ນ້ຳຖ້ວມຂັງ ຫລາຍຈຸດ ຢູ່ ນວ ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນບໍ່ສະດວກ

03/07/2024 14:20
Email Print 243
ຂປລ ຂປລ. ໄລຍະລະດູຝົນນີ້, ເຂດພື້ນທີ່ຕໍ່າຫລາຍຈຸດ, ລວມທັງເສັ້ນທາງບາງເສັ້ນ ຢູ່ນະຄອນຫລວງວຽງຈັນ (ນວ) ເກີດມີນ້ຳຖ້ວມຂັງ ເປັນປະຈຳ ໂດຍສະເພາະ ໃນວັນທີ 3 ກໍລະກົດ 2024 ນີ້, ເນື່ອງຈາກວ່າ ມີຝົນຕົກໜັກ ຫລາຍຊົ່ວໂມງ ຕິດຕໍ່ກັນ ຈຶ່ງກໍ່ໃຫ້ເກີດ ນ້ຳຖ້ວມຂັງ ຢູ່ຫລາຍເຂດ ເປັນຕົ້ນ ເສັ້ນທາງ ນັບແຕ່ ສີ່ແຍກໄຟແດງ ດົງນາໂຊກ ຫາ ວັດຈອມໄຕ, ເສັ້ນທາງເຂດບ້ານສີໄຄ-ໜອງໜ່ຽວ-ໜອງແຕ່ງ, ເສັ້ນທາງດົງນາທອງ ແລະ ເສັ້ນທາງເຂດປາກທ້າງ ເມືອງສີໂຄດຕະບອງ



ຂປລ. ໄລຍະລະດູຝົນນີ້, ເຂດພື້ນທີ່ຕໍ່າຫລາຍຈຸດ, ລວມທັງເສັ້ນທາງບາງເສັ້ນ ຢູ່ນະຄອນຫລວງວຽງຈັນ (ນວ) ເກີດມີນ້ຳຖ້ວມຂັງ ເປັນປະຈຳ ໂດຍສະເພາະ ໃນວັນທີ
3 ກໍລະກົດ 2024 ນີ້, ເນື່ອງຈາກວ່າ ມີຝົນຕົກໜັກ ຫລາຍຊົ່ວໂມງ ຕິດຕໍ່ກັນ ຈຶ່ງກໍ່ໃຫ້ເກີດ ນ້ຳຖ້ວມຂັງ ຢູ່ຫລາຍເຂດ ເປັນຕົ້ນ ເສັ້ນທາງ ນັບແຕ່ ສີ່ແຍກໄຟແດງ ດົງນາໂຊກ ຫາ ວັດຈອມໄຕ, ເສັ້ນທາງເຂດບ້ານສີໄຄ-ໜອງໜ່ຽວ-ໜອງແຕ່ງ, ເສັ້ນທາງດົງນາທອງ ແລະ ເສັ້ນທາງເຂດປາກທ້າງ ເມືອງສີໂຄດຕະບອງ ເຮັດໃຫ້ການສັນຈອນໄປ-ມາ ບໍ່ສະດວກ, ບາງເຂດບໍ່ສາມາດທຽວທາງໄດ້ ແລະ ບາງເຂດ ນ້ຳໄດ້ໄຫລເຂົ້າຖ້ວມເຮືອນປະຊາຊົນ.



ສາເຫດ ທີ່ພາໃຫ້ເກີດນ້ຳຖ້ວມຂັງ, ນອກຈາກເກີດ ຍ້ອນຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ແລ້ວ, ອາດເກີດຈາກຮ່ອງລະບາຍນ້ຳ ຢູ່ເຂດດັ່ງກ່າວຕັນ
, ນ້ຳໄຫລບໍ່ສະດວກ. ຢ່າງໃດກໍຕາມ, ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບ ໄດ້ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງໄປສຳຫລວດ, ກວດກາ ເບິ່ງຕົວຈິງ ແລະ ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ບັນຫານ້ຳຖ້ວມຂັງ ຢູ່ເຂດດັ່ງກ່າວ ກໍຄື ຢູ່ ນະຄອນຫລວງວຽງຈັນ ແນໃສ່ເຮັດໃຫ້ການດຳລົງຊີວິດ ຂອງປະຊາຊົນ ລວມເຖິງ ການສັນຈອນໄປ-ມາ ກໍຄື ການໃຊ້ລົດ, ໃຊ້ຖະໜົນ ຂອງປະຊາຊົນ ຜ່ານເຂດດັ່ງກ່າວ ໄປ-ມາ ໄດ້ສະດວກສະບາຍ ແລະ ເປັນປົກກະຕິ.

 

ໃນລະດູຝົນນີ້
, ຮຽກຮ້ອງໃຫ້ ປະຊາຊົນ ນະຄອນຫລວງວຽງຈັນ ກໍຄື ຜູ້ໃຊ້ລົດ, ໃຊ້ຖະໜົນ ໃຫ້ມີສະຕິລະວັງຕົວ ເສັ້ນທາງເຂດໃດ ທີ່ເກີດມີນ້ຳຖ້ວມຂັງ ກໍໃຫ້ຫລີກລ່ຽງ, ໃຫ້ນໍາໃຊ້ເສັ້ນທາງອື່ນແທນ ເພື່ອຫລີກລ່ຽງຜົນເສຍຫາຍທີ່ຈະຕາມມາ ເປັນຕົ້ນ ລົດດັບກາງທາງ, ພາຫະນະແປ່ເພ ເສຍຫາຍ ແລະ ອື່ນໆ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top