ຍີ່ປຸ່ນ ປັບຂຶ້ນຄ່າຈ້າງແຮງງານສູງສຸດ ໃນຮອບ 33 ປີ

05/07/2024 18:22
Email Print 317
ຂປລ ໂດຍອ້າງຕາມ ຜົນການ ສຳຫລວດ ບໍລິສັດ ຫລາຍກວ່າ 5.200 ແຫ່ງ ຈາກ ສະຫະພາບ ແຮງງານແຫ່ງ ຍີ່ປຸ່ນ (Rengo) ກວດພົບວ່າ: ພະນັກງານ ຍີ່ປຸ່ນ ໄດ້ຮັບ ການ ປັບຂຶ້ນຄ່າຈ້າງ ສະເລ່ຍ ສູງສຸດ ໃນຮອບ 33 ປີ, ໂດຍເພີ່ມຂຶ້ນ 5,1% ຫລື ປະມານ 15.281 ເຢນ, ເປັນ ຄັ້ງທຳອິດ ນັບແຕ່ ປີ 1991 ຜ່ານມາ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ ລາຍ​ງານ ​ຈາກ ນະຄອນຫລວງ ​ໂຕ​ກຽວ​ ປະ​ເທດ ຍີ່ປຸ່ນ ​ເມື່ອ​ວັນ​ທີ 4 ກໍລະກົດ, ໂດຍອ້າງຕາມ ຜົນ​ການ ​ສຳ​ຫລວດ​ ບໍລິສັດ​ ຫລາຍ​ກວ່າ 5.200 ​ແຫ່ງ ຈາກ​ ສະຫະພາບ ​ແຮງ​ງານ​ແຫ່ງ ຍີ່ປຸ່ນ (Rengo) ກວດພົບ​ວ່າ: ພະນັກງານ ຍີ່​ປຸ່ນ ​ໄດ້​ຮັບ​ ການ ​ປັບ​ຂຶ້ນ​ຄ່າ​ຈ້າງ​ ສະ​ເລ່ຍ ສູງ​ສຸດ ​ໃນ​ຮອບ 33 ປີ, ​ໂດຍ​ເພີ່ມ​ຂຶ້ນ 5,1% ຫລື ປະມານ 15.281 ​ເຢນ, ​ເປັນ ​ຄັ້ງ​ທຳ​ອິດ ນັບແຕ່ ປີ 1991 ຜ່ານມາ.

ເຈົ້າໜ້າທີ່ກ່ຽວຂ້ອງ ລະບູວ່າ ການ​ປັບ​ຂຶ້ນ​ ຄ່າ​ຈ້າງ​ແຮງງານນີ້ ລວມເຖິງ ລະບົບ ​ອາວຸ​ໂສ ​ແລະ ການ​ປັບ​ຂຶ້ນ ​ເງິນ​ເດືອນ​ຂັ້ນ​ພື້ນຖານ. ສ່ວນ​ທຸລະ​ກິດ ​ຂະໜາດ​ນ້ອຍ ​ລົງ​ມາ ທີ່​ມີ​ ພະນັກງານ ​ໜ້ອຍ​ກວ່າ 300 ຄົນ ມີ​ການ​ປັບ​ຂຶ້ນ ຄ່າ​ຈ້າງ​ ສະ​ເລ່ຍ  4,45% ເປັນ​ ລະດັບ​ສູງ​ສຸດ​ ນັບ​ແຕ່ ​ປີ 1992 , ​ເຖິງ​ແມ່ນວ່າ ຈະ​ຍັງ​ຕໍ່າ​ກວ່າ ອັດຕາ 5,1% ​ໃນ​ບໍລິສັດ​ຂະໜາດ​ໃຫຍ່ ທີ່ມີ​ ພະນັກງານ​ ຫລາຍ​ກວ່​າ 1.000 ຄົນ​ກໍ່ຕາມ. ນອນກນັ້ນ, ຂໍ້​ມູນ​ຫລ້າ​ສຸດ​ ຂອງ​ ກະຊວງ ​ແຮງ​ງານ ຍັງ​ລະບຸ​ວ່າ: ຄ່າ​ຈ້າງ​ທີ່​ແທ້​ຈິງ ຂອງ ​ຍີ່ປຸ່ນ ​ໃນ​ເດືອນ​ເມສາ ຫລຸດ​ລົງ 0,7% ເມື່ອທຽບໃສ່ ປີຜ່ານມາ ທ່າມກາງ​ ລາຄາ​ ສິນຄ້າ​ ເພີ່ມ​ສູງ​ຂຶ້ນ ຊຶ່ງ​ຖື​ເປັນ ​ເດືອນ​ທີ 25 ຕິດ​ຕໍ່​ກັນ  ນັບ​ຕ້ັງ​ແຕ່ ມີການ ບັນທືກ ຂໍ້​ມູນ​ ໃນ​ປີ 1991. /.

 

KPL

ຂ່າວອື່ນໆ

ads
ads

Top