6 ເດືອນທ້າຍປີນີ້ ລັດຈະສູ້ຊົນເກັບລາຍຮັບໃຫ້ໄດ້ 26,319 ຕື້ກີບ

11/06/2024 14:59
Email Print 356
ຂປລ ຂປລ. ​ໄລຍະ 6 ເດືອນທ້າຍປີ 2024 ນີ້, ລັດຖະບານ ກໍ​ຄື ກະຊວງ​ການ​ເງິນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ ປະມານ 26,319 ຕື້ກີບ ເທົ່າກັບ 52.47% ຂອງແຜນການປີ ຫລື ເທົ່າກັບ 8.95% ຂອງ GDP. ໃນນີ້, ລາຍຮັບພາຍໃນ ໃຫ້ໄດ້ 23,587 ຕື້ກີບ



ຂປລ. ​ໄລຍະ
6 ເດືອນທ້າຍປີ 2024 ນີ້, ລັດຖະບານ ກໍ​ຄື ກະຊວງ​ການ​ເງິນ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ ປະມານ 26,319 ຕື້ກີບ ເທົ່າກັບ 52.47% ຂອງແຜນການປີ ຫລື ເທົ່າກັບ 8.95% ຂອງ GDP. ໃນນີ້, ລາຍຮັບພາຍໃນ ໃຫ້ໄດ້ 23,587 ຕື້ກີບ, ຄາດຄະເນໝົດປີ ຈະສາມາດຈັດເກັບລາຍຮັບໄດ້ຕາມແຜນ ຫລື ເກີນແຜນທີ່ສະພາແຫ່ງຊາດ ຮັບຮອງ ໂດຍບໍ່ໃຫ້ຫລຸດ 17% ຂອງ GDP;ຄາດຄະເນລາຍຈ່າຍ ໃນ 6 ເດືອນທ້າຍປີ ປະມານ 30,395 ຕື້ກີບ ເທົ່າກັບ 52% ຂອງແຜນການປີ ຫລື ເທົ່າກັບ 10.35% ຂອງ GDP ໂດຍຮັບປະກັນລາຍ ຈ່າຍບຸລິມະສິດຂອງລັດຖະບານ ເປັນຕົ້ນ ເງິນເດືອນ, ເງິນນະໂຍບາຍ, ການຊຳລະໜີ້ສິນຕາມສັນຍາຜູກພັນ ແລະ ຮັບປະກັນລາຍຈ່າຍຮັບໃຊ້ການເຄື່ອນໄຫວຂອງກົງຈັກພັກ-ລັດ ໃຫ້ສາມາດເຄື່ອນໄຫວໄດ້ ເປັນປົກກະຕິ. ຄາດຄະເນແຜນລາຍຈ່າຍໝົດປີ ບໍ່ໃຫ້ເກີນມະຕິທີ່ສະພາແຫ່ງຊາດຮັບຮອງ ຫລື ບໍ່ເກີນ 20% ຂອງ GDP.

  ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນ​ທີ 10 ມິຖຸນາ 2024 ນີ້ວ່າ: ​ເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວ, ກະຊວງການເງິນ ຈະສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການຈຸດສຸມຕົ້ນຕໍ ແລະ ຄາດໝາຍທີ່ໄດ້ກຳນົດ ເພື່ອໃຫ້ສາມາດປະຕິບັດລາຍຮັບ ໃຫ້ໄດ້ຕາມແຜນ ແລະ ເກີນ ແຜນຕາມມະຕິ ຂອງສະພາແຫ່ງຊາດ ຄື ຕິດຕາມປະເມີນ 9 ແຂວງ ທີ່ເຮັດທົດລອງມອບຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ທາງດ້ານງົບປະມານແຫ່ງລັດຕາມທິດ 3 ສ້າງ ເພື່ອກຳນົດຫລັກ ການ, ກົນໄກໃນການຄຸ້ມຄອງ ການຈັດແບ່ງປະເພດລາຍຮັບ ແລະ ການສ້າງແຜນໃນຕໍ່ໜ້າ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມສົມດຸນ, ສຸມໃສ່ລົງເລິກຕິດຕາມ ແລະ ກວດກາການ ມອບພັນທະຂອງຫົວໜ່ວຍທຸລະກິດຂະໝາດໃຫຍ່ທີ່ເປັນທ່າແຮງ ໂດຍໃຫ້ແຈ້ງມອບເປັນປົກກະຕິ, ກວດກາຜູ້ສະໜອງສິນຄ້າ ແລະ ການບໍລິການ ທີ່ຕິດພັນກັບ ຫົວໜ່ວຍທຸລະກິດຂະໜາດໃຫຍ່ດັ່ງກ່າວ, ກວດກາການປະຕິບັດພັນທະຂອງ ບັນດາຜູ້ຮັບເໝົາໂຄງການລົງທຶນຂະໜາາດໃຫ່ຍ ເປັນຕົ້ນ ເຂື່ອນໄຟຟ້າ, ບໍ່ແຮ່, ທາງລົດໄຟ, ທາງດ່ວນ ແລະ ອື່ນໆ, ຄຸ້ມຄອງທຸລະກິດການຂົນສົ່ງ, ການຄ້າທາງດີຈີຕອນ, ການຄ້າຂາຍອອນລາຍ ຈາກນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ເພື່ອຂຶ້ນທະບຽນໃນການປະຕິບັດພັນທະຢ່າງຖືກຕ້ອງ ທີ່ເຫັນວ່າ ລາຍຮັບດັ່ງກ່າວບັນດາປະເທດອ້ອມຂ້າງ ແລະ ພາກພື້ນ ໄດ້ສຸມໃສ່ເກັບລາຍຮັບຈາກການຄ້າ ອອນລາຍຜ່ານມາ ທີ່ເປັນຖານລາຍຮັບກວມອັດຕາສ່ວນສູງສົມຄວນ; ເພີ່ມທະວີການກວດກາ, ຕ້ານ, ສະກັດກັ້ນການລັກລອບໜີພາສີ, ການຄ້າຂາຍເຖື່ອນ; ຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ທີ່ເປັນສະກຸນເງິນຕາຕ່າງປະເທດ ແລະ ຊຳລະຜ່ານລະບົບທະນາຄານ; ສຸມໃສ່ການຈັດຕັ້ງປະຕິ ບັດ ບັນດາລັດຖະບັນຍັດ ເປັນຕົ້ນ ລັດ​ຖະບັນຍັດ 001/ປປທ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ, 002/ປປທ ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ, 003/ປປທ ວ່າດ້ວຍ ການປັບປຸງອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ, 003/ປປທ ວ່າດ້ວຍ ການປັບອາກອນມູນຄ່າເພີ່ມ ກັບມາໃຊ້ອັດຕາເກົ່າ; ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນທີ່ດິນ ສະບັບເລກທີ 35/ສພຊ ປະຈຸບັນ ສາມາດຊໍາລະໄດ້ຜ່ານ 2 ຊ່ອງທາງ ຄື: ຊຳລະຜ່ານແອັບພິເຄຊັນ (Application) ຂອງບັນດາທະນາຄານ ທຸລະກິດ ທີ່ເຊື່ອມຕໍ່ກັບລະບົບ FINLINK ປະຈຸບັນ ມີ 2 ທະນາຄານ ໄດ້ສຸມໃສ່ລົງຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ 896.022 ຕອນ. ໃນນີ້ ຕອນດິນທີ່ສາມາດຄິດໄລ່ອາກອນທີ່ດິນໄດ້ແລ້ວ 21.757 ຕອນ ໃນ 2 ແຂວງ ທົດລອງ (ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ) ແລະ ຍັງສາມາດຊຳລະຜ່ານຫ້ອງການບ້ານ ຕາມກົນໄກທີ່ເຄີຍປະຕິບັດຜ່ານມາ ເພື່ອເປັນພື້ນຖານເອົາຂໍ້ມູນ ເຂົ້າໃນລະບົບສ້າງຄວາມສະດວກ ໃຫ້ແກ່ການຊຳລະຜ່ານ ລະບົບທະນາຄານໃນຕໍ່ໄປ; ສຸມໃສ່ຊຸກຍູ້ ບັນດາຫົວໜ່ວຍທຸລະກິດ ຫັນມາຖືບັນຊີ ແລະ ນໍາໃຊ້ໃບເກັບເງິນ ເພື່ອເປັນພື້ນຖານໃນການເກັບລາຍຮັບ ແລະ ກວດກາ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ມີໃບຢັ້ງຢືນການຖືບັນຊີ ແຕ່ບໍ່ສະຫລຸບບັນຊີ, ບໍ່ນໍາໃຊ້ໃບເກັບເງິນທີ່ຖືກຕ້ອງ ທີ່ໄດ້ກຳນົດຕາມກົດໝາຍ ແລະ ລະບຽບການ.

ພ້ອມນີ້, ຈະໄດ້ສືບຕໍ່ປະຕິບັດ ມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ ແລະ ດຳລັດສະບັບເລກທີ 599/ລບ ໂດຍເລີ່ມຫລຸດຜ່ອນເງິນນະໂຍບາຍນໍ້າມັນລົງ ສໍາລັບການນໍາທີ່ນໍາໃຊ້ ລົດໄຟຟ້າແລ້ວ ໃນຈໍານວນ 183 ຄັນ. ສ່ວນຜູ້ທີ່ຍັງສືບຕໍ່ນໍາໃຊ້ລົດນໍ້າມັນ ແມ່ນໃຫ້ສືບຕໍ່ປະຕິບັດ ຕາມດໍາລັດດັ່ງກ່າວ, ຖ້າຫາກຢຸດຕິການປະຕິບັດເງິນນະໂຍບາຍນໍ້າມັນ ຈະສາມາດປະ ຢັດລາຍຈ່າຍດັ່ງກ່າວໄດ້ ປະມານ 6 ຕື້ກວ່າກີບຕໍ່ປີ, ແລ້ວຫັນມາປະຕິບັດນະໂຍບາຍ ເງິນຄ່າກະແສໄຟຟ້າທົດແທນ ຄາດຄະເນ ປະມານ 1-2 ຕື້ກີບຕໍ່ປີ ແລະ ສ່ວນທີ່ເຫລືອ ສາມາດດັດສົມເພີ່ມເຂົ້າໃນ ລາຍຈ່າຍບໍລິຫານລວມຂອງ ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕົນ; ສຸມໃສ່ປັບປຸງໂຄງສ້າງ ດັດສະນີເງິນເດືອນ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ໂດຍສົມທົບກັບກະຊວງພາຍໃນ ແລະ ພາກສ່ວນກ່ຽວຂ້ອງ; ສຸມໃສ່ຄຸ້ມຄອງລວມສູນ ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຜ່ານລະບົບບັນຊີລວມສູນ ຄັງເງິນແຫ່ງຊາດ (TSA) ຢູ່ສໍານັກງານໃຫຍ່ ຂອງບັນດາທະນາຄານທຸລະກິດ ແລະ ລວມສູນຢູ່ ທະນາຄານແຫ່ງ ສປປ ລາວ.

ພາຍ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top