ມຽນມາ ທຳລາຍຢາເສບຕິດ-ສານເຄມີຕັ້ງຕົ້ນ ທີ່ໃຊ້ເຂົ້າໃນການຜະລິດຢາເສບຕິດ

28/06/2024 10:18
Email Print 311
ຂປລ ຄະນະ ກຳມະການ ສູນກາງ ການຄວບຄຸມ ຢາເສບຕິດ ມຽນມາ ໄດ້ທຳລາຍ ຢາເສບຕິດ ແລະ ສານເຄມີ ຕັ້ງຕົ້ນ ທີ່ໃຊ້ເຂົ້າ ໃນການຜະລິດ ຢາເສບຕິດ ເປັນຈຳນວນ ຫລວງຫລາຍ ຢູ່ນະຄອນຢາງກຸ້ງ, ນະຄອນ ມາດາໄລ, ລັດສານ ແລະ ແຫ່ງຕ່າງໆ ຂອງມຽນມາ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ຄະນະ ກຳມະການ ສູນກາງ ການຄວບຄຸມ ຢາເສບຕິດ ມຽນມາ ໄດ້ທຳລາຍ ຢາເສບຕິດ ແລະ ສານເຄມີ ຕັ້ງຕົ້ນ ທີ່ໃຊ້ເຂົ້າ ໃນການຜະລິດ ຢາເສບຕິດ ເປັນຈຳນວນ ຫລວງຫລາຍ ຢູ່ນະຄອນຢາງກຸ້ງ, ນະຄອນ ມາດາໄລ, ລັດສານ ແລະ ແຫ່ງຕ່າງໆ ຂອງມຽນມາ.ພາຍຫລັງ ໜ່ວຍງານ ຂໍ້ມູນຂ່າວສານ ຂອງຄະນະ ກຳມະການ ການບໍລິຫານງານ ແຫ່ງຊາດ ມຽນມາ ແຈ້ງໃຫ້ຮູ້ວ່າ: ມີຜູ້ເຂົ້າຮ່ວມ ກິດຈະກຳ ທຳລາຍ ຢາເສບຕິດ ທີ່ຈັດຂຶ້ນຢູ່ 20 ກວ່າເມືອງຂອງ 6 ແຂວງ ຫລື ລັດ ຂອງມຽນມາ ຫລາຍກວ່າ  3.000 ຄົນ ໂດຍໄດ້ປາບປາມ ຢາຝິ່ນ 1,36 ໂຕນ, ເຮໂຣອິນ 2,17 ໂຕນ, ຢາມ້າ 23,39 ໂຕນ ແລະ ອື່ນໆ. ສຳລັບ ການປາບປາມ ຢາເສບຕິດ  ແລະ ສານເຄມີ ຕັ້ງຕົ້ນ ທີ່ໃຊ້ເຂົ້າ ໃນການຜະລິດ ຢາເສບຕິດ ຈຳນວນ 77 ຊະນິດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top