ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ສະໜັບສະໜູນ ຊາສຳເລັດຮູບ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ

05/07/2024 14:04
Email Print 373
ຂປລ ຂປລ. ໃນວັນທີ 5 ກໍລະກົດ 2024 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບຜະລິດຕະພັນຊາສຳເລັດຮູບ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈໍານວນ 200 ກ່ອງ ລວມມູນຄ່າ 190.800.000 ກີບ ຈາກ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ແມ່ນ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງຫົວໜ້າອະນຸກໍາມະການ ຂົນຂວາຍການຊ່ວຍເຫລືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024



ຂປລ. ໃນວັນທີ
5 ກໍລະກົດ 2024 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບຜະລິດຕະພັນຊາສຳເລັດຮູບ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈໍານວນ 200 ກ່ອງ ລວມມູນຄ່າ 190.800.000 ກີບ ຈາກ ບໍລິສັດ ລາວທີຊິກມາເນີ ການຄ້າຂາເຂົ້າ-ຂາອອກຈໍາກັດ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ແມ່ນ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງຫົວໜ້າອະນຸກໍາມະການ ຂົນຂວາຍການຊ່ວຍເຫລືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນຜູ້ຮັບ ແລະ ມອບໂດຍ ທ່ານ ນາງ ຢວນທຽນ ຜູ້ອໍານວຍການ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ.



ຜະລິດຕະພັນຊາສຳເລັດຮູບດັ່ງກ່າວ, ແມ່ນຈະນຳໄປເປັນຂອງທີ່ລະນຶກ ມອບໃຫ້ຫົວໜ້າຄະນະຜູ້ແທນ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ
57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນ ກໍລະກົດ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນເດືອນ ຕຸລາ 2024.

KPL

ຂ່າວອື່ນໆ

ads
ads

Top