ປະຊາຄົມໂລກ ຕ້ອງເພີ່ມທະວີການປ້ອງກັນ ເພື່ອລຶບລ້າງບັນຫາການໃຊ້ຢາເສບຕິດທົ່ວທີບ-ການລັກລອບຂົນສົ່ງຊື້ຂາຍ

28/06/2024 10:33
Email Print 321
ຂປລ ທ່ານ ອັນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກ ຕ້ອງເພີ່ມທະວີ ການນຳໃຊ້ ມາດຕະການ ປ້ອງກັນ ເພື່ອລຶບລ້າງ ບັນຫາ ການນຳໃຊ້ ຢາເສບຕິດທົ່ ວທີບ ແລະ ລັກລອບຂົນສົ່ງ ຊື້-ຂາຍ ຢ່າງເຖິງຖອງ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໃນວັນສາກົນ ຕ້ານຢາເສບຕິດ. ທ່ານ ອັນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກ ຕ້ອງເພີ່ມທະວີ ການນຳໃຊ້ ມາດຕະການ ປ້ອງກັນ ເພື່ອລຶບລ້າງ ບັນຫາ ການນຳໃຊ້ ຢາເສບຕິດທົ່ ວທີບ ແລະ ລັກລອບຂົນສົ່ງ ຊື້-ຂາຍ ຢ່າງເຖິງຖອງ.ໃນແຕ່ລະປີ, ຢູ່ທົ່ວໂລກ ມີຫລາຍແສນຄົນ ໄດ້ເສຍຊີວິດ ຍ້ອນເສບຢາເສບຕິດ ເກີນຂະໜາດ, ຢາເສບຕິດ ໄດ້ເສື່ອມກັດ ສຸຂະພາບ ແລະ ຄວາມສຸກ ຂອງຄົນທັງຫລາຍ ແລະ ຍັງເປັນປັດໄຈ ທີ່ເຮັດໃຫ້ ອາດຊະຍາກຳ ແລະ ການໃຊ້ຄວາມຮຸນແຮງ ໃນທົ່ວໂລກ ເພີ່ມຂຶ້ນອີກ.ທ່ານ ກູເຕີເຣສ ກ່າວຕື່ມວ່າ: ຫົວຂໍ້ຂອງວັນສາກົນ ຕ້ານຢາເສບຕິດໃນປີນີ້ ແມ່ນ “ມີຫລັກຖານ ໜັກແໜ້ນ: ລົງທຶນເຂົ້າໃນການປ້ອງກັນ”, ການທັບມ້າງ ຄວາມໝູນວຽນ ຂອງຄວາມທຸກທໍລະມານ ທີ່ເກີດ ຈາກຢາເສບຕິດ ຕ້ອງເລີ່ມຕົ້ນ ຈາກແຫລ່ງທີ່ມາ, ກ່ອນທີ່ ຢາເສບຕິດ ສ້າງຄວາມທໍລະມານ ຕໍ່ມະນຸດ ກໍຄວນລົງທຶນ ເຂົ້າໃນການປ້ອງກັນ. ຈາກຍຸດທະສາດ ການຟື້ນຟູ ສຸຂະພາບ ແລະ ກັບຄືນ ສູ່ສັງຄົມ ຮອດຂະບວນການ ສຶກສາ ສາທາລະນະສຸກ ແລະ ຕະຫລອດ ຮອດການເພີ່ມ ການລົງທຶນ ເຂົ້າໃນການປ້ອງກັນ, ປິ່ນປົວ ແລະ ມາດຕະການຫລຸດຜ່ອນ ຜົນຮ້າຍ ຈາກຢາເສບຕິດ, “ການປ້ອງກັນນັ້ນ ແມ່ນມີຜົນຕອບຮັບທີ່ດີ”. ອົງການ ສະຫະ ປະຊາຊາດ ເພື່ອຕ້ານ ຢາເສບຕິດ ແລະ ອາດຊະຍາກຳ ຫລື UNODC ໄດ້ເປີດເຜີຍ ບົດລາຍງານ ເມື່ອບໍ່ດົນມານີ້ ໄດ້ສະແດງ ໃຫ້ເຫັນວ່າ: ໃນປີ 2022, ຢູ່ທົ່ວໂລກ ມີປະມານ 292 ລ້ານຄົນ ນຳໃຊ້ຢາເສບຕິດ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ ໄລຍະ 10 ປີກ່ອນ, ບັນຫາ ຢາເສບຕິດ ໃນທົ່ວໂລກ ພວມສືບຕໍ່ ຮຸນແຮງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top