ແຂ່ງຂັນກິລາແລ່ນຮາຟມາຣາທອນ ຄັ້ງທີ IV ສະຫລອງວັນຕ້ານຢາເສບຕິດສາກົນ

26/06/2024 16:20
Email Print 2561
ຂປລ ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ (26 ມິຖຸນາ 1987 ຫາ 26 ມິຖຸນາ 2024) ອົງການ ປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດການແຂ່ງຂັນແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

 

ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນຕ້ານຢາເສບຕິດສາກົນ ຄົບຮອບ 37 ປີ (26 ມິຖຸນາ 1987 ຫາ 26 ມິຖຸນາ 2024) ອົງການປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດການແຂ່ງຂັນແລ່ນຮາຟມາຣາທອນ ຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ທ່ານ ນາງໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວ່າງເອີ້ປ້າວ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄໍາ, ມີບັນດາຮອງລັດທະມົນຕີ, ຄະນະນໍາ ຂອງ ແຂວງ, ບັນດານັກກິລາແລ່ນ-ລານ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 1.000 ກວ່າຄົນ.

ທ່ານເຈົ້າແຂວງໆບໍ່ແກ້ວ ກ່າວວ່າ: ແຂວງບໍ່ແກ້ວ ເປັນແຂວງໜຶ່ງ ທີ່ຕັ້ງຢູ່ເຂດຫລໍ່ແຫລມ ມີກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ສວຍໃຊ້ພື້ນທີ່ຂອງແຂວງເປັນທາງຜ່ານໃນການລໍາລຽງຂົນສົ່ງຢາເສບຕິດ, ຫລາຍປີຜ່ານມາ ພາຍໃຕ້ການຊີ້ນໍາຂອງລັດຖະບານ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ວິຊາສະເພາະ ໂດຍການ ຮ່ວມມືກັບຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຂວງບໍ່ແກ້ວສາມາດຍາດ ໄດ້ຜົນສໍາເລັດຫລາຍດ້ານໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນສາມາດມ້າງຄະດີຢາເສບ ຕິດຕ່າງໆ ໄດ້ຫລາຍກໍລະນີ ແລະ ໃນຕໍ່ໜ້າພວກເຮົາຍັງຈະສືບຕໍ່ເອົາໃຈໃສ່ແກ້ໄຂຢ່າງຕໍ່ເນື່ອງ, ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຈໍານວນຜູ້ຄ້າຂາຍ, ຜູ້ເສບຢາເສບຕິດນັບມື້ຫລຸດລົງ ແລະ ກ້າວໄປເຖິງການປາສະຈາກຢາເສບຕິດເທື່ອລະ ກ້າວ.

ການແຂ່ງຂັນແລ່ນຮາຟມາຣາທອນຄັງນີ້ ຖືວ່າເປັນກິດຈະກຳສໍາຄັນອັນໜຶ່ງຂອງແຂວງ ເຊິ່ງຜ່ານມາກໍ່ໄດ້ຈັດການແຂ່ງຂັນມີຜົນສໍາເລັດມາແລ້ວ 3 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 4 ເພື່ອແນໃສ່ສ້າງໂອກາດເຮັດໃຫ້ທົ່ວສັງຄົມ ໄດ້ເຂົ້າຮ່ວມກິດຈະກຳ ດ້ານກິລາກາຍະກຳໃຫ້ຫລາຍຂຶ້ນ ເຊິ່ງນອກຈາກເຮັດໃຫ້ກຳລັງກາຍ ແລະ ຈິດໃຈເຂັ້ມແຂງແລ້ວ ຍັງເຮັດໃຫ້ນັກກິລາແລ່ນ-ລານຂອງລາວເຮົາ ມີໂອກາດຮຽນຮູ້ ແລະ ແຂ່ງຂັນກັບນັກແລ່ນ-ລານ ຕ່າງປະເທດ ເພື່ອເປັນການຍົກລະດັບ ຄວາມສາມາດດ້ານເຕັກນິກ ແລະ ຄະແນນໃຫ້ດີຂຶ້ນ. ຜ່ານການຈັດງານຄັ້ງນີ້ຍັງໄດ້ສ້າງໂອກາດໃຫ້ນັກກິລາ ກໍ່ຄືບັນດາແຂກທີ່ເຂົ້າຮ່ວມ ເຫັນໄດ້ເຖິງ ຜົນສໍາ ເລັດ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ແຂວງບໍ່ແກ້ວເວົ້າລວມ, ເວົ້າສະເພາະເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ທັງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງພວກເຮົາທຸກຄົນທີ່ຈະເຂົ້າຮ່ວມວຽກງານຕ້ານຢາເສບຕິດ.

ການແຂ່ງຂັນໃນຄັ້ງນີ້ ປະກອບມີ 2 ປະເພດໄລຍະທາງ ຄື: ແລ່ນຮາຟມາຣາທອນ 21.1 ກມ ແລະ ແລ່ນໄລຍະສັ້ນ 6.26 ກມ, ລວມມີ 200 ລາງວັນ, ລວມມູນຄ່າລາງວັນຫລາຍກວ່າ 1,6 ຕື້ກີບ. ໃນນີ້,ປະເພດລາງວັນ ແລ່ນຮາຟມາຣາທອນ ຍິງ-ຊາຍ ມີລາງວັນເຖິງ 50 ອັນດັບ. ຂະນະທີ່ລາງ ວັນຊະນະ ເລີດ 21,1 ກມ ໄດ້ຮັບເງິນສົດ 240.000.000 ກີບ ພ້ອມດ້ວຍຫລຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ150.000.000 ກີບ ພ້ອມດ້ວຍຫລຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 90.000.000 ກີບ ພ້ອມດ້ວຍຫລຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 24.000.000 ກີບ, ຫລຽນທີ່ລະນຶກ ແລະ ໄດ້ຮັບລາງວັນຕາມແຕ່ລະປະເພດຕາມລໍາດັບ.

ສະລັບໄລຍະທາງ 6,26 ກມ ຍິງ-ຊາຍ ມີລາງວັນເຖິງ 50 ອັນດັບ. ໃນນີ້,ະນະເລີດ ໄດ້ຮັບເງິນ 24.000.000 ກີບ ພ້ອມດ້ວຍຫລຽນຄໍາ ແລະ ຖ້ວຍລາງວັນ, ອັນດັບທີ 2 ໄດ້ຮັບເງິນ 21.000.000 ກີບ ພ້ອມດ້ວຍຫລຽນເງິນ ແລະ ຖ້ວຍລາງວັນ, ອັນດັບທີ 3 ໄດ້ຮັບເງິນ 18.000.000 ກີບ ພ້ອມ ດ້ວຍຫລຽນທອງ ແລະ ຖ້ວຍລາງວັນ, ອັນດັບທີ 4 ໄດ້ຮັບເງິນ 12.000.000 ກີບ, ຫລຽນທີ່ລະນຶກ ແລະ ໄດ້ຮັບລາງວັນຕາມແຕ່ລະປະເພດຕາມລໍາດັບ ເຊິ່ງນັກກິລາ ແລ່ນຮາຟມາຣາທອນ 21.1 ກມ ປະເພດຊາຍທີ 1 ແມ່ນ ທ້າວເຊີນ ຢົງເຊົ່າ ນັກກິລາຈາກ ສປ ຈີນ, ທີ 2 ທ້າວ ນັດທະວຸດ ອິນນ້ຳ ນັກກິລາຈາກໄທ, ທີ 3 ທ້າວ ເຊົ່າ ຊ່າງ ຫົງ ນັກກິລາຈາກ ສປ ຈີນ. ສ່ວນປະເພດຍິງ ທີ 1 ແມ່ນ ນາງ ປາມ ທິຫົງ ເລ ນັກກິລາຈາກ ສສ ຫວຽດນາມ, ທີ 2 ນາງ ຫວັງ ມີນ, ທີ 3 ນາງ ຢາງ ຊ່ວງ ຫົວ ກິລາຈາກ ສປ ຈີນ.

ສຳລັບປະເພດແລ່ນໄລຍະສັ້ນ 6,26 ກມ ຊາຍ ທີ 1 ແມ່ນ ທ້າວ ອະນຸສິດ ປາດາ, ທີ 2 ທ້າວ ຈະຕຸລົງ ຂວັນແກ້ວ ແລະ ທີ 3 ທ້າວ ວາຍະພົນ ບຸນນຸປາລາ ນັກກິລາຈາກໄທ. ຂະນະທີ່ ປະເພດຍິງ ທີ 1 ແມ່ນ ນາງ ເຢົາ ຢູ ຊຸ່ຍ ນັກກິລາຈາກ ສປ ຈີນ, ທີ 2 ນາງ ລົດແກ້ວ ອິນທະກຸມມານ ກິລາຈາກ ສປປ ລາວ ແລະ ທີ 3 ແມ່ນ ນາງ ພຣີກາມົນ ວົງວິໄຊ ນັກກິລາຈາກ ໄທ./.

ໂດຍ: ຢ່າຕົ່ງ
KPL

ຂ່າວອື່ນໆ

    • ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ ສຶກສາ-ກິລາ

      ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ

      1/14/2025 4:42:27 PM

      ຂປລ. ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.

    • ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025ສຶກສາ-ກິລາ

      ຮວຜທ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ I ສົກຮຽນ 2024-2025

      1/10/2025 2:52:03 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງ ພາກຮຽນ ທີ I ປະຈຳສົກຮຽນ 2024-2025 ໃນວັນທີ 9 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຫ້ອງພະລາທິການ-ເຕັກນິກ ຮວຜທ ສະຫລຸບວຽກງານຮອບດ້ານປະຈຳປີ 2024ສຶກສາ-ກິລາ

      ຫ້ອງພະລາທິການ-ເຕັກນິກ ຮວຜທ ສະຫລຸບວຽກງານຮອບດ້ານປະຈຳປີ 2024

      1/7/2025 7:04:32 PM

      ຂປລ. ຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບ ວຽກງານຮອບດ້ານປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ​ໃນວັນທີ 7 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ທົ່ວຫ້ອງການພະລາທິການ-ເຕັກນິກ ເຂົ້າຮ່ວມ.

    • ຍ່າງເພື່ອສຸຂະພາບ ໂອກາດວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວຄົບຮອບ 70 ປີສຶກສາ-ກິລາ

      ຍ່າງເພື່ອສຸຂະພາບ ໂອກາດວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວຄົບຮອບ 70 ປີ

      1/6/2025 10:54:29 AM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບ ເນື່ອງໃນວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ (1 ມັງກອນ 1955 ຫາ 1 ມັງກອນ 2025) ໃນວັນທີ 4 ມັງກອນ2025 ທີ່ປະຕູໄຊນະຄອນຫລວງວຽງຈັນ

    • ອົດສະຕຣາລີ ສະໜັບສະໜູນການຜະລິດ ວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນສຶກສາ-ກິລາ

      ອົດສະຕຣາລີ ສະໜັບສະໜູນການຜະລິດ ວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນ

      1/2/2025 4:12:49 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນລາວ (ແຜນງານບີຄວາ) ໄດ້ຜະລິດວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນ ກ່ຽວກັບການຄຸ້ມຄອງຫ້ອງຮຽນ ແລະ ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວ ສຳລັບນັກຮຽນຊົນເຜົ່າທີ່ ບໍ່ເວົ້າພາສາລາວລຸ່ມ ເປັນພາສາຫລັກໃນຄອບຄົວ.

ads
ads

Top