ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 6

05/06/2024 20:42
Email Print 1561
ຂປລ ຂປລ. ວັນທີ 5 ມິຖຸນາ 2024 ນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການ ຜູ້ຕາງໜ້າຖາ ວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມ ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາ ຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR)-6/2024 CPR Meeting)

ຂປລ. ວັນທີ 5 ມິຖຸນາ 2024 ນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການ ຜູ້ຕາງໜ້າຖາ ວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມ ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາ ຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR)-6/2024 CPR Meeting) ມີບັນດາຜູ້ຕາງໜ້າຖາວອນ ປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າ ຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ, ປັບປຸງການເປັນປະເທດປະສານງານຂອງອາຊຽນ ກັບບັນດາ ອົງການຈັດຕັ້ງພາກພື້ນ ທີ່ກ່ຽວຂ້ອງ ແລະ ປັບປຸງແຜນວຽກປະຈໍາປີ ຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາ ອາຊຽນ, ລວມທັງການກະກຽມໃຫ້ແກ່ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນເດືອນມິຖຸນາ 2024.

ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຫລື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍ ຫລັງກົດບັດອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມ ທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາ ຊຽນ ລວມມີ: ສະໜັບສະໜູນວຽກງານ ຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາ ອົງກອນລັດຖະມົນຕີ ຂະແຫນງການຂອງອາຊຽນ; ປະສານງານກັບບັນດາ ກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີ ຂະແໜງການຂອງອາຊຽນ; ປະສານງານ ກັບເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບທຸກວຽກງານທີ່ກ່ຽວຂ້ອງ; ອຳນວຍຄວາມສະດວກ ໃນການຮ່ວມມືຂອງອາຊຽນກັບພາຍນອກ ແລະ ປະຕິບັດໜ້າທີ່ອື່ນໆ ທີ່ອາດຈະກຳນົດໂດຍສະພາປະສານງານອາຊຽນ.
KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top