ສປຈີນ-ອາຣັບບີ ຊາອຸດິດ ເພີ່ມທະວີຮ່ວມມື ດ້ານການຄ້າ

04/07/2024 11:38
Email Print 165
ຂປລ ຈີນ ກາຍເປັນ ຈຸດໝາຍ ປາຍທາງ ຊັ້ນນໍາ ສຳລັບ ການສົ່ງອອກ ຂອງ ອາຣັບບີ ຊາອຸດິດ ເມື່ອເດືອນ ເມສາປີນີ້. ໂດຍສະເພາະ ເດືອນເມສາ ຈີນ ເປັນຜູ້ນໍາເຂົ້າສິນຄ້າ ຈາກ ອາຣັບບີ ຊາອຸດິດ ຂະໜາດໃຫຍ່ທີ່ສຸດ ກວມເອົາ ອັດຕາສ່ວນ 16,6%

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອ້າງຕາມ ຂໍ້​ມູນ​ ຈາກ​ ການ​ຄ້າ ລະຫວ່າງ​ ປະ​ເທດ ​ໃນ​ເບື້ອງ​ຕົ້ນ ຈາກ ​ສຳນັກງານ ສະຖິຕິ​ທົ່ວ​​ໄປ ​ແຫ່ງ​ອາຣັບບີ ຊາ​ອຸ​ດິດ ລະບຸ​ ວ່າ: ຈີນ ກາຍ​ເປັນ​ ຈຸດໝາຍ​ ປາຍທາງ ຊັ້ນ​ນໍາ ສຳລັບ​ ການ​ສົ່ງ​ອອກ​ ຂອງ ອາຣັບບີ ຊາ​ອຸ​ດິດ ​ເມື່ອເດືອນ ​ເມສາ​ປີ​ນີ້. ​ໂດຍສະເພາະ ເດືອນ​ເມສາ ຈີນ ​ເປັນ​ຜູ້​ນໍາ​ເຂົ້າສິນຄ້າ ຈາກ ອາຣັບບີ ຊາ​ອຸ​ດິດ ຂະໜາດ​ໃຫຍ່​ທີ່​ສຸດ ​ກວມ​ເອົາ ອັດຕາ​ສ່ວນ 16,6% ຂອງ​ ການ​ສົ່ງ​ອອກ ​ສິນຄ້າ​ທັງ​ໝົດຂອງ ປະເທດນີ້ , ກວມ​ເອົາ​ມູນ​ຄ່າ ປະມານ 1,69 ໝື່ນ​ລ້ານຣິຢັດ.

ສ່ວນ ຍີ່ປຸ່ນ ​ແລະ ອິນ​ເດຍ ກວມ​ເອົາ ອັນ​ດັບ 2 ​ແລະ ອັນ​ດັບ 3 ດ້ວຍ​ອັດຕາ​ສ່ວນ 9,2% ​ແລະ 8,1% ຕາມ​ລຳດັບ .​ໂດຍ​ ການ​ຄ້າ​ ລະຫວ່າງ​ ປະ​ເ​ທດ ຂອງ​ ອາຣັບບີ ຊາ​ອຸ​ດິດ ​ເກີນ​ດູ​ນປະມານ 4,14 ໝື່ນ​ລ້ານຣີຢັດ ​ໃນ​ເດືອນ ເມສາ ຊຶ່ງເປັນຕົວເລກ​ຫລາຍສຸດ ​ໃນ​ປີ​ນີ້ , ​ເພີ່ມ​ຂຶ້ນ 36% ຈາກ​ ເດືອນ​ມີນາ ​ແລະ ​ເພີ່ມ​ຂຶ້ນ ຫລາຍ​ກວ່າ 48,5% ນັບ​ແຕ່​ເລີ່​ມປີ​ນີ້. ສ່ວນ​ມູນ​ຄ່າ ​ການ​ສົ່ງ​ອອກ ​ສິນຄ້າ ຂອງ​ ອາຣັບບີ ຊາ​ອຸ​ດິດ ​ໃນ​ເດືອນ​ເມສາ​ ລວມມີ 1,01 ​ແສນ​ລ້ານຣີຢັດ ​ໂດຍ ​ການ​ສົ່ງ​ອອກ​ ທີ່​ບໍ່​ແມ່ນ​ນໍ້າມັນ ເພີ່ມຂຶ້ນ​ ປະມານ 1,62 ໝື່ນ​ລ້ານຣີຢັດ , ກວມ​ເອົາ 16% ຂອງ​ກາ​ນສົ່ງ​ອອກ​ທັງ​ໝົດ. /.

KPL

ຂ່າວອື່ນໆ

ads
ads

Top