ເສດຖະກິດ ຫວຽດນາມ ຈະເຕີບໂຕເກືອບ6% ໃນປີນີ້

28/06/2024 10:05
Email Print 327
ຂປລ ກອງທຶນ ເງິນຕາ ສາກົນ (IMF) ເປີດເຜີຍຫ້ຮູ້ວ່າ: ການເຕີບໂຕ ດ້ານເສດຖະກິດ ຂອງ ສສ ຫວຽດນາມ ຄາດວ່າ ຈະບັນລຸເກືອບ 6%ໃນປີ 2024 ໂດຍໄດ້ຮັບ ການໜູນຊ່ວຍ ຈາກຄວາມຕ້ອງການ ສາກົນ, ການລົງທຶນ ຕ່າງປະເທດ ມີສະຖຽນ ລະພາບ ແລະ ບັນດາ ນະໂຍບາຍ ດັດສົມ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ກອງທຶນ ເງິນຕາ ສາກົນ (IMF) ເປີດເຜີຍຫ້ຮູ້ວ່າ: ການເຕີບໂຕ ດ້ານເສດຖະກິດ ຂອງ ສສ ຫວຽດນາມ ຄາດວ່າ ຈະບັນລຸເກືອບ 6%ໃນປີ 2024 ໂດຍໄດ້ຮັບ ການໜູນຊ່ວຍ ຈາກຄວາມຕ້ອງການ ສາກົນ, ການລົງທຶນ ຕ່າງປະເທດ ມີສະຖຽນ ລະພາບ ແລະ ບັນດາ ນະໂຍບາຍ ດັດສົມ. ຂະນະທີ່ ການສົ່ງອອກ ແມ່ນກຳລັງໜູນຫລັກຂອງ ພື້ນຖານ ເສດຖະກິດ, ອາດຈະຫລຸດລົງ ຖ້າການເຕີບໂຕ ທົ່ວໂລກ ບໍ່ໄດ້ຄືຄວາມຫວັງ, ຄວາມເຄັ່ງຕຶງ ດ້ານພູມສາດ ການເມືອງ ທົ່ວໂລກ ແກ່ຍາວ ຫລື ການຂັດແຍ້ງກັນ ທາງການຄ້າ ເພີ່ມຂຶ້ນ. ບັນດາບັນຫາ ຂອງຕະຫລາດ ອະສັງຫາລິມະຊັບ ແລະ ຕະຫລາດພັນທະບັດ ວິສາຫະກິດ ອາດຈະກໍ່ຜົນກະທົບ ຢ່າງແຮງ ກ່ວາການຄາດຄະເນ ຕໍ່ຄວາມສາມາດ ສະໜອງສິນເຊື່ອ ຂອງບັນດາ ທະນາຄານ. ດ້ວຍນະໂຍບາຍ ເງິນຕາ ທີ່ໄດ້ໂຍະຍານ, ຄວາມກົດດັນ ຈາກອັດຕາ ແລກປ່ຽນ ເງິນຕາ ຕ່າງປະເທດທີ່ ແກ່ຍາວກ່ວານັ້ນ ຈະກໍຜົນກະທົບເຖິງ ໄພເງິນເຟີ້ ພາຍໃນປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top