ມາຮູ້ຈັກ 5 ສັດນໍ້າ ປະເພດຫວງຫ້າມ ຕາມກົດໝາຍຂອງລາວ

26/06/2024 12:14
Email Print 242
ຂປລ ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດ ປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ.

    *ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດ ປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ.   ເພື່ອເປັນການຕ້ອນຮັບວັນສຳຄັນດັ່ງກ່າວບົດນີ້ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນທີ່ນອນຢູ່ໃນບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດປະເພດຫວງຫ້າມຕາມມະຕິຕົກລົງ ຂອງນາຍົກລັດຖະມົນຕີວ່າດ້ວຍ ການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ສະບັບ ເລກທີ 81/ ນຍ, ລົງວັນທີ 13/8/2008 ຄື:

1. ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas;


2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata;


3. ປາ ກວາງ, ຊື່ວິທະຍາສາດ  Boesemani microlepis;


4. ປາເລີມ ຊື່ວິທະຍາ ສາດ Pangasuis sanitwongsei ແລະ


5. ປາເສືອ, ມີຊື່ວິທະຍາສາດ Systormus partipentasona.


    ສັດນໍ້າ ແລະ ສັດປ່າ ໃນບັນຊີ I ເປັນສັດປະເພດຫວງຫ້າມຕາມກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ສັດປະເພດນີ້ເປັນສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດ ລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດຈໍາພວກນີ້ຕ້ອງໄດ້ຮັບການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນໍາໃຊ້ນັ້ນຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ. ມາດຕາ 24 ການລ່າສັດນໍ້າ ແລະ ສັດປ່າ ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າກໍານົດໄວ້ແຈ້ງຄື: ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມທີ່ໄດ້ກໍານົດໄວ້ໃນບັນຊີ  I  ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີຈໍາເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ, ແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

    ຖ້າວ່າສັດກໍ່ຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງຕ້ອງໄດ້ລາຍງານຕໍ່ອົງການປົກຄອງເມືອງ, ເທສະບານ, ເພື່ອພິຈາລະນາແກ້ໄຂ. ສໍາລັບສັດທີ່ກໍາລັງທໍາລາຍ, ກໍ່ກວນອາລະວາດຄົນ ຫລື ເປັນໄພອັນຕະລາຍຕໍ່ຊີວິດຂອງຄົນຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ. ລະດູການປ່ອຍປີນີ້ຈະຄຶກຄື້ນບໍ່ໜ້ອຍກວ່າທຸກປີທີ່ຜ່ານມາ, ນອກຈາກຂະບວນການຂອງພາກລັດແລ້ວ, ທຸກທ່ານທີ່ມີເງື່ອນໄຂກໍ່ຄົງຈະປະກອບສ່ວນເພີ່ມຄວາມອຸດົມສົມບູນດ້ານຊີວະນາໆພັນໃຫ້ບັນດາແມ່ນໍ້າລໍາເຊ, ຫ້ວຍຮ່ອງຄອງບຶງ... ປະການໜຶ່ງກໍ່ຄືບໍ່ຫາ ບໍ່ລ່າສັດນໍ້າໃນລະດູແຜ່ພັນ ແລະ ສຳຄັນກວ່ານັ້ນຄືສັດຫວງຫ້າມ ແມ່ນເດັດຂາດຕ້ອງພ້ອມກັນເອົາໃຈໃສ່ອະນຸລັກ ແລະ ປະກອບສ່ວນໃນຂະບວນການອັນທີ່ເປັນປະໂຫຍດເພື່ອໃຫ້ພວກມັນໄດ້ແພ່ພັນຫລາຍຂຶ້ນຕື່ມ.

ຮິບໂຮມໂດຍ: ສາວບ້ານໂນນ


KPL

ຂ່າວອື່ນໆ

ads
ads

Top