ຮ້ານຈີຈີ ສຸຍໂກເລົ່າ ນໍ້າຫວານແຊບ

27/06/2024 10:25
Email Print 189
ຂປລ ສະບາຍດີທ່ານຜູ້ອ່ານທັງຫລາຍ ກັບມາພົບກັນອີກແລ້ວກັບ ຄໍລໍາສົ່ງເສີມທຸລະກິດ ໂດຍມື້ນີ້ຈະພາທ່ານມາຮູ້ຈັກຮ້ານນໍ້າຫວາແຊບສູດດັ້ງເດີມຈາກປະເທດຈີນ.

    *ສະບາຍດີທ່ານຜູ້ອ່ານທັງຫລາຍ ກັບມາພົບກັນອີກແລ້ວກັບ ຄໍລໍາສົ່ງເສີມທຸລະກິດ ໂດຍມື້ນີ້ຈະພາທ່ານມາຮູ້ຈັກຮ້ານນໍ້າຫວາແຊບສູດດັ້ງເດີມຈາກປະເທດຈີນ ຈາກສີມືຂອງຄົນລາວນັ້ນຄືຮ້ານ Jie – Jie ສຸຍໂກເລົ່າ ຈາກບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ ເປັນຮ້ານທີ່ພວມໄດ້ຮັບຄວາມສົນໃຈຈາກສັງຄົມ ໃນເວລາສັ້ນໆ.


     ນາງ ບົວວັນ ລາວເຊີນ ເຈົ້າຂອງຮ້ານ Jie-Jie ສຸຍໂກເລົ່າ ໄດ້ໃຫ້ຮູ້ວ່າ: ຈຸດເລ່ີມຕົ້ນຂອງອາຊີບນີ້ ຍ້ອນຢາກສ້າງອາຊີບເພື່ອສ້າງລາຍຮັບເຂ້ົາຄອບຄົວ ແຕ່ບ່ໍຮູ້ຈະເຮັດຫຍັງຈຶ່ງຕັດສິນໃຈເຮັດໃນສິ່ງທີ່ຕົນເອງມັກ ກໍຄືການຂາຍນໍ້າຫວານ ໂດຍໃສ່ຊື່ວ່າຮ້ານ Jie-Jie ສຸຍໂກເລົ່າ ເພາະເປັນເມນູທີ່ມັກກິນອີກຢ່າງໜຶ່ງ ໄດ້ມີໂອກາດເດີນທາງໄປສຶກສາການປຸງແຕ່ງເມນູດັ່ງກ່າວຈາກປະເທດຈີນ ແລະ ນຳສູດມາພັດທະນາໃຫ້ແທດເໝາະກັບຄົນລາວເຮົາ ເນື່ອງຈາກວ່າຄົນລາວ ຮັກສາສຸຂະພາບຈຶ່ງຕອບໂຈດ ໄດ້ດີເນື່ອງຈາກວ່າເມນູຕ່າງໆພາຍໃນຮ້ານຈະນຳໃຊ້ວັດຖຸດິບ ແລະ ໝາກໄມ້ທີ່ຜ່ານການຄັດເລືອກຄຸນນະພາບດີມາປຸງຕ່າງໃຫ້ກັບລູກຄ້າໄດ້ຮັບປະທານ ແລະ ໃນໄວໆນີ້ອີງໃສ່ຜົນຕອບຮັບທີ່ນັບມື້ນັບດີຂຶ້ນກໍມີແຜນຈະເພີ່ມ ເມນູອາຫານຄາວເຂົ້າຕື່ມອີກ ເພ່ືອສ້າງທາງເລືອກທີ່ຫລາກຫລາຍ ໃຫ້ກັບລູກຄ້າ.


   ນາງ ບົວວັນ  ເວ້ົາຕ່ືມວ່າ:  ປັດຈຸບັນຮ້ານ Jie-Jie ສຸຍໂກເລົ່າແມ່ນ ມີເມນູອາຫານຫວານຫລາກຫລາຍລາຍການ ໃຫ້ລູກຄ້າໄດ້ເລືອກເຊັ່ນ: ນ້ຳຫວານໝາກໄມ້ ແລະ ຊານົມ; ໃນນີ້ເມນູທີ່ໄດ້ຂາຍດີທີ່ສຸດແມ່ນ ໄດ້ແກ່ນ້ຳຫວານໂຢເກິດໝາກໄມ້ລວມ ແລະ ນໍ້າປັ່ນໝາກໄມ້ຕາມລະດູການ; ໃນໄວໆນີ້ເພື່ອເປັນການບໍລິ ການລູກຄ້າໃຫ້ທົ່ວເຖິງມີແຜນຂະຫຍາຍສາຂາເຂົ້າໃນເຂດຕົວເມືອງ ແລະ ແຫລ່ງຊຸມຊົນຕ່າງໆທົ່ວນະຄອນຫລວງວຽງຈັນນຳດ້ວຍ.

ຮ້ານ Jie-Jie ສຸຍໂກເລົ່າ ເປີດ ບໍລິການລູກຄ້າທຸກໆມື້, ໃນເວລາ 09:00 ໂມງ - 20:00 ໂມງ; ສະ ຖານທີ່ຕັ້ງຢູ່ບ້ານດົງໂດກ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ; ໂທລະສັບ  : 020 59455147.

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top