ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

05/07/2024 17:37
Email Print 781
ຂປລ ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ທີ່ໄດ້ນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມ ຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາສູ່ປະຊາຊົນລາວບັນດາເຜົ່າ. ພ້ອມກັນນີ້, ຍັງເປັນໂອກາດດີໃຫ້ແກ່ສະພາແຫ່ງຊາດ ກໍຄື ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໄດ້ແລກປ່ຽນບົດຮຽນກ່ຽວກັບ ການປັບປຸງ ລັດຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ ແລະ ສະຫາຍ ໂຕ ເລິມ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ. ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງມີຜົນສໍາເລັດຢ່າງຈົບງາມ.

ໃນໂອກາດນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ຊາບ ຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ, ລາຍງານໂດຍຫຍໍ້ຜົນສໍາເລັດສຳມະນາວິທະຍາສາດກ່ຽວກັບ ການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ການພົບປະສອງຝ່າຍກັບ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ການເມືອງ

      ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

      10/25/2024 3:24:43 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ

    • ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນການເມືອງ

      ລັດຖະມົນຕີ ກະຊວງ ຜທ ຊຸກຍູ້ ວຽກງານ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

      10/25/2024 3:15:45 PM

      ຂປລ. ​ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນ ຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດ ເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຄະນະ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

ads
ads

Top