ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ກອງບັນຊາການທະຫານ ແຂວງອັດຕະປື ຈັດກິດຈະກໍາ ສະເຫລີມສະຫລອງ ວັນເດັກນ້ອຍສາກົນຄົບຮອບ 99 ປີ (1/6/1925-1/6/2024)
ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ກອງບັນຊາການທະຫານ ແຂວງອັດຕະປື ຈັດກິດຈະກໍາ ສະເຫລີມສະຫລອງ ວັນເດັກນ້ອຍສາກົນຄົບຮອບ 99 ປີ (1/6/1925-1/6/2024) ຢ່າງເປັນຂະບວນການຟົດຟື້ນ ຖືເປັນວັນບຸນໃຫຍ່ສຳລັບເດັກ ເປັນວັນທີ່ມີຄວາມໝາຍສຳຄັນ ຕິດພັນກັບປະຫວັດສາດຂອງຊາດ ໃນວັນທີ 5 ມິຖຸນາ 2024 ໂດຍການເປັນປະທານຂອງທ່ານ ພັທ ບຸນລຽບ ສີປະເສີດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງອັດຕະປື, ທ່ານ ນາງ ກົງຕາ ໂພສາລາດ ຮອງປະທານສະຫະພັນແມ່ຍິງ ແຂວງອັດຕະປື ພ້ອມດ້ວຍພະແນກການ, ຄອບຄົວການນຳ, ອາວຸໂສບຳນານ, ຜູ້ປົກຄອງ ແລະ ຫລານນ້ອຍ ເຂົ້າຮ່ວມ.
ທ່ານ ພັທ ບຸນລຽບ ສີປະເສີດ ໄດ້ເລົ່າຄືນປະຫວັດຄວາມເປັນມາ ຂອງວັນເດັກນ້ອຍສາກົນ ພ້ອມທັງໂອ້ລົມຕໍ່ພິທີດັ່ງກ່າວ, ເຊິ່ງເດັກນ້ອຍ ແມ່ນຊັບພະຍາກອນມະນຸດ ທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດ ທີ່ບໍ່ສາມາດປະເມີນມູນຄ່າໄດ້, ເປັນຜູ້ສືບທອດພາລະກິດຂອງຊາດ ເປັນຜູ້ສືບສານຮີດຄອງປະເພນີ, ວັດທະນະທຳ ທີ່ບັນພະບູລຸດສ້າງໄວ້ໃຫ້ ເພື່ອເຮັດໃຫ້ປະເທດຊາດ ມີຄວາມຈະເລີນສີວິໄລກ້າວໜ້າຍິ່ງຂຶ້ນ, ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ ຈະກາຍເປັນຜູ້ໃຫຍ່ເປັນຜູ້ສືບທອດທີ່ດີ ໃນອະນາຄົດ.
ການຈັດກິດຈະກຳຄັ້ງນີ້, ກໍເພື່ອປູກຈິດສຳນຶກ ໃຫ້ເດັກນ້ອຍຮູ້ເຖິງປະຫວັດຄວາມເປັນມາ ຂອງວັນເດັກນ້ອຍສາກົນ, ຮູ້ເຖິງສິດທິຂອງຕົນ ເພື່ອໃຫ້ເດັກເປັນຄົນດີ, ຮູ້ຮັກຄອບຄົວ, ໃຫ້ກຽດຄົນອ້ອມຂ້າງທຸກພາກສ່ວນໃນສັງຄົມ ຕະຫລອດຮອດຜູ້ປົກຄອງ ແລະ ຄອບຄົວຂອງເດັກ ຈົ່ງພ້ອມກັນເອົາໃຈໃສ່ ໃຫ້ການສະໜັບສະໜູນອູ້ມຊູ, ປົກປ້ອງດູແລເດັກ ຈາກໄພອັນຕະລາຍຕ່າງໆ ໃຫ້ຄວາມອົບອຸ່ນເບິ່ງແຍງເດັກຢ່າງໃກ້ຊິດ, ຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວ ໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບ ພ້ອມທັງອຳນວຍຄວາມສະດວກ ໃຫ້ເດັກໄດ້ຮັບການສຶກສາ ເພື່ອໃຫ້ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນທີ່ດີຂອງຄູ-ອາຈານ, ເປັນຜູ້ສືບທອດທີ່ດີຂອງຊາດ ດັ່ງຄໍາເວົ້າທີ່ວ່າ "ເດັກໃນວັນນີ້ຄືຜູ້ໃຫຍ່ໃນວັນໜ້າ".
ຂ່າວ: ຕິ໋ມພອນ
KPL