ແກ່ນທ້າວ ສະຫລຸບກອງທຶນ ສະມາຊິກພັກຂັ້ນເມືອງ

02/07/2024 14:07
Email Print 223
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫລຸບກອງທຶນສະມາຊິກພັກຂັ້ນເມືອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃນທ້າຍອາທິດ​ທີ່​ຜ່ານ​ມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫລຸບກອງທຶນສະມາຊິກພັກຂັ້ນເມືອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃນທ້າຍອາທິດ​ທີ່​ຜ່ານ​ມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ພ້ອມ​ດ້ວຍກົມກອງ, ໂຮງໝໍ, ໂຮງຮຽນ ແລະ ໜ່ວຍພັກຮາກຖານບ້ານພາຍໃນເມືອງ ເຂົ້າຮ່ວມ.
  ສະຫາຍ ນາງ ຈັນທະສອນ ແສນພັນສິລິ ກໍາມະການປະຈໍາພັກເມືອງ ​ໄດ້ກ່າວ​ວ່າ:
ກອງທຶນສະມາຊິກພັກຂັ້ນເມືອງ ເປັນກອງທຶນໜຶ່ງ ທີ່ຂຶ້ນກັບອົງຄະນະພັກເມືອງແກ່ນທ້າວ ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ ຂອງຄະນະປະຈໍາພັກເມືອງ, ​ເຊິ່ງໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ກໍ​ລະ​ກົດ 2020 ໂດຍການເປັນປະທານຂອງຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ທົ່ວອົງຄະນະພັກເມືອງມີໜ່ວຍພັກທັງໝົດ 100 ກວ່າໜ່ວຍໃນນີ້, ໜ່ວຍພັກສໍານັກງານ-ອົງການ 28 ໜ່ວຍ, ໜ່ວຍພັກໂຮງຮຽນ 20 ໜ່ວຍ, ໜ່ວຍພັກກໍາລັງປະກອບອາວຸດ 8 ໜ່ວຍແລະ ໜ່ວຍພັກຮາກຖານບ້ານ 47 ໜ່ວຍ, ມີສະມາຊິກພັກ 1.600 ກວ່າສະຫາຍ ຍິງ 400 ກວ່າສະຫາຍ. ປັດຈຸບັນ ມີສະມາຊິກກອງທຶນພັກຂັ້ນເມືອງທັງໝົດ 1.130 ກວ່າສະຫາຍ ຍິງ 270 ສະຫາຍ ທຽບໃສ່ປີ 2022 ຫລຸດລົງ 10 ສະຫາຍ (ສາເຫດການຫລຸດລົງແມ່ນ ການຍົກຍ້າຍ ແລະ ເສຍຊີວິດ).
  ກອງທຶນແມ່ນໄດ້ມາຈາກການປະກອບສ່ວນ ຂອງສະມາຊິກພັກ ຜູ້ລະ 60.000 ກີບຕໍ່ຄົນຕໍ່ປີ ເພື່ອປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນ, ຜົວ ຫລື ເມຍ ແລະ ລູກທີ່ບໍ່ເປັນສະມາຊິກກອງທຶນເສຍຊີວິດ ໂດຍພາຍໃຕ້ການຄຸ້ມຄອງ ຂອງຄະນະຮັບຜິດຊອບກອງທຶນສະມາຊິກພັກຂັ້ນເມືອງ. ໃນປີ 2023 ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນພັກເສຍຊີວິດ 4 ສະຫາຍ ຈຳນວນ 12 ລ້ານກີບ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວສະມາຊິກກອງທຶນພັກ (ຜົວ-ເມຍ ແລະ ລູກເສຍຊີວິດ)  3 ສະຫາຍ ຈຳນວນ 4,5 ລ້ານກີບ.

KPL

ຂ່າວອື່ນໆ

ads
ads

Top