ຂປລ
ປະຊາຊົນ ຂອງ ສາມໝູ່ບ້ານ ໃນລັດສານ ທາງພາກ ຕາເວັນອອກ ຂອງ ປະເທດ ຈະສາມາດ ເຂົ້າເຖິງ ນໍ້າສະອາດ ພຽງພໍ ກັບ ຄວາມຕ້ອງການ ຫລັງຈາກ ໂຄງການ ເຂົ້າເຖິງນໍ້າ ທີ່ໄດ້ຮັບທຶນ ສະໜັບສະໜູນ ຈາກ ກອບຄວາມຮ່ວມມື ລ້ານຊ້າງ-ແມ່ນໍ້າຂອງ(LMC) ກໍ່ສ້າງສຳເລັດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ວັນທີ 21 ພືດສະພາ, ທ່ານ ໂສທັນ ຮອງອະທິບໍດີ ປະຈຳກະຊວງ ສະຫະກອນ ແລະ ການພັດທະນາ ຊົນນະບົດ ຂອງ ມຽນມາ ເປີດເຜີຍວ່າ: ປະຊາຊົນ ຂອງ ສາມໝູ່ບ້ານ ໃນລັດສານ ທາງພາກ ຕາເວັນອອກ ຂອງ ປະເທດ ຈະສາມາດ ເຂົ້າເຖິງ ນໍ້າສະອາດ ພຽງພໍ ກັບ ຄວາມຕ້ອງການ ຫລັງຈາກ ໂຄງການ ເຂົ້າເຖິງນໍ້າ ທີ່ໄດ້ຮັບທຶນ ສະໜັບສະໜູນ ຈາກກອບຄວາມຮ່ວມມື ລ້ານຊ້າງ-ແມ່ນໍ້າຂອງ(LMC) ກໍ່ສ້າງສຳເລັດ.
ບົດລາຍງານ ລະບຸວ່າ ໂຄງການນີ້ ໄດ້ສະໜັບ ສະໜູນ ຈາກ ກອງທຶນ ພິເສດ ປະຈຳປີ 2023 ຂອງກອບຄວາມ ຮ່ວມມື ລ້ານຊ້າງ-ແມ່ນໍ້າຂອງ ໃນໝູ່ບ້ານ 3 ແຫ່ງ ໃນເມືອງ ຢອງຊາເວ, ຢັດຊຸກ ແລະ ເມືອງໂລເຊມ , ໂດຍໂຄງການນີ້ ຈະມີ ປະໂຫຍດ ຕໍ່ໝູ່ບ້ານ ກຸ່ມເປົ້າໝາຍ ແລະ ມີສັກກາຍະພາບ ຂະຫຍາຍ ໄປຍັງ ພື້ນທີ່ອື່ນໆ. ໂຄງການນີ້ ໄດ້ເລີ່ມ ດຳເນີນງານ ເມື່ອເດືອນສິງຫາ ປີ 2023 ແລະ ຈະສຳເລັດ ໃນເດືອນ ມີນາ ປີ 2025, ໂດຍມີເປົ້າໝາຍ ເພື່ອແຈກຢາຍ ນໍ້າດື່ມ ບໍລິສຸດ ໃຫ້ແກ່ ຫລາຍພື້ນທີ່ ທີ່ປະສົບ ບັນຫາ ການຂາດແຄນນໍ້າ./
KPL