ສສ ຫວຽດນາມ-ອີຢູ ຊຸກຍູ້ການຮ່ວມມື ດ້ານເສດຖະກິດ-ການຄ້າ-ການລົງທຶນ

28/06/2024 08:35
Email Print 344
ຂປລ ທ່ານ ຫງວຽນດຶກຫ໋າຍ, ຮອງປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະ ວິສາຫະກິດ ສະພາດຳເນີນ ທຸລະກິດ ສະຫະພາບ ເອີຣົບ (EU)-ອາຊຽນ, ໂດຍມີ ທ່ານ ເຈນສ ຣູເບີດ(Jens Rubbert), ປະທານສະພາ ດຳເນີນທຸລະກິດ ເອີຣົບ-ອາຊຽນ ແລະ ທ່ານ ໂດມີນິກ ໄມເລີ(Dominik Meichle) ປະທານ EuroCham ຫວຽດນາມ ຮ່ວມເປັນຫົວໜ້າ ຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນດຶກຫ໋າຍ, ຮອງປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະ ວິສາຫະກິດ ສະພາດຳເນີນ ທຸລະກິດ ສະຫະພາບ ເອີຣົບ (EU)-ອາຊຽນ, ໂດຍມີ ທ່ານ ເຈນສ ຣູເບີດ(Jens Rubbert), ປະທານສະພາ ດຳເນີນທຸລະກິດ ເອີຣົບ-ອາຊຽນ ແລະ ທ່ານ ໂດມີນິກ ໄມເລີ(Dominik Meichle) ປະທານ EuroCham ຫວຽດນາມ ຮ່ວມເປັນຫົວໜ້າ ຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເມື່ອບໍ່ດົນມານີ້.ຈາກນັ້ນ ທ່ານ ຫງວຽນດຶກຫ໋າຍ ໄດ້ສະເໜີວ່າ: ໃນໄລຍະຈະມາເຖິງ, ສະພາດຳເນີນ ທຸລະກິດ ເອີຣົບ- ອາຊຽນ, EuroCham ຫວຽດນາມ ແລະ ບັນດາວິສາຫະກິດ EU ຕ້ອງເພີ່ມທະວີ ການລົງທຶນ, ດຳເນີນ ທຸລະກິດຢູ່ ສສ ຫວຽດນາມ; ຊຸກຍູ້ ລັດຖະສະພາ ບາງປະເທດ ສະມາຊິກ EU ທີ່ຍັງເຫລືອ ໃຫ້ສັດຕະຍາບັນ ສັນຍາ ອາລັກຂາ ການລົງທຶນ (EVIPA)ໂດຍໄວ, ສະເໜີ EC ແກ້ໄຂບັດເຫລືອງ IUU ຕໍ່ການສົ່ງອອກ ສິນທະເລ ຂອງ ສສ ຫວຽດນາມ ໂດຍໄວ ແລະ ຍັງໄດ້ເນັ້ນໜັກຕື່ມວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບ ສະໜູນ, ພ້ອມແລ້ວ ທີ່ຈະສ້າງແລວ ນິຕິກຳ ຢ່າງສະດວກ ໃຫ້ແກ່ ບັນດາການເຄື່ອນໄຫວ ລົງທຶນ, ຜະລິດ, ດຳເນີນ ທຸລະກິດ ຂອງປະຊາຊົນ ແລະ ປະຊາຄົມ ວິສາຫະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ ບັນດາວິສາຫະກິດ ເອີຣົບ. ສ່ວນທ່ານ Jens Rubbert ເນັ້ນໜັກວ່າ ສະພາ ແລະ EuroCham ຫວຽດນາມ ສະໜັບ ສະໜູນ ເລື່ອງລັດຖະສະພາ ບັນດາປະເທດ ສະມາຊິກ EU ໃຫ້ສັດຕະຍາບັນ EVIPA ໂດຍໄວ; ທ່ານປາດຖະໜາ ຢາກສືບຕໍ່ ສົມທົບກັບ ບັນດາກະຊວງ, ຂະແໜງການ, ອົງການ ຂອງສະພາ ແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ເພື່ອແນໃສ່ ຊຸກຍູ້ ການຮ່ວມມື ໃຫ້ຫລາຍກ່ວາອີກ ໃນໄລຍະຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top