວຍເຫລືອ ໃຫ້ແກ່ແຂວງຫລວງນໍ້າທາ ເຊິ່ງເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກໄພນໍ້າຖ້ວມ ຄັ້ງນີ້.

KPL

ຂ່າວອື່ນໆ

ads
ads

Top