ຍອດຂາຍລົດໃໝ່ ໃນ ຍີ່ປຸ່ນ ຫລຸດລົງ 13,2%

04/07/2024 11:38
Email Print 166
ຂປລ ຍອດຈຳໜ່າຍ ຍານພາຫະນະໃໝ່ ໃນຍີ່ປຸ່ນ ໃນໄລຍະ 6 ເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ) ຂອງ ປີ 2024 ລວມມີ ປະມານ 2,13 ລ້ານຄັນ ຫລຸດລົງ 13,2% ເມື່ອທຽບໃສ່ ປີກາຍນີ້ , ເປັນຄັ້ງທຳອິດໃນຮອບ 2 ປີ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້ ອ້າງຕາມ ຂໍ້​ມູນ​ ຈາກ​ ກຸ່ມອຸດສາຫະກຳ ຍານພາຫະ​ນະ ຂອງ​ ຍີ່ປຸ່ນ ​ເປີດ​ເຜີຍ​ວ່າ: ຍອດ​ຈຳໜ່າຍ ຍານພາຫະນະ​ໃໝ່ ​ໃນ​ຍີ່ປຸ່ນ ​ໃນ​ໄລຍະ 6 ​ເດືອນ​ຕົ້ນ​ປີ (​ເດືອນ​ມັງກອນ-​ເດືອນ​ມິຖຸນາ) ຂອງ​ ປີ 2024 ລວມມີ ປະມານ 2,13 ລ້ານ​ຄັນ ຫລຸດ​ລົງ 13,2% ເມື່ອທຽບໃສ່ ປີ​ກາຍນີ້ ,  ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ຮອບ 2 ປີ.  ​ ສະມາຄົມ​ ຜູ້​ຜະລິດ ຍານພາຫະນະ ແລະ ລົດຈັກ ຂະໜາດນ້ອຍ ​ແຫ່ງ​ຍີ່ປຸ່ນ ​ລະບຸ​ວ່າ: ຍອດ​ຈຳໜ່າຍ ​ຍານພາຫະນະ​ ທີ່​ຈົດ​ທະບຽນ​ ຫລຸດ​ລົງ 10,7% ​ເມື່ອ​ທຽບ​ປີ​ຕໍ່​ປີ ​ເຫລືອ​ຢູ່​ທີ 1.397.651 ຄັນ , ສ່ວນ​ຍອດ​ຈຳໜ່າຍ ຍານພາຫະນະ ຂະໜາດ​ນ້ອຍ ຫລຸດ​ລົງ 17,7% ​ເຫລືອ​ 729.839 ຄັນ ​ໃນ​ໄລຍະ ​ເວລາ​ດັ່ງກ່າວທ່າມກາງ​ປັດ​ໄຈ​ ຫລາຍ​ຢ່າງ ທີ່​ສົ່ງ​ຜົນ​ໃຫ້​ ຍອດ​ຈຳໜ່າຍ ​ຫລຸດ​ລົງ ໂດຍເຈົ້າໜ້າທີ່ ຊີ້​​ແຈງ​ວ່າ ກວດ​ພົບ​ຂໍ້​ບົກ​ຜອງ​ ຂອງ​ ຂໍ້​ມູນ ການ​ທົດ​ລອງ ຍານພາຫະນະ  ​ເປັນ​ໜຶ່ງ​ໃນ​ປັດ​ໄຈ ທີ່​ ສົ່ງ​ຜົນ​ໃຫ້ ການ​ຜະລິດ ​ແລະ ການຈັດ​ສົ່ງ​ ຍານພາຫະນະ ບາງ​ລຸ້ນຕ້ອງ ຢຸດ​ຈຶ້ງ./.


KPL

ຂ່າວອື່ນໆ

ads
ads

Top