ບໍລິ​ຄຳ​ໄຊ ຕີລາຄາຄືນວຽກງານ ກອງກວດກາປ່າໄມ້ ປະຈຳ 6 ເດືອນຕົ້ນປີ

02/07/2024 14:02
Email Print 215
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິ​ຄຳ​ໄຊ ຈັດຂຶ້ນໃນ​ທ້າຍ​ອາທິດ​ຜ່ານ​ມາ

  ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິ​ຄຳ​ໄຊ ຈັດຂຶ້ນໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ການເຂົ້າຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິ​ຄຳ​ໄຊ, ທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຂະແໜງ, ກອງ, ພະນັກງານພາຍໃນກອງກວດກາປ່າໄມ້ແຂວງແລະ ຫ້ອງການກະສິກຳ ແລະ ປາໄມ້ເມືອງ ເຂົ້າຮ່ວມ.
  ທ່ານ
ໄພເດດ ພັນທະວົງ ຫົວໜ້າກອງກວດປາປ່າໄມ້ແຂວງບໍລິ​ຄຳ​ໄຊ ໄດ້ສະຫລຸບວຽກງານກອງກວດກາປ່າໄມ ປະຈຳ 6 ເດືອນຕົ້ນປີ ​ໂດຍຍົກໃຫ້ເຫັນຫລາຍວຽກງານທີ່ພົ້ນເດັ່ນ ໂດຍສະເພາະ ວຽກງານກວດກາປ່າໄມ້ ແລະ ທີ່ດິນປ່າໄມ້, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງກວດກາ ແລະ ອາຍັດໄມ້ໄດ້ 15 ຄັ້ງ ໃນນັ້ນໄມ້ທ່ອນ 320 ທ່ອນ ບໍລິມາດ 378 ກວ່າແມັດກ້ອນ ແລະ ໄມ້ແປຮູບ 624 ໂຕ ບໍລິມາດ 292 ກວ່າແມັດກ້ອນ, ລົງກວດກາການລັກລອບບຸກລຸກເນື້ອທີ່ດິນ 3 ປະເພດປ່າ (ປ່າ​ຜະລິດ, ປ່າ​ປ້ອງ​ກັນ ​ແລະ ປ່າ​ສະຫງວນ) 244 ຄອບຄົວ ຈໍານວນ 220 ຕອນ ເນື້ອທີ່ 587 ກວ່າເຮັກຕາ, ສໍາເລັດການກວດກາລາດຕະເວນ ພາກສະໜາມຢູ່ບັນດາເມືອງ ສາມາດຢຶດສັດປ່າທີ່ຜິດກົດໝາຍໄດ້ຈຳນວນໜຶ່ງ, ພົບເຫັນ 4 ບໍລິສັດ ເກັບຊື້ເຄືອປ່ານແດງ ບໍ່ຖືກຕ້ອງຕາມລະບຽບກົດໝາຍ 18 ກວ່າກິໂລກຣາມ ແລະ 3 ໂຮງງານ ເກັບຊື້ເຄືອແຮມ ເກີນອະນຸຍາດ 395 ໂຕນ.
  ສຳລັບວຽກງານສືບສວນ-ສອບສວນ ແລະ ວິໄຈຄະດີ ແມ່ນມີທັງໝົດ
260 ກໍລະນີ ໃນນີ້, ຄະດີກ່ຽວກັບການບຸກລຸກເນື້ອທີ່ດິນ 3 ປະເພດປ່າ 254 ກໍລະນີ, ຄະດີໄມ້ 4 ກໍລະນີ, ຄະດີສັດນ້ໍາ-ສັດປ່າ 1 ກໍລະນີ ແລະ ເຄື່ອງປ່າຂອງດົງ 1 ກໍລະນີ, ຄະດີກຳລັງດຳເນີນການສອບສວນ 246 ກໍລະນີ, ສົ່ງໄປໄອຍະການ 11 ຄະດີ, ສຶກສາອົບຮົມ ແລະ ຊັດມ້ຽນ 3 ກໍລະນີ.
  ​ໃນ​ກອງ​ປະຊຸມ ຜູ້​ເຂົ້າ​ຮ່ວມ ໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫລາຍວຽກງານສຳຄັນ ໂດຍສະເພາະ ວິທີແກ້ໄຂການບຸກລຸກເນື້ອທີ່ດິນ
3 ປະເພດປ່າ, ການລັກລອບຕັດໄມ້ ແລະ ເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງ, ການເພີ່ມທະວີປະສານສົບທົບກັນ ກັບພາກສ່ວນກ່ຽວຂ້ອງ, ການສຶກສາອົບຮົມສ້າງຄວາມເຂົ້າໃຈ ກ່ຽວກັບວຽກງານປ່າໄມ້ ໃຫ້ທຸກພາກສ່ວນໃນສັງຄົມ ແລະ ວຽກງານອື່ນໆ ເພື່ອນໍາໄປຈັດຕັ້ງປະຕິບັດປັບປຸງແກ້ໄຂ, ພັດທະນາວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ແລະ ສຳເລັດຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ວຽງສະຫວັນ
KPL

ຂ່າວອື່ນໆ

ads
ads

Top