ສິງກະໂປ ສົ່ງເສີມໄວໜຸ່ມລຸ້ນໃໝ່ ບໍລິຈາກເລືອດ

05/07/2024 18:22
Email Print 299
ຂປລ ອົງການ ວິທະຍາສາດ ສຸຂະພາບ ແລະ ສະພາກາແດງ ຂອງ ສິງກະໂປ ໄດ້ເລີ່ມຕົ້ນ ແຜນລິເລີ່ມຮ່ວມ ເພື່ອສົ່ງເສີມ ໄວໜຸ່ມ ລຸ້ນໃໝ່ ໃຫ້ບໍລິຈາກເລືອດ ເພື່ອຕອບສະໜອງ ຄວາມຕ້ອງການ ທີ່ເພີ່ມຂຶ້ນ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ ວິທະຍາສາດ ສຸຂະພາບ ​ແລະ ສະພາກາ​ແດງ ຂອງ ​ສິງກະ​ໂປ ​ໄດ້ເລີ່​ມຕົ້ນ ​ແຜນ​ລິເລີ່​ມຮ່ວມ ​ເພື່ອ​ສົ່ງ​ເສີມ​ ໄວໜຸ່ມ ​ລຸ້ນ​ໃໝ່ ໃຫ້ບໍລິຈາກ​ເລື​ອດ ​ເພື່ອ​ຕອບ​ສະໜອງ ຄວາມ​ຕ້ອງການ ທີ່​ເພີ່ມ​ຂຶ້ນ.

          ແຜນ​ລິເລີ່​ມ ຢຸດ​ທິອິນ​ສະ​ປາຍ​” ( YouthInspired) ​ເພື່ອສົ່ງ​ເສີມ​ໄວໜຸ່ມ ລຸ້ນ​ໃໝ່ ນັບແຕ່ ອາຍຸ 16-25 ປີ ຈໍານວນ 500 ຄົນ ໃຫ້ເຂົ້າ​ຮ່ວມ ​ກິດຈະກຳ ບໍລິຈາກເລືອດ ​ແລະ ຊັກ​ຊວນ​ເພື່ອນ ແລະ  ຄົນ​ຮູ້ຈັກ ໃຫ້ໄປບໍລິຈາ​ກ​ເລືອດ ​ໃນ​ໄລຍະ 5 ປີ ຕໍ່ໜ້າ. ນອກນັ້ນ ສະພາ ກາ​ແດງ ສິງກະ​ໂປ ຄາດ​ວ່າ ການເຄຶ່ອນໄຫວ ດັ່ງກ່າວ ຈະ​ມີໄວໜຸ່ມ ເຂົ້າຮ່ວມ​ບໍລິຈາກ ຈຳນວນ 15% ​ໃນ​ປັດຈຸບັນ ເພີ່ມຂຶ້ນ​ເປັນ 25% ​ໃນ​ປີ 2030./

 

 

 

KPL

ຂ່າວອື່ນໆ

ads
ads

Top