6 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບລາຍຮັບໄດ້ 51 ຕື້ກວ່າກີບ

04/07/2024 12:12
Email Print 265
ຂປລ ປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນທີ່ຜ່ານມາ, ບັນດາຂະແໜງ ການ-ໜ່ວຍງານ ທີ່ປະຕິບັດໜ້າທີ່ວຽກງານ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື

   ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນທີ່ຜ່ານມາ, ບັນດາຂະແໜງ ການ-ໜ່ວຍງານ ທີ່ປະຕິບັດໜ້າທີ່ວຽກງານ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ບົນຫລັກການສອດຄ່ອງກັບລະບຽບການ ແລະ ກົດໝາຍຂອງແຕ່ລະຂະແໜງການ, ການເກັບລາຍຮັບຂອງຂະແໜງການປະຈໍາດ່ານ ປະຕິບັດໄດ້ທັງໝົດ 51 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 47%,
   ທ່ານ ພັນເອກ ໂພໄຊ ສຸລິວົງສາ ຫົວໜ້າຄະນະດ່ານສາກົນພູເກືອ ແຂວງອັດຕະປື ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສຳລັບວຽກງານການຕິດຕາມສິນຄ້າສົ່ງອອກ-ນໍາເຂົ້າ ໃນ
6 ເດືອນຜ່ານມາ ດ່ານສາກົນພູເກືອ ໄດ້ປະກອບເອກະສານ ໃຫ້ຜູ້ປະກອບການທີ່ສົ່ງອອກ ແລະ ນໍາເຂົ້າສິນຄ້າໄດ້ຫລາຍກວ່າ 2 ພັນຊຸດ, ຄິດເປັນມູນຄ່າ 110 ລ້ານກວ່າໂດລາສະຫະລັດ, ການສົ່ງອອກ-ນໍາເຂົ້າ ສິນຄ້າ ແມ່ນໄດ້ປະຕິບັດຕາມບົດບັນທຶກ ທີ່ສອງດ່ານພູເກືອ-ເບີອີ ໄດ້ເຊັນກັນໃນຜ່ານມາ ແລະ ປະຕິບັດຕາມສັນຍາການຄ້າຜ່ານແດນ ລະຫວ່າງສອງປະເທດ ແລະ ປະຕິບັດຕາມແຈ້ງການຂອງກະຊວງທີ່ກ່ຽວຂ້ອງ ແລະ ແຂວງ, ມີການກວດກາສິນຄ້າກ່ອນການສົ່ງອອກ ແລະ ນໍາເຂົ້າ ພ້ອມທັງໄດ້ມີການຢັ້ງຢືນຄວາມຖືກຕ້ອງ ຈາກຂະແໜງການ-ໜ່ວຍງານທີ່ປະຈຳຢູ່ດ່ານ, ຜ່ານການກວດກາຕົວຈິງ ໃນ 6 ເດືອນເຫັນວ່າ ສິນຄ້າທີ່ສົ່ງອອກ-ນໍາເຂົ້າແມ່ນຖືກຕ້ອງ ຕາມການອະນຸຍາດ ຂອງ ສປປ ລາວ ແລະ ມີຜູ້ມາໃຊ້ບໍລິການຜ່ານເຂົ້າ-ອອກດ່ານທັງໝົດ 133.859 ຄົນ ໃນນີ້, ຄົນແຈ້ງເຂົ້າເມືອງມີ 605.529 ຄົນ ຍິງ 103.447 ຄົນ, ເດັກ 2.941 ຄົນ ລວມມີ 45 ສັນຊາດ. ສ່ວນຄົນແຈ້ງອອກເມືອງ ມີ 606.330 ຄົນ ຍິງ 103.394 ຄົນ, ເດັກ 2.687 ຄົນ ລວມມີ 51 ສັນຊາດ.
ສຳລັບພາຫານະເຂົ້າ-ອອກຜ່ານດ່ານ ມີ
803.198 ຄັນ, ມີ 3 ສັນຊາດ ໃນນີ້, ພາຫານະແຈ້ງເຂົ້າເມືອງ ມີ 402.811 ຄັນ, ພາຫານະແຈ້ງອອກເມືອງ ມີ 40.387 ຄັນ.

ຂ່າວ: ວັດທະນາ

KPL

ຂ່າວອື່ນໆ

ads
ads

Top