ສະຫລຸບການເຄື່ອນໄຫວວຽກງານ ສະມາຄົມນັກທຸລະກິດໜຸ່ມ ເມືອງເງິນ

04/07/2024 11:44
Email Print 293
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງເງິນ ແຂວງໄຊຍະບູລີ ສະຫລຸບການເຄື່ອນໄຫວ ວຽກງານສະມາຄົມນັກທຸລະກິດໜຸ່ມ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024

   ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງເງິນ ແຂວງໄຊຍະບູລີ ສະຫລຸບການເຄື່ອນໄຫວ ວຽກງານສະມາຄົມນັກທຸລະກິດໜຸ່ມ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໃນວັນທີ 3 ກໍລະກົດ 2024 ໂດຍການເປັນທານ ຂອງທ່ານ ແນັກຊັນ ສົມສັກ ປະທານສະມາຄົມນັກທຸລະກິດໜຸ່ມ ເມືອງເງິນ, ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ, ທ່ານ ເຕີຍ ສົມສັກ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ແຂວງໄຊຍະບູລີ ພ້ອມທັງກົມກອງ, ດ່ານສາກົນນໍ້າເງິນ, ຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ສະມາຊິກ ສະມາຄົມນັກທຸລະກິດໜຸ່ມທົ່ວເມືອງເຂົ້າຮ່ວມ.
   ທ່ານ ແນັກຊັນ ສົມສັກ ໄດ້ສະຫລຸບການເຄື່ອນໄຫວ ວຽກງານສະມາຄົມນັກທຸລະກິດໜຸ່ມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະ 1 ປີຜ່ານມາ, ເຊິ່ງສະມາມາຄົມນັກທຸລະກິດໜຸ່ມ ເມືອງເງິນ ໄດ້ເອົາໃຈໃສ່ເຄື່ອນໄຫວ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບ ເປັນຕົ້ນ ການປຸກລະດົມທຶນຮອນນໍາບັນດາບໍລິສັດ, ນັກທຸລະກິດ ແລະ ຜູ້ປະກອບການ ພາຍໃນເມືອງ ເພື່ອມາປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ເມືອງ ແລະ ຊ່ວຍເຫລືອຄອບຄົວທຸກຍາກ ເປັນເງິນ 7.200.000 ກີບ, ພ້ອມທັງຜ່ານທິດທາງແຜນການຕໍ່ໜ້າ ໂດຍຈະໄດ້ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ຈັດແບ່ງໜ້າທີ່ຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍ ໃຫ້ສອດຄ່ອງກັບວຽກງານຕົວຈິງ ເພື່ອແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ໄດ້ເດີນແມ່ນແລ່ນສະດວກ.
  ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດເຫັນ ໂດຍໄດ້ຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານສະມາຄົມນັກທຸລະກິດໜຸ່ມ ເມືອງເງິນ ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ສຸລີຍາ ແສງເດືອນ
KPL

ຂ່າວອື່ນໆ

ads
ads

Top