ຂປລ
ສປຈີນ ໄດ້ເປີດ ເສັ້ນທາງດ່ວນ ສາຍປັກກິ່ງ-ອາວີຊຽນ ຢູ່ນະຄອນ ຫລວງປັກກິ່ງ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ເພື່ອຈະຊ່ວຍຫລຸດ ໄລຍະເວລາ ການເດີນທາງ ຕາມ ຖະໜົນ ຈາກ ທາງແຍກ , ຍົກລະດັບ ຈາວິນຈວງ ເທິງຖະໜົນ ວົງແຫວນສາຍທີ 6 ທາງພາກຕາເວັນຕົກ ຂອງ ປັກກິ່ງ ໄປຍັງ ພູຫລິງຊານ ຈາກ 2 ຊົ່ວໂມງ ເຫລືອພຽງ 45 ນາທີ.
ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ສປຈີນ ໄດ້ເປີດ ເສັ້ນທາງດ່ວນ ສາຍປັກກິ່ງ-ອາວີຊຽນ ຢູ່ນະຄອນ ຫລວງປັກກິ່ງ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ເພື່ອຈະຊ່ວຍຫລຸດ ໄລຍະເວລາ ການເດີນທາງ ຕາມ ຖະໜົນ ຈາກ ທາງແຍກ , ຍົກລະດັບ ຈາວິນຈວງ ເທິງຖະໜົນ ວົງແຫວນສາຍທີ 6 ທາງພາກຕາເວັນຕົກ ຂອງ ປັກກິ່ງ ໄປຍັງ ພູຫລິງຊານ ຈາກ 2 ຊົ່ວໂມງ ເຫລືອພຽງ 45 ນາທີ. ນອກຈາກນີ້ ເສັ້ນທາງດ່ວນສາຍນີ້ ຍັງຈະຊ່ວຍ ຫລຸດຜ່ອນ ຄວາມແອອັດ ຂອງ ການຈາລະຈອນ ທັງພາກຕາເວັນຕົກ ສຽງເໜືອ ແລະ ພາກຕາເວັນຕົກສຽງໃຕ້ ຂອງປັກກິ່ງ, ພ້ອມທັງ ມີສ່ວນ ຊ່ວຍຊຸກຍູ້ ການບັນເທົາ ໄພພິບັດ ໃນເຂດພູ ຂອງ ເມືອງ ແລະ ສົ່ງເສີມການ ພັດທະນາ ໃນລະດັບພາກພື້ນ. /
KPL