ຄຳ: ກະລົກກະເລັກ-ກະລົກກະລົນ-ກະລອກກະແລກ ໃນພາສາລາວ

27/06/2024 10:50
Email Print 262
ຂປລ ໃນພາສາລາວມີຄໍາສັບຫລາຍຄໍາບົ່ງບອກອາການ, ການກະທໍາ, ຄຸນລັກສະນະຂອງຄໍານາມ ໂດຍສະເພາະແມ່ນຄົນຢ່າງໃດໜຶ່ງມີລັກສະນະຊົ່ວຄັ້ງຊົ່ວຄາວ ຫລື ເປັນນິດໄສ-ຄວາມຊິນເຄີຍ ຫລື ອາຈິນ ດັ່ງອາການມັກຍິກໄຫລ່, ພິບ ຫລື ພັບຕາໄວ, ສັ່ນຫົວ, ຖັ່ງດັງ...ລວມທັງການເຄື່ອນໄຫວໃນຄຸນລັກສະນະຕ່າງໆ ທັງຊ້າອືດອາດ, ຟ້າວຟັ່ງ...

    *ໃນພາສາລາວມີຄໍາສັບຫລາຍຄໍາບົ່ງບອກອາການ, ການກະທໍາ, ຄຸນລັກສະນະຂອງຄໍານາມ ໂດຍສະເພາະແມ່ນຄົນຢ່າງໃດໜຶ່ງມີລັກສະນະຊົ່ວຄັ້ງຊົ່ວຄາວ ຫລື ເປັນນິດໄສ-ຄວາມຊິນເຄີຍ ຫລື ອາຈິນ ດັ່ງອາການມັກຍິກໄຫລ່, ພິບ ຫລື ພັບຕາໄວ, ສັ່ນຫົວ, ຖັ່ງດັງ...ລວມທັງການເຄື່ອນໄຫວໃນຄຸນລັກສະນະຕ່າງໆ ທັງຊ້າອືດອາດ, ຟ້າວຟັ່ງ...

   ບົດນີ້ ເກັບກໍາເອົາຄໍາຈໍານວນໜຶ່ງທ່ີສະຖາບັນຄ້ົນຄວ້າວິທະຍາສາດສັງຄົມແຫ່ງຊາດ ໄດ້ຈັດພິມໄວ້ເອີ້ນວ່າ ຄໍາພ້ອງຄວາມໝາຍ. ກະລົກກະເລັກ ເປັນຄໍາວິເສດ ຫລື ຄຸນນາມ ໝາຍເຖິງລັກສະນະທາງນິດໄສຂອງບຸກຄົນທີ່ຢູ່ຢ່າງບໍ່ມີລະບຽບແບບແຜນ, ເປັນນິດໄສທີ່ບໍ່ມີຫລັກອັນໜ້າເຊື່ອຖື, ເຮັດ ຫລື ເວົ້າແບບບໍ່ຮູ້ໃຫ້ກຽດຄົນອື່ນ ເຊັ່ນ: ທ້າວ...ມີນິດໄສກະລົກກະລົນ ດັ່ງນັ້ນ ຈຶ່ງບໍ່ມີຜູ້ນັບຖື. 

    ກະລົກກະລົນ ເປັນຄໍາຄຸນນາມ ໝາຍເຖິງອາການຂອງນິດໄສ ທີ່ເຮັດຢ່າງຟ້າວຟັ່ງ ໂດຍບໍ່ຮູ້ຕໍ່າຮູ້ສູງ, ບໍ່ຮູ້ເບິ່ງດີເບິ່ງຮ້າຍ, ເຮັດໄປຕາມທີ່ຕົນຢາກເຮັດ ໂດຍບໍ່ຄໍານຶງເຖິງຄວາມຈົ່ງຈຽມ, ຢໍາເກງຜູ້ອື່ນເຊັ່ນ: ລາວເປັນຄົນເຮັດຫຍັງແບບກະລົກກະລົນ.

    ສ່ວນຄໍາ ກະລອກກະແລກ ກ່ໍເປັນອາການສະແດງອອກຢ່າງໜຶ່ງທີ່ເປັນນິດໄສ ຫລື ລັກສະນະອາການກະດຸກກະດິກຂອງເດັກນ້ອຍ. ຕາມວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າຮິບໂຮມໂດຍ ດຣ ທອງຄໍາ ອ່ອນມະນີສອນ ໄດ້ແຍກມີແຍກຄໍາ ຄື ອາການສະແດງອອກຂອງເດັກນ້ອຍ ລັກສະນະກະດຸກກະດິກ ເອີ້ນກະລອກກະແລກ, ຜູ້ໃຫຍ່ເອີ້ນກະໂລກກະເລກ. ດັ່ງນັ້ນ ຈຶ່ງນໍາພາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top