ອະດີດນາຍົກລັດຖະມົນຕີ ເນັ້ນການນໍາ ເມືອງວຽງທອງ ຂຸດຄົ້ນທ່າແຮງບົ່ມຊ້ອນຂອງເມືອງ

13/06/2024 10:09
Email Print 459
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ ​ເຄື່ອນ​ໄຫວພົບປະໂອ້ລົມ ພະນັກງານຫລັກແຫລ່ງນຳພາ-ຄຸ້ມຄອງ ເມືອງວຽງທອງ ​ໃນ​ວັນ​ທີ 12 ມິຖຸນາ 2024 ນີ້, ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີ ​ໄດ້​ໃຫ້​ທິດ​ຊີ້​ນໍາ​ຫລາຍ​ວຽກ​ຈຸດ​ສຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງໃຫ້ໄດ້ຮັບຜົນດີ




ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ ​ເຄື່ອນ​ໄຫວພົບປະໂອ້ລົມ ພະນັກງານຫລັກແຫລ່ງນຳພາ-ຄຸ້ມຄອງ ເມືອງວຽງທອງ ​ໃນ​ວັນ​ທີ 12 ມິຖຸນາ 2024 ນີ້, ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີ ​ໄດ້​ໃຫ້​ທິດ​ຊີ້​ນໍາ​ຫລາຍ​ວຽກ​ຈຸດ​ສຸມ
ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງໃຫ້ໄດ້ຮັບຜົນດີ ເປັນຕົ້ນ ຂຸດຄົ້ນທ່າແຮງຊັບພະຍາກອນ ທີ່ບົ່ມຊ້ອນຂອງເມືອງ, ເປີດກວ້າງການລົງທຶນ ດ້ານອຸດສາຫະກໍາ ແລະ ການບໍລິການ, ການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຫັນເອົາການຜະລິດກະສິກຳ-ອຸດສາຫະກຳເປັນສິນ ຄ້າດ້ວຍການຍົກສູງປະສິດທິພາບ ນຳໃຊ້ດ້ານເຕັກນິກ-ວິທະຍາສາດ, ພັດທະນາພື້ນຖານໂຄງລ່າງ ດ້ວຍ ແຫລ່ງທຶນງົບປະມານແຫ່ງລັດ, ສິນເຊື່ອທະນາຄານ, ທຶນຂອງປະຊາຊົນ, ສ້າງຕັ້ງ-ຄຸ້ມ​ຄອງກອງທຶນບ້ານ, ການຊ່ວຍເຫລືອຈາກການ​ຊ່ວຍ​ເຫລືອ ​ເພື່ນການ​ພັດທະນາ(ODA) ແລະ ການລົງທຶນຈາກຕ່າງປະເທດ. ຄຽງຄູ່ກັນັ້ນ, ຈະຕ້ອງໄດ້ປັບປຸງກົງຈັກການເມືອງ, ການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງ ໄດ້ຕາມແນວ ທາງຂອງພັກ.

         

ໂອກາດ​ນີ້, ທ່ານ ຄຳມອນ ໄຊພູມມີ ເຈົ້າເມືອງວຽງທອງ ໄດ້ລາຍງານກ່ຽວ​ກັບ​ສະພາບ ເສດຖະກິດ-ສັງຄົມເມືອງໄລຍະຜ່ານມາ, ເມືອງວຽງທອງ ປະກອບ ມີ 6 ກຸ່ມບ້ານພັດທະນາ, ມີ 34 ບ້ານ, ມີ 7.103 ຄົວເຮືອນ,  ມີ​ພົນລະ​ເມືອງ​ທັງໝົດ 39.131 ຄົນ, ຍິງ 18.186 ຄົນ, ຄຸ້ມຄອງການລົງທຶນຂອງລັດ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເສດຖະກິດຂະຫຍາຍຕົວສະເລ່ຍ 9,56%  ຕໍ່ປີ, ທຽບໃສ່ແຜນ 5  ປີ ແມ່ນ 5,85%,. ​ໄລຍະ 5 ເດືອນຕົ້ນປີ 2024 ເກັບລາຍຮັບໄດ້ 4,1  ຕື້ກວ່າກີບ ເທົາກັບ 75,97%, ລາຍຮັບສະເລ່ຍຕໍ່ຫົວຄົນເທົ່າກັບ 19 ລ້ານກວ່າກີບ/ຄົນ ຫລື​ ​ເທົ່າ​ກັບ 967,86 ໂດລາສະຫະລັດ, ສ້າງບ້ານ ສາທາລະນະສຸກແບບຢ່າງໄດ້ 34 ບ້ານ ​ເທົ່າ​ກັບ 100%, ສ້າງບ້ານວັດທະນະທໍາໄດ້ 97% (ຍັງ 1 ບ້ານ), ດໍາເນີນກອງປະຊຸມໃຫຍ່ໜ່ວຍພັກ ສໍາເລັດ 85 ຮາກຖານພັກ, ຍັງບໍ່ທັນສໍາເລັດ 10 ຮາກຖານພັກ, ມີ 3 ຄະນະພັກຮາກຖານ ແລະ 7 ໜ່ວຍພັກ. ປັດຈຸບັນ, ມີບ້ານພົ້ນທຸກແລ້ວ25 ບ້ານ ​ເທົ່າ​ກັບ 73,5%, ບ້ານທຸກຍາກ 9 ບ້ານ ​ເທົ່າ​ກັບ 26,5%, ມີຄອບຄົວພົ້ນທຸກກວມເອົາ 92,2%(ຍັງທຸກຍາກ 417 ຄອບຄົວ), ບ້ານພົ້ນທຸກກວມເອົາ 73,52% (ຍັງ 9 ບ້ານ) ຍັງເປັນເມືອງທຸກຍາກ ປະເມີນຕາມດໍາລັດ 348.

ໂອກາດດຽວ​ກັນ​ນີ້, ທ່ານ ບົວສອນ ບຸຜາວັນ ຍັງໄດ້ມອບຄອມພິວເຕີໂນດບຸກ ຈຳນວນ 5 ເຄື່ອງ,ເຄື່ອງນຸງຫົ່ມ 2 ເປົາ ແລະ ອຸປະກອນກິລາ-ອຸປະກອນການສຶກສາ ມອບໃຫ້ເມືອງວຽງ​ທອງ ຕື່ມອີກ.

 

ຂ່າວ-ພາບ: ສາຍສະໝອນ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top