ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ

02/07/2024 16:40
Email Print 2510
ຂປລ ຂປລ. ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດ ຖະບານເຢຍລະມັນ ຈັດ​ຂຶ້ນ​ໃນວັນທີ 2 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມ ກໍຄື ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ, ລວມທັງ ການສົ່ງເສີມການຜະລິດກະສິກຳທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ



ຂປລ. ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດ ຖະບານເຢຍລະມັນ ຈັດ​ຂຶ້ນ​ໃນວັນທີ
2 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມ ກໍຄື ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ, ລວມທັງ ການສົ່ງເສີມການຜະລິດກະສິກຳທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ໃຫ້ແກ່ໂຮງຮຽນເປົ້າໝາຍຂອງໂຄງການ ໂດຍການຮ່ວມມືກັບອົງການ ອາຫານໂລກ.

ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ວຽກງານສົ່ງເສີມອາຫານທ່ຽງໃນ​​ໂຮງ​ຮຽນ ແມ່ນໜຶ່ງໃນວຽກງານ ທີ່​ລັດ​ຖະ​ບານ​ໃຫ້​ຄວາມ​ສຳ​ຄັນ​ ເຊິ່ງໄດ້ຖືກກຳນົດເຂົ້າໃນແຜນ ພັດທະນາຂະແໜງການສຶກສາ ແລະ ກິລາ 2021-2025 ໂດຍພວກເຮົາຮັບຮູ້ເຖິງ ບົດບາດສຳຄັນຂອງວຽກງານດັ່ງກ່າວ ເຂົ້າໃນການຫລຸດຜ່ອນ ຄວາມບໍ່ສະເໝີພາບດ້ານການສຶກສາ ຜ່ານການປັບປຸງອັດຕາການເຂົ້າຮຽນ, ການມາຮຽນ ແລະ ຜົນການຮຽນ; ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ຍັງເປັນໜຶ່ງໃນ 22 ມາດຕະການບຸລິມະສິດທີ່ສຳຄັນ ຂອງຍຸດທະສາດໂພຊະນາການແຫ່ງຊາດຮອດປີ 2025 ແລະ ແຜນປະຕິບັດງານແຫ່ງຊາດ ກ່ຽວກັບໂພຊະນາການ 2021-2025. ການສະໜູນສະໜູນ ຈາກລັດຖະບານເຢຍລະມັນ ໃນຄັ້ງນີ້, ບໍ່ພຽງແຕ່ມີຈຸດປະສົງ ໃນການສ້າງລະບົບການສະໜອງສະບຽງອາຫານ ດ້ວຍການເຊື່ອມສານກຸ່ມກະສິກອນທ້ອງຖິ່ນ ເຂົ້າກັບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ເພື່ອສະໜອງອາຫານສົດ ໃຫ້ໂຮງຮຽນຢ່າງສະໝ່ຳສະເໝີ ເຊິ່ງຈະເປັນປະໂຫຍດຕໍ່ເດັກນ້ອຍ ທາງດ້ານໂພຊະນາການ ແລະ ການສຶກສາ, ແຕ່ຍັງເປັນການສ້າງໂອກາດ ທາງດ້ານເສດຖະກິດໃຫ້ຊາວກະສິກອນ.



ໂຄງການດັ່ງກ່າວ, ​ຄາດ​ວ່າ​ຈະ​ຊ່ວຍເພີ່ມ​ທະວີ​ການຈັດຕັ້ງປະບັດ ວຽກງານອາຫານທ່ຽງໃນໂຮງຮຽນ ໂດຍສົມທົບ​ກັບ​ງົບປະມານ​ ຈາກ​ລັດຖະບານລາວ ​ແລະ ການ​ປະກອບສ່ວນ​​ຂອງຊຸມຊົນ ເຊັ່ນ: ເຂົ້າ
, ທັງເປັນການສ້າງຄວາມຍືນຍົງ, ຄວາມເຂັ້ມແຂງ ​ແລະ ຄວາມເປັນເຈົ້າການຂອງທ້ອງຖິ່ນ ໃນການຄຸ້ມ​ຄອງວຽກງານ ສົ່ງເສີມ​ອາຫານທ່ຽງ​ໃນ​ໂຮງຮຽນ; ໂຄງການນີ້ ຍັງກວມເອົາການສົ່ງເສີມບົດບາດຍິງ-ຊາຍ ເຊິ່ງມີ​ຈຸດ​ປະ​ສົງ​ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແມ່​ຍິງ​. ນອກນັ້ນ, ຍັງສົ່ງເສີມການສ້າງຄວາມສາມາດ ໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ກຸ່ມກະສິກອນ ແລະ ສະໜອງການປັບປຸງເຕົາແຕ່ງອາຫານໃນໂຮງຮຽນ ເພື່ອຮັບປະກັນການແຕ່ງ ອາຫານຢ່າງມີປະສິດທິພາບ.

ທ່ານ ອັນເນັດ ຄະໂນບຣັອກ ເອກອັກຄະລັດຖະທູດ ເຢຍລະມັນປະຈຳ ສປປ ລາວ ໄດ້ກ່າວວ່າ: ໄລະຍະຜ່ານມາ ລັດຖະບານເຢຍ​ລະ​ມັນ ​ໄດ້​ຮັບ​ຮອງ​ເອົາບັນດາຄູ່ມືແນະນຳ ກ່ຽວກັບ​ນະ​ໂຍ​ບາຍການ​ພັດ​ທະ​ນາ ​ແລະ ນະໂຍບາຍ​ຕ່າງ​ປະ​ເທດເພື່ອສົ່ງເສີມ ສະຖານະພາບ ແລະ ສິດທິຂອງແມ່ຍິງ. ເນື່ອງຈາກໂຄງການອາຫານທ່ຽງໃນໂຮງຮຽນ ຢູ່ ສປປ ລາວ ແນໃສ່ສະໜັບສະໜູນເດັກຍິງ ແລະ ໄວໜຸ່ມຍິງ ເຊິ່ງເຫັນວ່າມີຄວາມສອດຄ່ອງ ກັບບັນດາຄູ່ມືດັ່ງກ່າວ. ເຫດຜົນອີກອັນໜຶ່ງ, ທີ່ລັດຖະບານເຢຍລະມັນ ໃຫ້ການສະໜັບສະໜູນ ເພື່ອແນໃສ່ບັນລຸການຜະລິດ ສະບຽງອາຫານທີ່ສະອາດ ແລະ ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ອີງໃສ່ຍຸດທະສາດການປ່ຽນແປງດິນຟ້າອາກາດ.

ທ່ານ ນາງ ແຈັກເກີລິນ ເດີ ກຣຸດ ຮັກສາການຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ຍັງໄດ້ກ່າວວ່າ: ການສະໜັບສະໜູນ ຈາກລັດຖະບານເຢຍລະມັນ ຄັ້ງນີ້, ແມ່ນມາຈາກຄວາມພະຍາຍາມຂອງອົງການອາຫານໂລກໃນທົ່ວໂລກ ເພື່ອຫັນປ່ຽນລະບົບສະບຽງອາຫານ ແລະ ເສີມສ້າງຕົ້ນທຶນມະນຸດໃນປະເທດຕ່າງໆ ເປັນຕົ້ນ ສປປ ລາວ. ອົງການອາຫານໂລກ ຍັງມຸ່ງໝັ້ນທີ່ຈະປັບປຸງຄວາມຮັບຮູ້ດ້ານສຸຂະພາບ ແລະ ໂພຊະນາການ ສໍາລັບນັກຮຽນໃນເຂດຊົນນະບົດ ເພື່ອໃຫ້ຄົນຮຸ່ນຕໍ່ໄປ ສາມາດເລືອກທາງທີ່ຈະຊ່ວຍໃຫ້ ເຂົາເຈົ້າມີອະນາຄົດ ທີ່ມີຄວາມສຸກ ແລະ ມີປະສິດທິຜົນ.

ສໍາລັບ ງົບປະມານການ​ຊ່ວຍ​ເຫລືອຈາກ ລັດຖະບານເຢຍ​ລະ​ມັນ ​ແມ່ນ​ປະ​ມານ 9,5 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 5 ປີ. ໃນນັ້ນ, ກວມເອົາໂຮງຮຽນເປົ້າໝາຍ 200 ແຫ່ງໃນ 3 ແຂວງພາກໃຕ້ຄື: ​ແຂວງສາລະວັນ, ເຊກອງ ແລະ ​ແຂວງອັດຕະປື ໂດຍມີເດັກນ້ອຍ ທີ່ໄດ້ຮັບຜົນປະໂຫຍດ ປະມານ 22.000 ຄົນ ​ເຊິ່ງໂຄງການ ແມ່ນໄດ້ຈັດຕັ້ງປະຕິບັດ ພາຍໃຕ້ການນຳພາຂອງສູນສົ່ງເສີມ ການສຶກສາຮຽນຮ່ວມ ຂອງກະຊວງສຶກສາທິການ ແລະ ກິລາ. ໃນໄລຍະ 5 ປີຂອງການຈັດຕັ້ງປະຕິບັດ, ໂຄງການ ຈະເສີມຂະຫຍາຍການສ້າງ ຄວາມເຂັ້ມແຂງໃຫ້ຝ່າຍລັດຖະບານ ທີ່ກ່ຽວຂ້ອງທຸກຂັ້ນ ແລະ ຈະສ້າງຍຸດທະສາດການເງິນ ແບບຍືນຍົງສໍາລັບວຽກງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top