ກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 19

06/10/2024 22:09
ຂປລ ກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 19 ໄດ້ໄຂຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ປະເທດຝຣັ່ງ ໂດຍມີ ທ່ານ ເອັມມານຸຍແອນ ມາຄຣົງ,ປະທານາທິບໍດີຝຣັ່ງ ແລະ ພາກສ່ວນ ທີ່ກ່ຽຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ 19 ໄດ້ໄຂຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ປະເທດຝຣັ່ງ ໂດຍມີ ທ່ານ ເອັມມານຸຍແອນ ມາຄຣົງ, ປະທານາທິບໍດີຝຣັ່ງ ແລະ ພາກສ່ວນທີ່ກ່ຽຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ປະດິດຄິດສ້າງ, ປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງ ບົດບາດຂອງພາສາ ຝລັ່ງ ໃນເວທີປສາກົນ”, ເພື່ອສຸມໃສ່ ບັນດາບັນຫາສຳຄັນ, ພິເສດແມ່ນການປົກປັກຮັກສາ ແລະ ພັດທະນາພາສາ ຝລັ່ງ ເວົ້າສະເພາະ ແລະ ປະຊາຄົມພາສາ ຝລັ່ງ ເວົ້າລວມ. ເນື່ອງໃນໂອກາດນີ້, ປະຊາຄົມທີ່ນຳໃຊ້ພາສາ ຝລັ່ງ ໄດ້ຕ້ອນຮັບສອງສະມາຊິກໃໝ່ ນັ້ນແມ່ນ ສ.ການາ ແລະ ສ. Cyprus. ສຳລັບ ອົງການພາສາ ຝຣັ່ງ ສາກົນ ລວມມີ 88 ປະເທດ ແລະ ເຂດແຄ້ວນ. ປະຊາຄົມ ທີ່ນຳໃຊ້ພາສາ ຝຣັ່ງ ແມ່ນໜຶ່ງ ໃນບັນດາອົງການ ທີ່ມີຜົນກະທົບ ຢ່າງໃຫຍ່ຫລວງ ໃນທົ່ວ 5 ທະວີບ, ດ້ວຍຈຳນວນກວ່າ 320 ປະເທດເວົ້າພາສາ ຝຣັ່ງ ແລະ ກໍແມ່ນ ພາສາທີ່ໃຊ້ຫລາຍ ອັນດັບທີ 5 ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top