ຕາດສຽງລື ຂຸມຊັບໃໝ່ຂອງແຂວງຄຳມ່ວນ

02/07/2024 10:26
Email Print 2554
ຂປລ ກ່ອນໜ້ານ້ັນພາຍຫລັງປົດປ່ອຍປີ 1975 ນັບໄດ້ 49 ປີ, ຄົນ ສ່ວນໃຫຍ່ຮັບຮູ້ແຂວງຄໍາມ່ວນ ເປັນແຂວງໜຶ່ງຂອງ ສປປ ລາວ ທີ່ເປັນປ້ອມດ່ານໜ້າ ແລະ ມີຊາຍແດນເຊື່ອມໂຍງເຊື່ອມຈອດກັບໄທ, ຫວຽດນາມ ແລະ ເປັນຈຸດໃຈກາງທາງຜ່ານເຂົ້າລະຫວ່າງພາກເໜືອ, ພາກກາງ ແລະ ພາກໃຕ້ ເຊິ່ງແຂວງດັ່ງກ່າວໄດ້ຮັບການບັນທຶກໄວ້ໃນບົດລາຍງານຂອງອົງການເກັບກູ້ລະເບີດສາກົນວ່າເປັນໜຶ່ງໃນຈໍານວນ 3 ແຂວງຂອງລາວ (ຊຽງຂວາງ, ສະຫວັນນະເຂດ ແລະ ຄໍາມ່ວນ) ທີ່ມີການຖິ້ມລະເບີດ ແລະ ມີລະເບີດຕົກຄ້າງຫລາຍທີ່ສຸດ.

      *ກ່ອນໜ້ານ້ັນພາຍຫລັງປົດປ່ອຍປີ 1975 ນັບໄດ້ 49 ປີ, ຄົນ ສ່ວນໃຫຍ່ຮັບຮູ້ແຂວງຄໍາມ່ວນ ເປັນແຂວງໜຶ່ງຂອງ ສປປ ລາວ ທີ່ເປັນປ້ອມດ່ານໜ້າ ແລະ ມີຊາຍແດນເຊື່ອມໂຍງເຊື່ອມຈອດກັບໄທ, ຫວຽດນາມ ແລະ ເປັນຈຸດໃຈກາງທາງຜ່ານເຂົ້າລະຫວ່າງພາກເໜືອ, ພາກກາງ ແລະ ພາກໃຕ້ ເຊິ່ງແຂວງດັ່ງກ່າວໄດ້ຮັບການບັນທຶກໄວ້ໃນບົດລາຍງານຂອງອົງການເກັບກູ້ລະເບີດສາກົນວ່າເປັນໜຶ່ງໃນຈໍານວນ 3 ແຂວງຂອງລາວ (ຊຽງຂວາງ, ສະຫວັນນະເຂດ ແລະ ຄໍາມ່ວນ) ທີ່ມີການຖິ້ມລະເບີດ ແລະ ມີລະເບີດຕົກຄ້າງຫລາຍທີ່ສຸດ.ແຕ່ທ່ານຮູ້ ຫລື ບໍ່ວ່າແຂວງຄໍາ ມ່ວນ ນັ້ນບໍ່ໄດ້ມີຊື່ສຽງເລື່ອງປະຫວັດສາດນອງເລືອດ ໃນຍຸກສະໄໝຕໍ່ສູ້ກູ້ຊາດກັບພວກຈັກກະພັດລ່າເມືອງຂຶ້ນເທົ່ານັ້ນ ຫາກຍັງມີຕໍານານເລົ່າຂານເລືີອງເທບນິຍາຍອັນລືຊື່ (ທ້າວ ສີໂຄດຕະບອງ) ແລະ ມີສະຖານທີ່ທ່ອງທ່ຽວມີຊື່ສຽງໂດ່ງດັງໄປໄກຮອດອາຊຽນອີກດ້ວຍ ໂດຍສະເພາະຖໍ້າກອງລໍ, ຖໍ້າຊ້າງລອດ, ບ້ານຄົນບັງບົດ ແລະ ອື່ນໆ ແນວໃດກໍດີ ມື້ນີ້ຜູ້ຂຽນຈະນໍາເອົາເລື່ອງລາວໃໝ່ທີ່ໜ້າຕື່ນເຕັ້ນມາເລົ່າສູ່ທ່ານຜູ້ອ່ານຟັງອີກຄື: ແຫລ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລືຫາກໍຄ້ົນພົບໃນປ່າສະຫງວນ, ມີຄວາມສູງຊັນ ແລະ ເປັນຮູບຂັ້ນໄດ 20 ກວ່າຊັ້ນໄຫລ່ມາຈາກຈອມພູ ຜ່ານປ່າດົງຕືບໜາ ແລະ ລົງສູ່ແມ່ນໍ້າຫ້ວຍນ້ອຍ-ໃຫຍ່ປ່ອງໃສ່ນໍ້າຂອງ.ຫລາຍຄົນໄປເຫັນມາແລ້ວຈົນບໍ່ຢາກເຊື່ອສາຍຕາເພາະຄ້າຍໆຄື ເທວະດາໃນເທບນິຍາຍປ້ັນແຕ່ງ ແລະ ເນລະມິດໃຫ້ເກີດເປັນນໍ້າຕົກ ທີ່ສວຍງາມທີ່ສຸດບໍ່ຕ່າງຫຍັງຂັ້ນໄດສະຫວັນ ແລະ ແດນເນລະມິດ ໃນຮູບເງົາຮາລີວູດ “ອາວາຕານ” ເຊິ່ງມັນເກີດຈາກທໍາມະຊາດປັ້ນແຕ່ງຂຶ້ນເອງ.

     ປັດຈຸບັນນີ້ແຫລ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ເມືອງບົວລະພາ ແຂວງຄຳມ່ວນ ພວມຈະກາຍເປັນຂຸມຊັບໃໝ່ຂອງແຂວງ ຄໍາມ່ວນ ເມື່ອມີນັກທຸລະກິດຫົວໃສ, ຊາວລາວເຮົາເອງໄດ້ຮັບການສຳປະທານ ແລະ ພັດທະນາໂດຍກຸ່ມບໍລິສັດ ສາຍພູຫລວງ ໃນເນື້ອທີ່ 33 ເຮັກຕາ, ໃນມູນຄ່າການລົງທຶນທັງໝົດ 12 ລ້ານກວ່າໂດລາ ແລະ ມີໄລຍະການສຳປະທານ 40 ປີ ເຊິ່ງເປັນ ຮູບແບບການລົງທຶນພາຍໃນ 100%. ການພັດທະນາໃນພາບລວມນັ້ນກໍາລັງຂຸ້ນຂ່ຽວດໍາເນີນການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວຕາດສຽງລື, ການຈັດສັນພື້ນທີ່ເພື່ອສ້າງຈຸດບໍລິການ ແລະ ພື້ນຖານໂຄງລ່າງດ້ານກິດຈະກໍາອື່ນໆ ທີ່ຕິດພັນກັບການບໍລິການ-ການທ່ອງທ່ຽວ.

     ທ່ານ ອຳພອນ ບຸນຍາລາດ ປະທານກຸ່ມບໍລິສັດ ສາຍພູຫລວງ ໄດ້ລາຍງານຄວາມຄືບໜ້າໃນການພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວວ່າ: ປັດຈຸບັນແມ່ນກຳລັງກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມຈຳເປັນເພື່ອຕອບສະໜອງກັບເປົ້າໝາຍ ທີ່ການນໍາຂັ້ນແຂວງໄດ້ກຳນົດໃຫ້ມີການເປີດແຫລ່ງທ່ອງທ່ຽວໃໝ່ ຈຳນວນ 2 ແຫລ່ງ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ປະກອບມີ: ຂຸນກອງແລງ ເມືອງຫີນບູນ ແລະ ຕາດສຽງລື ເມືອງບົວລະພາ. ນນ້ີແມ່ນເລ່ັງໃສ່ປັບປຸງເສ້ັນທາງເຂົ້າຫາຈຸດບໍລິການ ໃຫ້ຄວາມສະດວກ ແລະ ກໍ່ສ້າງເສັ້ນທາງຍ່າງເຂົ້າຫາຕາດ, ການກໍ່ສ້າງຮ້ານອາ ຫານ, ຫ້ອງນໍ້າສະອາດ, ກໍ່ສ້າງຂົວອູ່ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຊຶ່ງຄາດວ່າຈະໃຫ້ສຳເລັດ ພ້ອມທັງເປີດໃຫ້ບໍລິການແກ່ນັກທ່ອງທ່ຽວ ໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ເພາະເປັນໄລຍະທີ່ມີນໍ້າຫລາຍ ເຮັດໃຫ້ນໍ້າຕົກຕາດມີຄວາມສວຍງາມທີ່ສຸດ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top