ສສຊ ແຂວງໄຊຍະບູລີ ຕັ້ງໜ້າປັບປຸງຊີວິດການເປັນຢູ່ປະຊາຊົນ

13/06/2024 09:48
Email Print 430
ຂປລ ທຸກສິ່ງທຸກຢ່າງ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເປັນຜູ້ແທນຂອງປະຊາຊົນຕ້ອງຊ່ວຍເຫລືອປະຊາຊົນທີ່ເຂົາເຈົ້າຂາດເຂີນ, ສະເໜີບັນຫາຕ່າງໆ ຕ້ອງເອົາໃຈໃສ່ແກ້ໄຂ.

    *ທຸກສິ່ງທຸກຢ່າງ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເປັນຜູ້ແທນຂອງປະຊາຊົນຕ້ອງຊ່ວຍເຫລືອປະຊາຊົນທີ່ເຂົາເຈົ້າຂາດເຂີນ, ສະເໜີບັນຫາຕ່າງໆຕ້ອງເອົາໃຈໃສ່ແກ້ໄຂ. ເຖິງແກ້ໄຂບໍ່ໄດ້ທຸກດ້ານ ຫລື 100%, ແຕ່ກໍໃຫ້ໄດ້ຈັກເຄິ່ງໜຶ່ງຂອງບັນຫາທີ່ປະຊາຊົນສະເໜີ. ຢ່າງໃດກໍດີຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ເຊິ່ງຍາມໃດກໍເປັນຫ່ວງຕໍ່ການດຳລົງຊີວິດຂອງປະຊາຊົນເຂດຕົນ ໂດຍໄດ້ຕັ້ງໜ້າລະດົມທຶນຮ່ອນພັດທະນາພື້ນຖານໂຄງລ່າງທີ່ຕິດພັນກັບການດຳລົງຊີວິດປະຈຳວັນ. ພົ້ນເດັ່ນເມ່ືອທ້າຍປີຜ່ານມານີ້ ສາມາດລະທຶນຊ່ວຍສ້າງລະບົບນ້ຳລິນໃຫ້ປະຊາຊົນບ້ານປາກລອງ ເມືອງໄຊ ສະຖານ ເຮັດໃຫ້ບ້ານດັ່ງກ່າວມີການພັດທະນາໄປອີກບາດກ້າວໜຶ່ງ ທັງຫລຸດຜ່ອນການແບກຫາບນ້ຳຄືເມື່ອກ່ອນໂດຍສິ້ນເຊີງ.

    ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ວ່າ: ໃນໄລຍະຜ່ານມາຄະນະ ສສຊ ເຂດເລືອກຕັ້ງຕົນ ໄດ້ເອົາໃຈໃສ່ເຄື່ອນໄຫວພົບປະປະຊາຊົນ ແລະ ຜ່ານການເຄື່ອນໄຫວດັ່ງກ່າວ ກໍມີຫລາຍໆບັນຫາທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົາບັນດາເຜົ່າ. ໜຶ່ງໃນຫລາຍຂໍ້ສະເໜີນັ້ນ ຫລັກໆອັນໜຶ່ງກໍແມ່ນລະບົບນ້ຳລິນ, ນ້ຳສະອາດເຊິ່ງມີຫລາຍບ້ານຍັງບ່ໍທັນມີລະບົບນ້ຳລິນ ເພື່ອຊົມໃຊ້ໃນການດຳລົງຊີວິດປະຈຳວັນ.

   ຍ້ອນເຫັນໄດ້ຄວາມຈຳເປັນຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ, ຄະນະ ສສຊ ຕົນກໍບໍ່ໄດ້ປະລະລະເລີຍ ໂດຍໄດ້ຍາດແຍ່ງເອົາທຶນຮອນສຸມໃສ່ກໍ່ສ້າງລະບົນ້ຳລິນໃຫ້ແກ່ເຂົາເຈົ້າ. ເວົ້າລວມ, ເວົ້າສະເພາະບ້ານປາກລອງ ເມືອງ ໄຊສະຖານ ເຊິ່ງເປັນບ້ານໜຶ່ງທີ່ມີຄວາມຫຍຸ້ງຍາກທາງດ້ານນ້ຳຊົມໃຊ້ຫລາຍກວ່າໝູ່ ໂດຍກ່ອນຈະໄດ້ນ້ຳຄຸໜຶ່ງໃຊ້ກໍຕ້ອງໃຊ້ເວລາໄປແບກຫາບຈາກຫ້ວຍຮ່ອງ ແລະ ໄກ ເຊິ່ງການດຳລົງຊີວິດດັ່ງກ່າວ ໄດ້ສ້າງຄວາມລຳບາກໃຫ້ແກ່ປະຊາຊົນບ້ານນີ້ບໍ່ໜ້ອຍ. ແນວໃດກໍດີຄວາມລຳບາກດັ່ງກ່າວ ກໍໄດ້ຮັບການແກ້ໄຂໂດຍສິ້ນເຊີງແລ້ວຫລັງຄະນະ ສສຊ ໄດ້ລະດົມທຶນກໍ່ສ້າງລະບົບນ້ຳມີໄລຍະຄວາມຍາວປະມານ 7 ກິໂລແມັດ ເຂົ້າມາຫາບ້ານປາກລອງ ກໍເຮັດໃຫ້ປະຊາຊົນມີນ້ຳຊົມໃຊ້ຢ່າງສະດວກສະບາຍ ແລະ ຫລຸດຜ່ອນການແບກຫາບຄືເມື່ອກ່ອນທັງປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກປັບປຸງຊີວິດການ ເປັນຢູ່ດີຂຶ້ນ ແລະ ຊົມໃຊ້ນ້ຳສະອາດຢ່າງທົ່ວເຖິງກັນແລ້ວ.

   ແນວໃດກໍຕາມນອກຈາກທີ່ກ່າວມານັ້ນແລ້ວ, ຄະນະ ສສຊ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຍັງເອົາໄດ້ເອົາໃຈໃສ່ຕິດຕາມກວດກາວຽກງານຕ່າງໆ ໂດຍສະເພາະໄດ້ສົ່ງເສີມທຸກພາກສ່ວນທັງພາກລັດ- ເອກະຊົນລວມເຖິງປະຊາຊົນພ້ອມກັນຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດຢ່າງເປັນຂະບວນຟົດຟື້ນ. ໃນ ນັ້ນ, ສະເພາະວາລະແຫ່ງຊາດວ່າດ້ວຍການຕ້ານຢາເສບຕິດ ກໍໄດ້ເນັ້ນໜັກທັງລະດົມໃຫ້ປະຊາຊົນເອົາໃຈໃສ່ສຶກສາອົບຮົມລູກຫລານບໍ່ໃຫ້ໄປຫຍຸ້ງກ່ຽວສິ່ງເສບຕິດອັນຈະພາໃຫ້ເກີດປະກົດການຫຍໍ້ທໍ້, ສ້າງຄວາມວຸ້ນວາຍໃນສັງຄົມທີ່ແກ້ໄຂບໍ່ມີມື້ສິ້ນສຸດຈັກເທື່ອ. ດັ່ງນັ້ນ, ຮຽກຮ້ອງໃຫ້ຈົ່ງເອົາໃຈໃສ່ທຳການຜະລິດກະສິ ກຳໃຫ້ຫລາຍ ກາຍເປັນສິນຄ້າທີ່ຖືກຕ້ອງຕາມແນວທາງຂອງລັດຖະບານວາງອອກ ແລະ ນຳລາຍຮັບມາປັບປຸງຊີວິດການເປັນຢູ່ດ້ວຍຄວາມປອດໃສຂາວສະອາດ. ທ່ານ ລີເບີ ລີບົວປາວ ກ່າວ. 

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top