ສະຫລອງຄົບຮອບ 30 ປີ ວັນສ້າງຕັ້ງ ກຸ່ມບໍລິສັດດີເອັມ ຈຳກັດ ຜູ້ດຽວ

12/06/2024 14:08
Email Print 764
ຂປລ ຂປລ. ທ້າຍອາທິດຜ່ານມາ, ບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ຈັດງານລ້ຽງສະເຫລີມສະຫລອງ ຄົບຮອບ 30 ປີ ວັນສ້າງຕັ້ງ ກຸ່ມບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງ ແຂວງຄຳມ່ວນ, ມີຄະນະຜູ້ບໍລິຫານ, ພະນັກງານ ແລະ ລູກຄ້າ ຂອງບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ເຂົ້າຮ່ວມ.

ຂປລ.ທ້າຍອາທິດຜ່ານມາ, ບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ຈັດງານລ້ຽງສະເຫລີມສະຫລອງ ຄົບຮອບ 30 ປີ ວັນສ້າງຕັ້ງ ກຸ່ມບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ,ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງ ແຂວງຄຳມ່ວນ, ມີຄະນະຜູ້ບໍລິຫານ, ພະນັກງານ ແລະ ລູກຄ້າ ຂອງບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ດວງມາລາ ມາດມະນີສອນຜູ້ອຳນວຍການ ບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ໄດ້ລາຍງານຜົນການດໍາເນີນທຸລະກິດ ໃນຕະຫລອດ 30 ປີ(1994-2024) ທີ່ຜ່ານມາ ຂອງບໍລິສັດ ດີເອັມ ຈຳກັດ ຜູ້ດຽວໂດຍໄດ້ມີການຈັດຕັ້ງປະຕິບັດ ວຽກງານຫລາຍດ້ານ ທີ່ສະ ແດງໃຫ້ເຫັນເຖິງການເຕີບໃຫຍ່ ຂະຫຍາຍຕົວ ໃນຍຸກການບໍລິຫານໃໝ່, ເປັນບໍລິສັດໜຶ່ງ ທີ່ມີພາ ລະບົດບາດສຳຄັນໃນການບຸກເບີກ ອຸດສາຫະກຳກໍ່ສ້າງ ແລະ ວິສະວະກຳຂອງລາວ ໂດຍສະເພາະໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ໂຄງການກໍ່ສ້າງຕາຝັງກັນເຈື່ອນໃນຂອບເຂດທົ່ວປະເທດ, ໃນປີ 2016 ໄດ້ມີການຂະຫຍາຍຮູບການດໍາເນີນທຸລະກິດ ເປັນຫລາຍສາຂາ ແລະ ຮູບແບບທຸລະກິດອື່ນໆ ເຊັ່ນ:ບໍລິສັດ ດີເອັມ ກໍ່ສ້າງ;ບໍລິສັດ ດີເອັມ ການຄ້າ ( ຕົວແທນຈໍາໜ່ວຍປໍ້າກລູນຟອດໃນລາວ, ຈໍາໜ່າຍປໍ້າ ແລະ ອຸປະກອນ);ບໍລິສັດ ດີເອັມ ສໍາຫລວດ ແລະ ຂຸດຄົ້ນ ຈໍາກັດ ຜູ້ດຽວ;ບໍລິສັດ ດີເອັມ ອະສັງຫາລິມະຊັບ ຈໍາກັດຜູ້ດຽວ (ມາລາ ອາພາດເມັ້ນ);ບໍລິສັດ ດີເອັມ ທີ່ປຶກສາ, ສໍາຫລວດ ແລະ ອອກແບບ ຈໍາກັດ ຜູ້ດຽວ;ບໍລິສັດ ດີເອັມ ເອດອີແຊດ ຈໍກັດ ຜູ້ດຽວ;ບໍລິສັດ ອີເອັມ ຂຸດຄົ້ນ ແລະ ແປຮູບຫີນ ຈໍາກັດ ຜູ້ດຽວ;ບໍລິສັດ ດີເອັມ-ລ໊ອກສເລ່ ຈໍາກັດ;ສວນດວງຕາເວັນ. ຕະຫລອດໄລຍະ 30ປີ, ກຸ່ມບໍລິສັດ ດີເອັມ ຈໍາກັດ ຜູ້ດຽວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຍັ້ງ ຈົນກາຍມາເປັນໜຶ່ງໃນບໍລິສັດ ກໍ່ສ້າງແຖວໜ້າຂອງປະເທດລາວ ແລະ ໄດ້ຮັບການຍອມ ຮັບທັງພາຍໃນ ແລະ ຕ່າງປະເທດ.

ໃນພິທີສະເຫລີມສະຫລອງຄັ້ງນີ້, ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕາງໜ້າໃຫ້ ລັດຖະບານ ມອບຫລຽນໄຊພັດທະນາຊັ້ນ II ໃຫ້ ບໍລິສັດ ດີເອັມ ຈຳກັດ ຜູ້ດຽວ ທີ່ມີຜົນງ່ນໃນການປະກອບສ່ວນ ພັດທະນາ ເສດຖະກິດ-ສັງຄົມ ແຂວງຄຳມ່ວນ ໃນໄລຍະ 5 ປີຜ່ານມາ ເປັນຕົ້ນ ການກໍ່ສ້າງຕະຝັ່ງເຈື່ອນ, ວຽກງານຕ້ານ ແລະ ສະກັກກັ້ນການແພ່ລະບາດຂອງ ພະຍາດໂຄວິດ-19, ຊ່ວຍເຫລືອຜົນກະທົບ ຈາກໄພພິບັດທາງທໍາມະຊາດ ແລະ ງານສຳຄັນທາງພຸດທະສາສະໜາຕ່າງໆ.

ກຸ່ມບໍລິສັດ ດີເອັມ ຈໍາກັດ ຜູ້ດຽວ ພ້ອມທັງຄະນະຜູ້ບໍລິຫານ, ນັກວິຊາການ ແລະ ບຸກຄະລາກອນທຸກໆຄົນ ຈະຮ່ວມກັນ ພັດທະນາ ແລະ ກ້າວໄປສູ່ຄວາມສຳເລັດ ໄປພ້ອມໆກັນ ພາຍໃຕ້ຄຳຂວັນທີ່ວ່າ “ເຮັດວຽກຮ່ວມກັນ, ເຕີບໃຫຍ່ ແລະ ກ້າວໜ້າໄປພ້ອມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ບໍລິສັດ”.
KPL

ຂ່າວອື່ນໆ

ads
ads

Top