5910

lv'ltrkcsj '-kf ]k;{s;Pfok, le,tok;y mtpklkfdkoxa [x5 ']a f4tme,to6 o ra d{]a f 4n gvq kdko75 h ,7v'{xq dxa dIa dlk xk c]t la foE gxa o;Pdle7a o sq ;|h k vvxl 3vh ]q ,rtoa d'ko vq 'dkowvptdkoxt-k-q o c0;'[= ]y 7ew- [i6 wofki6 -k]k, lt|a [lt|6 odkogxa o xtmko vk-Po 0v' lxx ]k; .oxu 2024 dt-;'p5 8y me g-n j v,-b ,,t8y dv'xt-5 ,7q [7tot[= ]y sko'kol6 odk'ra d okpq d]a f4t,q o8u 9t1h P,1k, l ly 'dt3x 1j k'gxa omk'dko ]k; c]t dk-a dlt4ko pq dg;A o;u -k le]a [ z6 h 4n |a 'ln zj kocfodkom6 f c]t ]a f4tdko ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 05.07.2024 ປີທີ 23 ສະບັບທີ 5.966 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 Iv'xtmkoxtgmf 8h voIa [m6 flu ]a 'dk g0Q k1h P,ve]k ]k;{wm gru j ,mt;u dkorq ;ra oIj ;,,n lv'xtgmf -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ທັງສອງປະເທດ ໃນວັນທີ 4 ກໍລະ ກົດ 2024 ທີ່ນະຄອນຫລວງວຽງ ຈັນ, ສປປ ລາວ ໂດຍການເຂົ້າຮ່ວມ ຂອງສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ສະຫາຍ ຫງວຽນ ຄັກ ດິ້ງ ກໍາມະການສູນ ກາງພັກກອມມູນິດ ຫວຽດນາມ, ຮອງປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍລັດຖະມົນ ຕີ, ຮອງລັດຖະມົນຕີ ຂອງທັງສອງ ຝ່າຍເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຊຸດ ສໍາມະນາໃນຄັ້ງນີ້, ມີຄວາມໝາຍ ສໍາຄັນທີ່ສຸດແກ່ສະພາແຫ່ງຊາດ ຂປລ. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍເຫັນ ຄວາມສໍາຄັນ ແລະ ຖືເອົາການຄຸ້ມ ຄອງ, ການປົກປັກຮັກສາ, ການພັດ ທະນາ ແລະ ການນຳໃຊ້ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີ ຂປລ. ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງ ພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ຮອງປະທານປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມອຳລາຂອງທ່ານ ນາງ ຊີ.ເອ ຊາມິນດາ ໄອ. ໂຄ ລອນ ເນ (C.A. Chaminda I. Colonne) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາ ທາລະນະລັດ ສັງຄົມນິຍົມ ປະຊາທິ ປະໄຕ ສີລັງກາ ປະຈໍາ ສປປ ລາວ ໃນວັນທີ 4 ກໍລະກົດ 2024 ທີ່ນະ ຄອນຫລວງວຽງຈັນ, ໃນໂອກາດ ສຳເລັດການປະຕິບັດໜ້າທີ່ການ ທູດຢູ່ ສປປ ລາວ. ສະຫາຍ ຈະເລີນ ເຢຍປາວເຮີ (ຂວາ) ຂປລ. ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຈັດສໍາມະນາວິ ທະຍາສາດ ກ່ຽວກັບບົດຮຽນການ ປັບປຸງລັດຖະທໍາມະນູນ ເພື່ອແລກ ປ່ຽນບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງລັດຖະທຳມະນູນຂອງ ໂອກກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນ ຮັບຊົມເຊີຍ ແລະ ຕີລາຕາສູງຕໍ່ທ່ານ ນາງ ຊີ.ເອ ຊາມິນດາ ໄອ. ໂຄລອນ ເນ ທີ່ປະສົບຜົນສຳເລັດໃນການປະ ຕິບັດໜ້າທີ່ການທູດປະຈຳ ສປປ ລາວ ຊຶ່ງຕະຫລອດໄລຍະການປະ ຕິບັດໜ້າທີ່ການທູດ, ທ່ານທູດໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນອັນດີງາມທີ່ເປັນມູນເຊື້ອລະ ຫວ່າງ ສປປ ລາວ ແລະ ສີລັງກາ ທີ່ມີມາແຕ່ດົນນານ ໃຫ້ນັບມື້ມີບາດ ກ້າວຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງອວຍພອນ ໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍ ຄວາມສະຫວັດດີພາບ ແລະ ປະສົບ ຜົນສຳເລັດໃນໜ້າທີ່ໃໝ່ ອັນມີກຽດ ຂອງທ່ານ. ຂປລ.ໃນວັນທີ3 ກໍລະກົດ2024 ຜ່ານມານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ເພື່ອແລກ ປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີ ການພົວພັນ ແລະ ຮ່ວມມືລະຫວ່າງ ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບ ຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະ ເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບ ສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາ ລາມ ຈໍານວນ 300.000 ໂດລາ ສະຫະລັດຕາງໜ້າມອບ ໂດຍທ່ານ ຂປລ. ພິທີລົງນາມສັນຍາວ່າ ດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖື ໜັງສືຜ່ານແດນການທູດ ແລະ ລັດ ຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ໃນວັນທີ 04 ກໍລະກົດ 2024 ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າເຊັນໂດຍທ່ານ ບຸນເຫລືອ ພັນດານຸວົງ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat ສອງປະເທດ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະໂອ້ລົມທາງໂທລະສັບ ພະນັກງານ-ລັດຖະກອນພາຍໃນ ກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ຂປລ.ທ່ານໄຊຊະນະໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມພະນັກງານຫລັກ ແຫລ່ງ ແລະ ວິຊາການ ອົງການໄອ ຍະການປະຊາຊົນແຂວງ ແລະ ອົງ ການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະ ກົດ 2024 ທີ່ ແຂວງບໍລິຄຳໄຊ. ພາຍຫລັງໄດ້ຮັບຟັງການລາຍ ງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການວຽກງານ 6 ເດືອນທ້າຍປິ 2024 ຈາກຫົວໜ້າອົງການໄອຍະ ການປະຊາຊົນ ແຂວງບໍລິຄຳໄຊ Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະ ຖານ ປະຈຳ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ຮ່າໂນ້ຍ, ສສຫວຽດນາມ. ການລົງນາມສັນຍາສະບັບນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການອຳນວຍຄວາມສະ ດວກແກ່ການເດີນທາງເຂົ້າ-ອອກ ແລະ ການພັກເຊົາຂອງພະນັກງານ ແລະ ນັກການທູດ ຂອງລັດຖະບານ ສປປ ລາວ ແລະ ກາຊັກສະຖານ ຊຶ່ງ ກັບທ່ານ ເສດຖາ ທະວີສິນ ອີກຄັ້ງ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດທີ່ມີມາແຕ່ ດົນນານ ແລະ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງ ໃນຖານະຄູ່ຮ່ວມ ຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ການໂອ້ລົມໂທລະສັບຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທັງສອງ ປະເທດ ໄດ້ທົບທວນຄືນການຈັດຕັ້ງ ປະຕິບັດຜົນຂອງການພົບປະສອງ ຝ່າຍ ລະຫວ່າງ ສອງນາຍົກລັດຖະ ມົນຕີ ລາວ-ໄທ ຄັ້ງຜ່ານມາ ເປັນຕົ້ນ ການຮ່ວມມືທາງດ້ານເສດຖະກິດ, ການອໍານວຍຄວາມສະດວກ ໃນ ການເຊື່ອມໂຍງເຊື່ອມຈອດຕາ ຂ່າຍໄຟຟ້າ ພາຍໃຕ້ໂຄງການໄຟຟ້າ ຄວາມຈໍາ ເປັນສໍາລັບຊີວິດການ ເປັນຢູ່ຂອງປະຊາຊົນລາວ ເຊິ່ງໄດ້ ກຳນົດເອົາ ວັນທີ 13 ກໍລະກົດຂອງ ທຸກໆປີເປັນ ວັນປ່ອຍປາ ແລະ ສັດ ນໍ້າແຫ່ງຊາດ ເພື່ອຄຸ້ມຄອງ, ປົກ ປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນ ຍົງ ເຊິ່ງວັນດັ່ງກ່າວຍັງກົງກັບວັນ ເກີດຂອງປະທານ ສຸພານຸວົງ ຜູ້ນໍາ ທີ່ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ຖະແຫລງຂ່າວກ່ຽວກັບ ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ທີ່ຈະມາເຖິງນີ້ໃນວັນທີ 3 ກໍລະກົດ ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ລໍເຣັນສ ວອງ (H.E. Lawrence Wong) ນາຍົກລັດຖະມົນຕີ ແຫ່ງສາທາລະ ນະລັດ ສິງກະໂປ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງຈະເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງ ເປັນທາງການ ໃນວັນທີ 9 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/07/2024 xtgmf]k; ສອງສະພາແຫ່ງຊາດ... ຮອງປະທານປະເທດ... ພັກ-ລັດ ຖືເອົາການຄຸ້ມຄອງ... ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະ ຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ. ທ່ານນາງ ສວນສະຫວັນ ວິຍະ ເກດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການ ປະຕິບັດໜ້າທີ່ການທູດຂອງທ່ານ ນາງ ແອນເນັດ ຄະນົບລັອກ ເຊິ່ງໄດ້ ປະກອບສ່ວນສຳຄັນ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານ ຕ່າງໆ ໂດຍສະເພາະວຽກງານຖະ ແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນສອງປະເທດ ລາວເຢຍລະມັນ ໃຫ້ໄດ້ຮັບການພັດທະ ນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມ ນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານ ທູດ ຈົ່ງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນສຳ ເລັດໃນການປະຕິບັດໜ້າທີ່ໃໝ່ອັນ ມີກຽດຂອງທ່ານ. ໃນໂອກາດດຽວກັນ, ທ່ານນາງ ແອນເນັດ ຄະນົບລັອກ ກໍໄດ້ສະແດງ ຄວາມຂອບໃຈມາຍັງທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳ ພັກ, ລັດຂອງສປປລາວ, ຕະຫລອດ ຮອດປະຊາຊົນລາວບັນດາເຜົ່າທີ່ ໄດ້ ໃຫ້ການຊ່ວຍເຫລືອ, ສະໜັບສະ ໜູນ ແລະ ອຳນວຍຄວາມສະດວກ ທຸກຢ່າງຕະຫລອດໄລຍະການປະຕິ ບັດໜ້າທີ່ການທູດຂອງຕົນຈົນ ໄດ້ ຮັບຜົນສຳເລັດຢ່າງຈົບງາມ. ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ມອບ ໃບຍ້ອງຍໍໃຫ້ທ່ານນາງ ແອນເນັດ ຄະນົບລັອກ ທີ່ມີຜົນງານປະກອບ ສ່ວນຊຸກຍູ້, ຊ່ວຍເຫລືອ ແລະ ສະ ໜັບສະໜູນ ໃນວຽກງານຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ຂັນໄຊ Iv']a f4t,q o8u dt-;' 4;m 8h voIa [ 7totltrkv5 flkstdedkomj v'mj P; lx 9u o ທ່ານນາງ ສວນສະຫວັນ ວິຍະເກດ (ຂວາ) ຂປລ.ໃນວັນທີ3ກໍລະກົດ2024 ນີ້, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າ ທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນກະຊວງວັດທະນະ ທຳ ແລະ ທ່ອງທ່ຽວແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳ ການທ່ອງທ່ຽວ ສປ ຈີນ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ໃນລະຫວ່າງວັນທີ 02-07 ກໍລະກົດ 2024. ໃນໂອກາດນີ້, ທ່ານຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ ສະແດງຄວາມຍິນດີຕ້ອນຮັບທ່ານ ຈາງ ຊີຫລົງ ພ້ອມຄະນະທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນັ້ນທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ແຈ້ງໃຫ້ຊາບວ່າ ພັກ-ລັດຖະ ບານແຫ່ງສປປລາວຖືສໍາຄັນວຽກ ງານການທ່ອງທ່ຽວ ໃນການເປີດ ກວ້າງການພົວພັນຮ່ວມມືກັບພາຍ ນອກ ດ້ວຍການໂຄສະນາສົ່ງເສີມ ການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ອັນອຸດົມສົມບູນ ໂດຍສະເພາະການ ເປີດປີທ່ອງທ່ຽວລາວ 2024 ນີ້ ກໍ ໄດ້ໂຄສະນາຜ່ານຫລາຍຮູບຫລາຍ ແບບເພື່ອເຊີນຊວນນັກທ່ອງທ່ຽວ ແລະ ນັກລົງທຶນຈາກ ສປ ຈີນ ກໍຄື ນັກທ່ອງທ່ຽວ ຈາກຕ່າງປະເທດ ມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ.ໃນ ປີທ່ອງທ່ຽວລາວ 2024 ນີ້, ສປປ ລາວ ວາງເປົ້າໝາຍຈະດຶງດູດໃຫ້ ນັກທ່ອງທ່ຽວ ສປ ຈີນ ເຂົ້າມາທ່ອງ ທ່ຽວ ສປປ ລາວ ໃຫ້ໄດ້ 1,5 ລ້ານ ເທື່ອຄົນ. ສະນັ້ນ, ຈຶ່ງສະເໜີໃຫ້ບັນ ດາທ່ານຊ່ວຍຊຸກຍູ້, ໂຄສະນາ ແລະ ສະໜັບສະໜູນ ເພື່ອໃຫ້ບັນລຸຕາມ ເປົ້າໝາຍ ຫລື ເກີນເປົ້າໝາຍກໍຍິ່ງ ດີ. ພ້ອມກັນນີ້, ທ່ານຍັງໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງທີ່ສະ ພາອຸດສາຫະກຳທ່ອງທ່ຽວ ສປ ຈີນ ໄດ້ເປັນເຈົ້າການສ້າງເງື່ອນໄຂ ແລະ ລະດົມຜູ້ປະກອບການດ້ານທຸລະກິດ ການທ່ອງທ່ຽວ ຈາກ ສປ ຈີນ ເພື່ອ ມາຢ້ຽມຢາມ ແລະ ແລກປ່ຽນການ ຮ່ວມມືຕາມແຜນທີ່ກຳນົດໄວ້. ໂອກາດດຽວກັນນີ້, ທ່ານ ຈາງ ຊີຫລົງ ໄດ້ຕາງໜ້າຄະນະສະແດງ ຄວາມຂອບໃຈຕໍ່ທ່ານຮອງລັດ ຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ ກຽດຕ້ອນຮັບອັນອົບອຸ່ນ. ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ແລະຈະໄດ້ໄປຢ້ຽມຊົມ ສະຖານທີ່ທ່ອງທ່ຽວຢູ່ແຂວງວຽງ ຈັນ ແລະ ແຂວງຫລວງພະບາງ ອີກຕື່ມ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ]a f4t,q o8u u dt-;' 4;m 8h voIa [m6 fg1p]t,a o ve]k ທ່ານ ນາງ ຊີ.ເອ ຊາມິນດາ ໄອ. ໂຄລອນເນ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານຮອງປະທານປະ ເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງ ຄວາມຂອບໃຈຕໍ່ການຈັດຕັ້ງທຸກ ຂັ້ນຂອງ ສປປ ລາວ ທີ່ໄດ້ໃຫ້ຄວາມ ຮ່ວມມື ແລະ ອຳນວຍຄວາມສະ ດວກໃນໄລຍະການປະຕິບັດໜ້າທີ່ ການທູດ ປະຈຳ ສປປ ລາວ ຈົນໄດ້ ຮັບຜົນສຳເລັດເປັນຢ່າງດີ. ສປປ ລາວ ແລະ ສີລັງກາ ໄດ້ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກໍລະກົດ 1965, ເຊິ່ງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ສີລັງກາ ປັດຈຸບັນມີທ່າ ຂະຫຍາຍຕົວ ສະແດງອອກໃນການ ແລກປ່ຽນສານຊົມເຊີຍໃນໂອກາດ ວັນສໍາຄັນຕ່າງໆ ລວມເຖິງການພົບ ປະລະຫວ່າງການນໍາຂັ້ນສູງຂອງ ສອງປະເທດ ໃນໂອກາດເຂົ້າຮ່ວມ ກອງປະຊຸມສາກົນຕ່າງໆ ໂດຍສະ ເພາະພາຍຫລັງການຢ້ຽມຢາມສປປ ລາວ ຂອງປະທານລັດຖະສະພາ ສີລັງກາ ຊຶ່ງຝ່າຍລາວ ກໍໄດ້ປະກາດ ຍົກເລີກຂໍ້ຫ້າມການຂໍເອົາວີຊາກັບ ດ່ານ ຂອງພົນລະເມືອງສີລັງກາ (ມີຜົນບັງຄັບໃຊ້ໃນວັນທີ 01 ສິງ ຫາ 2018) ຊຶ່ງເປັນການປະກອບ ສ່ວນອັນສໍາຄັນໃນການສົ່ງເສີມ ແລະ ອຳນວຍຄວາມສະດວກໃນ ການໄປມາຫາສູ່ກັນ, ແຕ່ເຖິງຢ່າງ ໃດກໍຕາມເຫັນວ່າ ການພົວພັນສອງ ຝ່າຍຍັງບໍ່ທັນເປັນຮູບປະທຳຫລາຍ ປານໃດ. ພ້ອມນີ້, ສອງຝ່າຍໄດ້ຮ່ວມ ກັນລົງນາມ ແລະ ລໍຖ້າລົງນາມ ຫລາຍສັນຍາຄື: ເດືອນພຶດສະພາ 1999 ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືທາງ ດ້ານການສຶກສາ, ກິລາ, ການຄ້າ ແລະ ວັດທະນະທຳ ທີ່ ສປປ ລາວ, ເດືອນກັນຍາ 2018 ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງ ປະເທດ ສປປ ລາວ ແລະ ສີລັງກາ ທີ່ ນິວຢອກ. ສອງຝ່າຍເຫັນດີ ໂດຍ ພື້ນຖານຕໍ່ຮ່າງສັນຍາວ່າດ້ວຍການ ຍົກເວັ້ນວີຊາ ສໍາລັບບຸກຄົນຖືໜັງສື ຜ່ານແດນການທູດແລະລັດຖະບານ (ປັດຈຸບັນ ຝ່າຍສີລັງກາສະເໜີປັບ ປຸງເນື້ອໃນຮ່າງສັນຍາ ເຊິ່ງກົມ ກົງ ສູນກຳລັງຄົ້ນຄວ້າພິຈາລະນາຕໍ່ຂໍ້ ສະເໜີດັ່ງກ່າວ). ປັດຈຸບັນສີລັງກາ ໄດ້ສະເໜີເຊັນສັນຍາການຍົກເວັ້ນ ວິຊາສໍາລັບໜັງສືຜ່ານແດນທາງລັດ ຖະການ ແລະ ການທູດ ລະຫວ່າງ ສປປ ລາວ ແລະ ສີລັງກາ (ຍັງຢູ່ໃນ ຂັ້ນຕອນຄົ້ນຄວ້າພິຈາລະນາ) ອີກ ດ້ວຍ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄື ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ຕາມມະຕິ ຂອງກົມການເມືອງສູນກາງພັກວ່າ ດ້ວຍການແຕ່ງຕັ້ງຄະນະກໍາມະ ການລະດັບຊາດ ປັບປຸງລັດຖະທໍາ ມະນູນ ສະບັບປີ 2015. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ຈົ່ງພ້ອມກັນສົນທະນາ ແລະ ແລກ ປ່ຽນຄໍາເຫັນນໍາຄະນະຮັບຜິດຊອບ ຂອງ ສສ ຫວຽດນາມ ເພື່ອຍາດ ແຍ່ງເອົາບົດຮຽນ ແລະ ປະສົບການ ຈາກ ສສ ຫວຽດນາມ ຢ່າງກົງໄປ ກົງມາແນໃສ່ເຮັດໃຫ້ການປັບປຸງລັດ ຖະທໍາມະນູນ ຂອງ ສປປ ລາວ ໃຫ້ ເປັນລະບົບຄົບຊຸດກວ່າເກົ່າ. ຊຸດສໍາມະນາວິທະຍາສາດ ກ່ຽວ ກັບບົດຮຽນການປັບປຸງລັດຖະທໍາ ມະນູນນີ້, ຄະນະຜູ້ແທນສະພາແຫ່ງ ຊາດ ສສ ຫວຽດນາມ ໄດ້ບັນລະ ຍາຍເອກະສານຕ່າງໆ ທີ່ກ່ຽວຂ້ອງ ກັບການປັບປຸງລັດຖະທໍາມະນູນ ຂອງ ສສ ຫວຽດນາມ ເປັນຕົ້ນແນວ ຄິດ, ທັດສະນະຊີ້ນຳຂອງພັກກອມ ມູນິດ ຫວຽດນາມ ໃນຂະບວນການ ສ້າງລັດຖະທຳມະນູນ ປີ 2013; ການຫັນທັດສະນະໃຫ້ເປັນລະບົບ ຮອບດ້ານ, ແນວຄິດຊີ້ນຳຂອງພັກ ກ່ຽວກັບລະບອບການເມືອງ, ຫລັກ ການຈັດຕັ້ງອຳນາດລັດ, ສິດທິມະ ນຸດ, ສິດ ແລະ ພັນທະຂອງພົນລະ ເມືອງ ກຳນົດໃນລັດຖະທຳມະນູນ ປີ 2013; ການຫັນທັດສະນະໃຫ້ເປັນ ລະບົບຮອບດ້ານ, ແນວຄິດຊີ້ນຳ ຂອງພັກ ກ່ຽວກັບກົງຈັກການຈັດ ຕັ້ງກຳນົດໃນລັດຖະທຳມະນູນ ປີ 2013, ເຊິ່ງບັນດາບົດຮຽນເຫລົ່ານີ້ ຈະເປັນບົດຮຽນທີ່ມີຄວາມໝາຍ ແລະ ສໍາຄັນຫລາຍແກ່ຄະນະກໍາມະ ການລະດັບຊາດ ປັບປຸງລັດຖະທໍາ ມະນູນ ສະບັບປີ 2015 ຂອງ ສປປ ລາວ ໃນການນໍາເອົາບົດຮຽນ ແລະ ປະສົບການຂອງ ສສ ຫວຽດນາມ ໄປໝູນໃຊ້ເຂົ້າໃນການປັບປຸງລັດ ຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ເພື່ອຮັບປະກັນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງກົງຈັກການຕັ້ງຂອງພັກ, ລັດ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມ ແຂງ, ຮັບປະກັນການຮັບໃຊ້ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າຢ່າງ ແທ້ຈິງ. ຊຸດສຳມະນາໃນຄັ້ງນີ້, ຜູ້ແທນ ກອງປະຊຸມ ລາວ-ຫວຽດນາມ ໄດ້ ແລກປ່ຽນຄວາມຄິດເຫັນຢ່າງກົງ ໄປກົງມາ, ມີລັກສະນະສ້າງສັນແລະ ວິທະຍາສາດ ໂດຍສຸມໃສ່ບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງລັດ ຖະທຳມະນູນຂອງທັງສອງປະເທດ. ຜົນສຳເລັດຂອງຊຸດສຳມະນາວິ ທະຍາສາດ ກ່ຽວກັບການປັບປຸງລັດ ຖະທຳມະນູນຄັ້ງນີ້ ຈະເປັນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານທີ່ເປັນມູນເຊື້ອອັນດີງາມລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ ແລະ ເວົ້າສະເພາະການຜັນຂະຫຍາຍ ແຜນການຮ່ວມມືແລະການພົວພັນທີ່ ເປັນມູນເຊື້ອ ລະຫວ່າງສອງສະພາ ແຫ່ງຊາດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ: ທະນູທອງ, ພາບ: ຂັນໄຊ 2024 ວ່າ: ວັນປ່ອຍ ປາ ແລະ ສັດ ນໍ້າແຫ່ງຊາດ ໃນປີນີ້, ຈະຈັດຂຶ້ນ ພາຍໃຕ້ຄຳຂວັນ “ຊົມເຊີຍວັນປ່ອຍ ປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”; “ຈົ່ງພ້ອມກັນປ່ອຍ ປາ ແລະ ສັດນໍ້າ ຄືນສູ່ທໍາມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫລອດ ໄປ”; “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງປວງຊົນ ທັງຊາດ”, ເຊິ່ງຂະແໜງກະສິກໍາ ແລະ ປ່າໄມ້ ຈະໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາ ມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫລາຍກວ່າ 64 ລ້ານໂຕ, ສະເພາະຢູ່ນະຄອນຫລວງວຽງຈັນ ກະຊວງກະສິກໍາ ແລະ ປ່າໄມ້ ມີ ແຜນຈະຈັດພິທີປ່ອຍປາ ແລະ ສັດ ນໍ້າຢູ່ບ້ານຮ່ອງສຸພາບ, ເມືອງໄຊ ເສດຖາ ຄາດວ່າຈະປ່ອຍປະມານ 400.000 ໂຕ. ໃນຂະນະທີ່ ໃນປີ 2023 ຜ່ານມາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຈັດກິດຈະກຳປ່ອຍ ປາ ແລະ ສັດນໍ້າ ໄດ້ທັງໝົດ 62 ລ້ານໂຕ. ທ່ານ ລິນຄໍາ ດວງສະຫວັນ ກ່າວຕື່ມວ່າ: ໃນແຕ່ລະປີ ພວກເຮົາ ໄດ້ພ້ອມກັນຈັດກິດຈະກໍາຕ່າງໆເພື່ອ ປູກຈິດສໍານຶກ ໃຫ້ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະ ນຸລັກປາ ແລະ ສັດນໍ້າແນໃສ່ ເພີ່ມ ຄວາມອຸດົມສົມບູນ ໃຫ້ກັບທໍາມະ ຊາດ, ປົກປັກຮັກສາລະບົບນິເວດ ແຫລ່ງນໍ້າໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພ້ອມທັງຈາລຶກບຸນຄຸນຄຸນ ງາມຄວາມດີແລະ ຜົນງານອັນໃຫຍ່ ຫລວງຂອງ ປະທານ ສຸພານຸວົງ ທີ່ອຸ ທິດຕົນແກ່ພາລະກິດແຫ່ງການຕໍ່ສູ້ ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ເຊິ່ງໃນແຕ່ລະປີກໍມີ ມວນຊົນເຂົ້າຮ່ວມກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດພື້ນ. ພ້ອມນີ້, ທ່ານຍັງໄດ້ເຊີນຊວນໃຫ້ ທຸກພາກສ່ວນທັງພາກລັດ, ເອກະຊົນ ຕະຫລອດຮອດ ປະຊາຊົນລາວບັນ ດາເຜົ່າ ພ້ອມກັນຈັດພິທີປ່ອຍປາ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງ ຂອງ ແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນ ປຸກລະດົມເປັນຕົ້ນຕໍ ບົນພື້ນຖານ ປະຢັດມັດທະຍັດ ແລະ ຕ້ານການຟຸມ ເຟືອຍ, ບ່ອນໃດມີເງື່ອນໄຂກໍໃຫ້ເລີ່ມ ຈັດຕັ້ງປະຕິບັດແຕ່ດຽວນີ້ເປັນຕົ້ນ ໄປໂດຍບໍ່ໃຫ້ລໍຖ້າຮອດວັນທີ 13 ກໍລະກົດ. ພ້ອມທັງໃຫ້ຮ່ວມແຮງ ຮ່ວມໃຈພັດທະນາ, ຄຸ້ມຄອງ, ອະນຸ ລັກຮັກສາປາແລະສັດນໍ້າໃຫ້ຫລາຍ ຂຶ້ນ ໂດຍສະເພາະສຸມໃສ່ການປ່ອຍ ປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາ ມະຊາດ ເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນ ປະຊາກອນຂອງ ປາ ແລະ ສັດນໍ້າທີ່ ເປັນມໍລະດົກທາງທໍາມະຊາດຂອງ ຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນ ລູກເຊັ່ນຫລານຕະຫລອດໄປ. ພ້ອມ ທັງໃຫ້ຜູ້ປະກອບການ ແລະ ປະຊາ ຊົນລາວບັນດາເຜົ່າ ລ້ຽງປາ ແລະ ລາວ-ໄທ ເພີ່ມທະວີ... ຫົວໜ້າ ອອປສ ໂອ້ລົມ... ລາວ-ມາເລເຊຍ-ສິງກະໂປ ແລະ ການຮ່ວມມືໃນການແກ້ໄຂບັນຫາ ຢາເສບຕິດ ຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍມອບໃຫ້ກົນໄກການຮ່ວມ ມືທັງສູນກາງ ແລະ ທ້ອງຖິ່ນຮ່ວມ ມືກັນໃນການສະກັດກັ້ນ ແລະ ປາບ ປາມຢາເສບຕິດ ໂດຍໃຫ້ມີການ ແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ ເນື່ອງ, ເພີ່ມທະວີການລາດຕະເວນ ຮ່ວມກັນໃຫ້ຫລາຍຂຶ້ນແລະການສະ ໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກໍາມະການຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ (GBC) ແລະ ຄະນະ ກໍາມະການ ລາວ-ໄທ ວ່າດ້ວຍການ ຮ່ວມມື ເພື່ອຄວບຄຸມຢາເສບຕິດ ກໍຄື ຫ້ອງການປະສານງານຄວບຄຸມ ຢາເສບຕິດຕາມຊາຍແດນ (BLO) ແລະ ບັນດາແຂວງ-ຈັງຫວັດຊາຍ ແດນ ລາວ-ໄທ. ໃນໂອກາດດຽວກັນ, ທ່ານ ເສດ ຖາ ທະວີສິນ ໄດ້ແຈ້ງໃຫ້ການສະ ໜັບສະໜູນງົບປະມານ ຈໍານວນໜຶ່ງ ເພື່ອປະກອບສ່ວນສ້າງສູນຝຶກອົບ ຮົມ ແລະ ວິໄຈກາເຟຂອງສະຫະ ກອນກາເຟວັນໃໝ່ທີ່ແຂວງຫົວພັນ, ເຊິ່ງເປັນໂຄງການປູກພືດທົດແທນ ການປູກຝິ່ນ ພາຍໃຕ້ໂຄງການຮ່ວມ ມື ລະຫວ່າງກະຊວງປ້ອງກັນຄວາມ ສະຫງົບ ແລະ ຫ້ອງການສະຫະປະ ຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ. ສັດນໍ້າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນການສ້າງເສດຖະກິດ, ສ້າງ ລາຍຮັບໃຫ້ຄອບຄົວ ແລະ ປະເທດ ຊາດໃຫ້ຫລາຍຂຶ້ນ. ປັດຈຸບັນທົ່ວປະເທດມີສູນ, ສະ ຖານີທີ່ຜະລິດລູກປາຂອງລັດ 50 ກວ່າແຫ່ງ, ຟາມຜະລິດລູກປາຂອງ ເອກະຊົນ ຫລາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບ ຄົວ ມີຫລາຍກວ່າ 400 ແຫ່ງ ສາ ມາດສະໜອງແນວພັນປາໃຫ້ສັງ ຄົມໄດ້ໂດຍພື້ນຖານ 290 ລ້ານ ກວ່າໂຕ ຫລື ເທົ່າກັບ 73% ຂອງ ແຜນການ ແລະ ໃນທົ່ວປະເທດມີວັງ ສະຫງວນປາ ຫລາຍກວ່າ 1.100 ວັງ ໃນນີ້, ມີຄະນະຄຸ້ມຄອງວັງສະ ຫງວນແລ້ວ 890 ວັງ. ບັນດາສູນ ແລະ ສະຖານີດັ່ງກ່າວ, ໄດ້ຄົ້ນຄວ້າ ທົດລອງລ້ຽງ ແລະ ຂະຫຍາຍ ພັນປາ ແລະ ສັດນໍ້າພື້ນເມືອງ ໄດ້ ຫລາຍຊະນິດ ເປັນຕົ້ນ ປາເຄິງ, ປາ ກົດ, ປາເໝັ້ນ ແລະ ປາເຂັງ. ສປປ ລາວ ເປັນປະເທດທີ່ອຸດົມ ຮັ່ງມີເຕັມໄປດ້ວຍຊັບພະຍາກອນ ທໍາມະຊາດ, ຊັບໃນດິນສິນໃນນໍ້າ, ມີຊະນິດປາພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະຊະນິດປາ ທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັງ, ປາຕີນ ແລະ ຊະນິດອື່ນໆ, ເຊິ່ງຊະນິດປາດັ່ງ ກ່າວ ມີຄວາມສໍາຄັນຕໍ່ການຮັກສາ ຄວາມອຸດົມສົມບູນ ຂອງລະບົບນິ ເວດ ໃນທໍາມະຊາດ, ເປັນມໍລະດົກ ທາງທໍາມະຊາດອັນລໍ້າຄ່າຂອງ ຊາດລາວ. ຂ່າວ-ພາບ: ທະນູທອງ ແລ້ວ, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ການນຳພາ-ຊີ້ນໍາການຈັດ ຕັ້ງວຽກງານໃນໄລຍະຜ່ານມາທີ່ ແຂວງບໍລິຄຳໄຊ ສາມາດຍາດ ໄດ້ ຜົນສໍາເລັດຫລາຍດ້ານທີ່ພົ້ນເດັ່ນ. ຄຽງຄູ່ກັບຜົນສໍາເລັດນັ້ນ ຍັງມີບາງ ປັດໄຈສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ອົງການ ໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ຕ້ອງຖືສໍາຄັນ ວຽກງານ ການສຶກສາອົບຮົມການ ເມືອງ-ແນວຄິດ, ຈັນຍາບັນ, ຈັນຍາ ທໍາຂອງພະນັກງານໄອຍະການປະ ຊາຊົນ, ແບບແຜນວິທີການເຮັດ ວຽກ, ການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ລວມໄປເຖິງ ການປັບປຸງກົງຈັກການຈັດຕັ້ງ, ການປະຕິບັດໜ້າທີ່ວິຊາສະເພາະ ເປັນຕົ້ນການຕິດຕາມກວດກາທົ່ວ ໄປ, ການຂຶ້ນຖະແຫລງ ໃນທີ່ປະຊຸມ ສານ, ການແຈ້ງຕອບປະຊາຊົນ, ການຕ້ອນຮັບປະຊາຊົນ, ການໃຫ້ ຄຳປຶກສາ, ການຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ເພີ່ມທະວີ ວຽກງານກວດກາຢ່າງເປັນປົກກະ ຕິ ແລະ ອື່ນໆ. ໃນໂອກາດດຽວກັນ, ຄະນະດັ່ງ ກ່າວ ຍັງໄດ້ມອບຄອມພິວເຕີ, ເຄື່ອງ ພິມເອກະສານ 3 ຊຸດ ແລະ ງົບ ປະມານຈຳນວນໜຶ່ງໃຫ້ອົງການໄອ ຍະການປະຊາຊົນແຂວງ ແລະ ອົງ ການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ຕື່ມອີກ ເພື່ອນຳໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ. ຂ່າວ-ພາບ: ຈະເລີນສິນ

xtgmf]k; 3 05/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me de,kmy dko[a ofkgzqj k gvq k.9.lj cdh w07;k,m5 dpkdgxa odq d ບົດໂດຍ: ມາລີດາ s]kprkdlj ;o g]aj 'ra fmtok;Pd'ko8y fra oda [lyj 'c;f]h v, * ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິ ການບັນດາເຜົ່າປະຕິບັດ 03 ພາລະ ບົດບາດຂອງສະພາແຫ່ງຊາດ ລົງ ເລິກເຂດຄວາມຮັບຜິດຊອບວຽກ ງານພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ, ວຽກງານຊົນເຜົ່າສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກ ງານອື່ນໆ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດ ໝາຍຂອງວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິ 82/ສພຊ ຕິດພັນກັບ ການຍົກສູງພາລະບົດບາດການ ຕິດຕາມກວດກາ ຂອງບັນດາທ່ານ ສສຊ ແລະ ສສຂ ທີ່ສັງກັດກໍາມາ ທິການບັນດາເຜົ່າ ປະຈໍາຢູ່ເຂດ ເລືອກຕັ້ງຕ່າງໆທົ່ວປະເທດ ຕໍ່ກັບ ວຽກງານດັ່ງກ່າວ ແລະ ນໍາເອົາ ວຽກງານພັດທະນາຊົນນະບົດເຂົ້າ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 7 ແລະ ກອງປະຊຸມຮັບຮອງ ເອົົາເປັນມະຕິສະເພາະ ເພື່ອຍົກສູງ ຄວາມເອົາໃຈໃສ່ໃນວຽກງານນີ້ ໃຫ້ບັນລຸຄາດໝາຍ ທີ່ກໍານົດຕາມ ມະຕິສະພາແຫ່ງຊາດ ແລະ ມະຕິສະ ພາປະຊາຊົນແຂວງ. ພ້ອມດຽວກັນ ໃນຕໍ່ໜ້າ ກໍ່ມີຫລາຍເປົ້າໝາຍທີ່ຈະ ສຸມໃສ່ຈັດຕັ້ງປະຕິບັດໜຶ່ງໃນນັ້ນ ແມ່ນຈະສຸມໃສ່ການຕິດຕາມກວດ ກາການຈັດຕັ້ງປະຕິບັດ ບັນດາຄາດ ໝາຍ ຂອງວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິ118 / ສພຊ, ລົງວັນທີ21 ພະຈິກ2023: ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 35.000 ຄອບຄົວ, ສ້າງ ບ້ານພົ້ນທຸກ ໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້15 ເມືອງ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 33.000 ຄອບຄົວ, ສ້າງບ້ານພັດ ທະນາ ໃຫ້ໄດ້ 500 ບ້ານ, ສ້າງບ້ານ ໃຫຍ່ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດໃຫ້ໄດ້ 4 ບ້ານ, ສ້າງ ເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງຖາວອນໃຫ້ປະຊາ ຊົນ ໃຫ້ໄດ້ 1.156 ຄອບຄົວ; ຂະ ຫຍາຍກອງທຶນພັດທະນາຂັ້ນບ້ານ ຂອງເມືອງທຸກຍາກ ບ້ວງ 500 ລ້ານກີບ ໃຫ້ໄດ້ 14 ບ້ານ. ສຸດທ້າຍ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ ມີປະສິດທິຜົນກ່ອນອື່ນ ທຸກພາກສ່ວນຄວນເອົາໃຈໃສ່ປັບ ປຸງບັນຫາດ້ານບຸກຄະລາກອນຂອງ ແຕ່ລະພາກສ່ວນ ໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປະຕິບັດກົດ ໝາຍ ແລະ ລະບຽບການທີ່ພັກ-ລັດ ວາງອອກຕາມແຕ່ລະໄລຍະຢ່າງ ເຂັ້ມງວດ; ມີສະຕິຕື່ນຕົວ, ມີຄວາມ ເປັນເຈົ້າການຕໍ່ໜ້າທີ່ວຽກງານ ແລະ ຫັນປ່ຽນແນວຄິດຈິນຕະນາ ການໃຫ້ແທດເໝາະກັບສະພາບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຕົວຈິງໃນປັດຈຸບັນ. ປ່າໄມ້, ມີຕາງໜ້າຈາກ ກະຊວງ ກະສິກຳແລະ ປ່າໄມ້, ກະຊວງການ ຕ່າງປະເທດ, ຄະນະຮັບຜິດຊອບຂັ້ນ ແຂວງ-ເມືອງ ແລະ ພະນັກງານສະ ມາຄົມເຂົ້າຮ່ວມ. ໂຄງການສົ່ງເສີ່ມການປູກ ແລະ ອະນຸລັກ ເຄື່ອງປ່າຂອງດົງໃນເຂດ ຫ່າງໄກຊອກຫລີກໃນ7ບ້ານເມືອງ ຜາອຸດົມ ປະກອບມີບ້ານຫາດຄໍາ, ໃຫຍ່ນໍ້າຍາວ,ປາກຫາດ,ພູສູງ,ຕາດ ຫ້ວຍແຄງ, ປາງທອງ ແລະ ບ້ານ ຫາດດອນແກ້ວ ເຊິ່ງຈະໄດ້ຈັດຕັ້ງ ປະຕິບັດແຕ່ມື້ໄດ້ຮັບອະນຸມັດໂຄງ ການ ໄປຈົນເຖິງທ້າຍເດືອນທັນວາ ປີ 2026 ໂດຍຈຸດປະສົງຂອງໂຄງ ການ ແມ່ນສົ່ງເສີມການຜະລິດກະ ສິກໍາ ເພື່ອສ້າງລາຍຮັບຄົງທີ່ປ່ຽນ ແທນການເຮັດໄຮ່ແບບເລື່ອນລອຍ ໃຫ້ໄດ້ໂດຍພື້ນຖານ, ຍົກລະດັບການ ຄຸ້ມຄອງ ເຄື່ອງປ່າຂອງດົງຢູ່ພາຍ ໃນ 7 ບ້ານເປົ້າໝາຍໃຫ້ໄປຕາມທິດ ສີຂຽວ ແລະ ຍືນຍົງຢ່າງແທ້ຈິງ, ເສີມສ້າງຄວາມສາມາດໃຫ້ກຸ່ມເປົ້າ ໝາຍທັງແມ່ຍິງ-ຊາຍ ມີຄວາມ ສາມາດປະກອບສ່ວນໃນການບໍລິ ຫານກອງທຶນແລະນໍາພາແມ່ຍິງຂັ້ນ ບ້ານມີບົດບາດໃນການນໍາພາຄຸ້ມ ຄອງບໍລິຫານບ້ານ-ຄຸ້ມຄອງເສດ ຖະກິດຕິດພັນ ຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ໂດຍໄດ້ຮັບທຶນຈາກອົງ ການ (Fastenaktion) ປະເທດ ສະວິສເຊີແລນ. ຂະນະທີ່ເມື່ອບໍ່ດົນມານີ້, ກົມຊັບ ພະຍາກອນນ້ຳ(ກຊນ)ກະຊວງຊັບ * ປັດຈຸບັນຫລາຍທ້ອງຖິ່ນໄດ້ ເລັ່ງພັດທະນາວຽກງານທີ່ຕິດພັນ ກັບສິ່ງແວດລ້ອມ ໂດຍສະເພາະຊັບ ພະຍາກອນປ່າໄມ້, ຊັບພະຍາກອນ ນ້ຳ ດ້ວຍການສົ່ງເສີມໃຫ້ມີສ່ວນ ຮ່ວມປົກປັກຮັກສາຊັບພະຍາກອນ ເຫລົ່ານີ້ ຢູ່ທ້ອງຖິ່ນຕົນ ໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງ ທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດ ໃຫ້ສະພາບແວດລ້ອມມີຄວາມອຸ ດົມສົມບູນຍືນຍົງຕະຫລອດໄປ ທັງ ເປັນການກອບສ່ວນຍົກລະດັບການ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້70%ຂອງ ເນື້ອທີ່ທົ່ວປະເທດຕາມແຜນການ ຂອງລັດຖະບານວາງໄວ້. ດັ່ງເມື່ອບໍ່ດົນມານີ້, ທີ່ພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ມີກອງປະຊຸມຮ່ວມກັບສະມາ ຄົມສົ່ງ ເສີມຄວາມຮູ້ ເພື່ອການພັດ ທະນາຊົນນະບົດແບບມີສ່ວນຮ່ວມ ກ່ຽວກັບໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນ ເຂດຫ່າງໄກຊອກຫລີກ ພາຍໃນ 7 ບ້ານເມືອງຜາອຸດົມ ເຊິ່ງກອງປະ ຊຸມໄດ້ຜ່ານບົດບັນທຶກຄວາມເຂົ້າ ໃຈໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າຂອງດົງໃນເຂດ ຫ່າງໄກຊອກຫລີກ. ໂດຍການເປັນ ປະທານຂອງ ທ່ານ ສີບຸນເຮືອງ ພັນ ທຸລັກຫົວໜ້າພະແນກກະສິກຳ ແລະ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ) ກໍໄດ້ຈັດກອງ ປະຊຸມຮັບຮອງແຜນຄຸ້ມຄອງອ່າງ ຮັບນ້ຳ ນ້ຳມ່າ, ນ້ຳເນີນ ແລະ ແຜນ ຄຸ້ມຄອງນ້ຳໃຕ້ດິນຂອງແຂວງ ຊຽງຂວາງ ແລະ ແຂວງຫົວພັນ. ອ່າງຮັບນໍ້າ ນໍ້າມ່າ ເປັນອ່າງຮັບນໍ້າ ຂະໜາດໃຫຍ່ ເຊິ່ງຕັ້ງຢູ່ພາກຕາ ເວັນອອກສ່ຽງເໜືອຂອງ ສປປ ລາວ ແລະ ພາກຕາເວັນຕົກສ່ຽງ ເໜືອ ຂອງ ສສ ຫວຽດນາມ, ມີເນື້ອ ທີ່ທັງໝົດປະມານ28.400ກິໂລຕາ ແມັດ. ໃນນີ້, ເນື້ອທີ່ປະມານ 6.330 ກິໂລຕາແມັດ ແມ່ນນອນໃນເນື້ອທີ່ ຂອງ ສປປ ລາວ. ສາຍນໍ້າມ່າ ມີ ຄວາມຍາວປະມານ 96 ກິໂລແມັດ. ມີຕົ້ນກໍາເນີດມາຈາກທາງທິດເໜືອ ຂອງແຂວງເຊິນລາ ປະເທດຫວຽດ ນາມ ເຊິ່ງກວມເອົາ 2 ແຂວງ 8 ຊຽງຂວາງ ແລະ ຄະນະປົກຄອງ ເມືອງ 4 ເມືອງໃນແຂວງຊຽງ ຂວາງ (ເມືອງໝອກ, ເມືືອງໜອງ ແຮດ, ເມືອງຄູນ, ເມືອງຄຳ)ທີ່ອ່າງ ຮັບນ້ຳ ນ້ຳໂມ້ກວມອີກຕື່ມ. ແຫລ່ງ ຂໍ້ມູນແຂວງຊຽງຂວາງ. ສຳລັບຢູ່ແຂວງບໍລິຄຳໄຊ: ອົງການອະນຸລັກສັດປ່າ (WCS) ໂດຍການເປັນຄູ່ຮ່ວມງານກັບກອງ ຄຸ້ມຄອງປ່າສະຫງວນຂອງພະ ແນກ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ຢູ່ແຂວງບໍລິຄຳໄຊ ກຳລັງ ດຳເນີນການຈັດຕັ້ງປະຕິບັດການ ສຳຫລວດຟັງສຽງທະນີ ໃນປ່າ ປ້ອງກັນແຫ່ງຊາດນ້ຳຈາດ-ນໍ້າປັນ ເນື່ອງຈາກທະນີ ເປັນສັດທີ່ອາໄສ ຢູ່ເທິງຊັ້ນເຮືອນຍອດຂອງຕົ້ນໄມ້, ດັ່ງນັ້ນ ການມີຢູ່ຂອງທະນີໃນພື້ນທີ່ ປ່າທຳມະຊາດ ແມ່ນສາມາດສຳ ຫລວດໄດ້ໂດຍຜ່ານການຟັງສຽງ ເອີ້ນຂອງພວກເຂົາ. ຂະນະດຽວກັນ ໄດ້ມີການແບ່ງເນື້ອທີ່ຂອງປ່າປ້ອງ ກັນແຫ່ງຊາດນ້ຳຈາດ-ນ້ຳປັນອອກ ເປັນ 46 ດອນ ສຳຫລວດສີ່ຫລ່ຽມ ຈະຕຸລັດ ດອນລະ 3,3x3,3 ກິໂລ ແມັດ. ຈຸດທີ່ໃຊ້ຟັງສຽງທະນີ ໄດ້ຖືກ ສ້າງຂຶ້ນຢູ່ທີ່ລະດັບຄວາມສູງ ທີ່ສູງ ສຸດຂອງແຕ່ລະດອນ. ທີມງານສຳ ຫລວດ ຈະເຂົ້າໄປເບິ່ງຈຸດຟັງສຽງ ດັ່ງກ່າວ 4 ຄັ້ງ ຕິດຕໍ່ກັນໃນເວລາ 6:00 ໂມງເຊົ້າ ຫາ 10:00 ໂມງ ເຊົ້າ ເຊິ່ງເປັນ ເວລາທີ່ຝູງທະນີມັກ ຈະ “ຮ້ອງເພງ” ເປັນເພງອານາ ເຂດເພື່ອປະກາດຄວາມເປັນເຈົ້າ ໃນຊາຍແດນພື້ນທີ່ຂອງເຂົາເຈົ້າ ໃຫ້ກຸ່ມທະນີທີ່ຢູ່ໃກ້ຄຽງຮັບຮູ້. ການເອີ້ນນີ້ ຍັງແມ່ນກົນໄກ ເພື່ອ ສ້າງສາຍສໍາພັນທາງສັງຄົມອີກ ດ້ວຍ. ທະນີເປັນສັດທີ່ມີຄູ່ພຽງ, ໂຕ ດຽວ ແລະ ອາໄສຢູ່ເປັນຄອບຄົວ ນ້ອຍໆລະດັບ 6 ໂຕ. ສປປລາວເປັນຖິ່ນກຳເນີດຂອງ ທະນີ4ຊະນິດຄື:ທະນີແກ້ມດໍາ Black Crested Gibbon (Nomascus concolor); ທະນີແກ້ມຂາວຖິ່ນເໜືອ (N. leucogenys); ທະນີແກ້ມ ຂາວຖິ່ນໃຕ້ (N. siki); ແລະ ທະນີ ແກ້ມເຫລືອງ (N. gabriellae). ແຂວງບໍລິຄຳໄຊ ເປັນບ່ອນຢູ່ອາໄສ ຂອງທະນີແກ້ມຂາວຖິ່ນໃຕ້ ແລະ ເໜືອ ເຊິ່ງເຂດປ່ານ້ຳຈາດ-ນໍ້າປັນ, ພູສີທົນ ແລະ ພູຈອມວອຍ ເປັນ ແຫລ່ງທີ່ຢູ່ອາໄສທີ່ອຸດົມສົມບູນ ຂອງທະນີ. ການສຳຫລວດຊີວະນາ ນາພັນໃນປ່າເຫລົ່ານີ້ ຕ້ອງອາໄສ ຄວາມແຂງແຮງ ແລະ ອົດທົນຢ່າງ ຫລວງຫລາຍ, ມັນບໍ່ພຽງແຕ່ຕື່ນ ເຊົ້າ ເພື່ອເດີນທາງໄປຈຸດຟັັງສຽງ ໃນເວລາ 6:00 ໂມງເຊົ້າເທົ່ານັ້ນ, ແຕ່ຍັງຕ້ອງໄດ້ເຄື່ອນຍ້າຍໄປຕາມ ເນີນທີ່ມື່ນ ແລະ ສູງຊັນ ປະຈົມໄພ ແລະ ອື່ນໆໄປພ້ອມໆກັນ. ເມືອງໃນລາວເຮົາຄື: ແຂວງຫົວພັນ 7 ເມືອງແລະແຂວງຫລວງພະບາງ 1 ເມືອງ. ຂະນະທີ່ການສ້າງແຜນຄຸ້ມຄອງ ອ່າງຮັບນໍ້າ ນໍ້າເນີນ ກໍເປັນອີກໜຶ່ງ ອ່າງທີ່ຈັດຢູ່ໃນອ່າງຮັບນໍ້າຂະໜາດ ໃຫຍ່ ເຊິ່ງຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເນື້ອທີ່ກວມ2ແຂວງຄື: ຫົວ ພັນກວມ4ເມືອງ, ຊຽງຂວາງກວມ 4 ເມືອງ ເຊິ່ງເນື້ອທີ່ອ່າງຮັບນໍ້າ ປະ ມານກວ່າ 6.900 ກິໂລຕາແມັດ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານແຜນຄຸ້ມຄອງນ້ຳ ໃຕ້ດິນຂອງແຂວງຊຽງຂວາງ ແລະ ຫົວພັນ ເພື່ອສ້າງເປັນແຜນການ 5 ປີກ່ຽວກັບການຄຸ້ມຄອງ, ແກ້ໄຂບັນ ຫານໍ້າໃຕ້ດິນແລະກໍານົດແຜນການ ຈັດຕັ້ງປະຕິບັດ, ການຫລຸດຜ່ອນ, ການຕິດຕາມກວດກາ ເພື່ອການຄຸ້ມ ຄອງນ້ຳໃຕ້ດິນ. ຢ່າງໃດກໍດີແຜນ ຄຸ້ມຄອງອ່າງຮັບນໍ້າທີ່ກ່າວມານັ້ນ ແມ່ນເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ເປັນ ການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມກໍຄືຊັບພະຍາກອນນໍ້າ ໃຫ້ໄປຕາມທິດສີຂຽວແລະມີຄວາມ ຍືນຍົງ. ຫລັງຈາກໄດ້ຮັບຟັງການລາຍ ງານສະພາບການສ້າງແຜນຄຸ້ມ ຄອງອ່າງຮັບນໍ້າຈາກພາກສ່ວນ ກ່ຽວຂ້ອງທັງໄດ້ປຶກສາຫາລືຢ່າງ ລະອຽດ ກໍໄດ້ມີຄວາມເປັນເອກະ ພາບ ກັນລົງນາມຮັບຮອງຂັ້ນພື້ນ ຖານເອົາແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳມ່າ ແລະ ນ້ຳເນີນ ແລະ ແຜນຄຸ້ມ ຄອງນ້ຳໃຕ້ດິນຂອງແຂວງຊຽງ ຂວາງແລະແຂວງຫົວພັນ. ຂະນະທີ່ ທ່ານຮອງລັດຖະມົນຕີ ແລະ ທ່ານ ຮອງເຈົ້າແຂວງກໍໄດ້ເປັນສັກຂີພິ ຍານໃນການເຊັນຮັບຮອງແຜນຄຸ້ມ ຄອງອ່າງຮັບນ້ຳ ນ້ຳໂມ້ (ອ່າງຮັບ ນ້ຳຂະໜາດກາງ) ທີ່ລົງນາມໂດຍ ຄະນະພະແນກຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງ

RkJQdWJsaXNoZXIy MTc3MTYxMQ==