ສປປ ລາວ ລິເລີ່ມຫັນປ່ຽນລະບົບອາຫານ ແລະ ການແກ້ໄຂບັນຫາສະພາບອາກາດ

01/07/2025 14:14
Email Print 137
ຂປລ ຂປລ. ເມື່ອບໍ່ດົນມານີ້, ສປປ ລາວ ໄດ້ເປີດແຜນງານຫັນປ່ຽນລະບົບອາຫານ ເຊິ່ງເປັນໂຄງການລິເລີ່ມລະດັບຊາດ ທີ່ເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານ ເຂົ້າກັບການຮັບມືການປ່ຽນແປງ ດິນຟ້າອາກາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນລາວ ຫລາຍລ້ານຄົນທີ່ອາໄສກະສິກໍາ ເປັນອາຊີບ.



ຂປລ. ເມື່ອບໍ່ດົນມານີ້
, ສປປ ລາວ ໄດ້ເປີດແຜນງານຫັນປ່ຽນລະບົບອາຫານ ເຊິ່ງເປັນໂຄງການລິເລີ່ມລະດັບຊາດ ທີ່ເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານ ເຂົ້າກັບການຮັບມືການປ່ຽນແປງດິນຟ້າອາກາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນລາວຫລາຍລ້ານຄົນທີ່ ອາໄສກະສິກໍາ ເປັນອາຊີບ.

ທ່ານ ສະເຕຟານອສ ໂຟຕິໂອ ຜູ້ອໍານວຍການສູນປະສານງານ ລະບົບສະບຽງອາຫານ ຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ: ສປປ ລາວ ໄດ້ລິເລີ່ມການແກ້ໄຂ 2 ສິ່ງທ້າທາຍທີ່ຮີບດ່ວນທີ່ສຸດຂອງໂລກພ້ອມກັນ ໂດຍການເຂົ້າຮ່ວມກັບປະເທດຕ່າງໆ ໃນຖານະຜູ້ລິເລີ່ມໃນແຜນງານ ໃນທົ່ວໂລກນີ້, ສປປ ລາວ ສະແດງໃຫ້ເຫັນວ່າ ວິທີແກ້ໄຂບັນຫາທີ່ທ້າທາຍ ສາມາດເກີດຂຶ້ນໄດ້ຈາກທຸກປະເທດ ທີ່ມີວິໄສທັດທີ່ກ້າຄິດກ່ຽວກັບອະນາຄົດ. ແຜນງານດັ່ງກ່າວ, ເກີດຂຶ້ນໃນໄລຍະແຫ່ງການຫັນປ່ຽນ ພາຍຫລັງການຮວມຕົວກັນຄັ້ງທຳອິດ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມຂອງ ສປປ ລາວ ເຊິ່ງສ້າງໂອກາດ ສໍາລັບການປະສານງານ ການດໍາເນີນງານທີ່ເປັນປະໂຫຍດ ຕໍ່ຊາວກະສິກອນ ແລະ ໃນທົ່ວໂລກ.

ທ່ານ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ແຜນງານຫັນປ່ຽນລະບົບອາຫານ ສ້າງຂຶ້ນເພື່ອຮັບປະກັນ ໃຫ້ຊາວກະສິກອນ ສາມາດຫາລ້ຽງຄອບຄົວໄດ້ ພ້ອມກັນກັບການປົກປັກຮັກສາທີ່ດິນ ທີ່ເປັນແຫລ່ງລ້ຽງຊີບຂອງພວກເຮົາ. ໃນວາລະແຫ່ງຊາດ ສໍາລັບປີ 2025-2030 ຈະນໍາເອົາການປ່ຽນແປງຕົວຈິງຈາກລາຍໄດ້, ໂພຊະນາການ ແລະ ຄວາມທົນທານຕໍ່ຊຸມຊົນ ໃນຊົນນະບົດໃນທົ່ວທຸກແຂວງ. ເຊິ່ງແຜນງານດັ່ງກ່າວ, ຈະເພີ່ມລາຍໄດ້ຂອງຄົວເຮືອນຊາວກະສິກອນ ໂດຍຜ່ານວຽກກະສິກໍາ ທີ່ເປັນມິດກັບ ສະພາບອາກາດ ແລະ ການເຂົ້າເຖິງຕະຫລາດທີ່ດີຂຶ້ນ;  ຫລຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍ ໂດຍການເສີມສ້າງລະບົບສະບຽງອາຫານ ທີ່ຄໍານຶງເຖິງໂພຊະນາການ; ນໍາເອົາເນື້ອທີ່ດິນຫລາຍພັນເຮັກຕາ ມາຢູ່ພາຍໃຕ້ການຄຸ້ມຄອງທີ່ດິນແບບຍືນຍົງ; ສ້າງຄວາມທົນທານ ຕໍ່ສະພາບອາກາດ ໃຫ້ແກ່ຊຸມຊົນໃນຊົນນະບົດທີ່ດ້ອຍໂອກາດ.



ທ່ານ ບັກໂຮເດຍ ເບີຄະນອ໋ຟ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ໄດ້ກ່າວວ່າ: ແຜນການດັ່ງກ່າວ
, ໄດ້ຮວມເອົາວິທີການທີ່ທັນສະໄໝ ເຂົ້າກັບການເຄົາລົບວິທີການກະສິກໍາແບບດັ້ງເດີມ ເປັນຕົ້ນແມ່ນນະວັດຕະກຳດ້ານດີຈິຕອນ ທີ່ເຊື່ອມໂຍງກັບກະສິກອນ ໂດຍກົງກັບຕະຫລາດ; ເຕັກນິກກະສິກໍາທີ່ເປັນມິດກັບສະພາບອາກາດ ທີ່ເພີ່ມຜົນຜະລິດ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ; ນະວັດຕະກຳກົນໄກການເງິນ ທີ່ເຮັດໃຫ້ກະສິກໍາແບບຍືນຍົງ ກະສິກອນສາມາດເຂົ້າເຖິງໄດ້; ເຄືອຂ່າຍການແບ່ງປັນຄວາມຮູ້ ທີ່ເຊື່ອມໂຍງຊາວກະສິກອນລາວ ກັບການຈັດຕັ້ງປະຕິບັດທີ່ດີທີ່ສຸດ ໃນລະດັບພາກພື້ນ ແລະ ສາກົນ.

ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈໍາລາວ ໄດ້ກ່າວວ່າ: ພວກເຮົາບໍ່ພຽງແຕ່ສະໜອງເງິນທຶນເທົ່ານັ້ນ ອົງການຍັງສະໜອງຊ່ຽວຊານດ້ານວິຊາການ, ການສ້າງຂີດຄວາມສາມາດ ແລະ ການເຂົ້າເຖິງເຄືອຂ່າຍ ຄວາມຮູ້ໃນລະດັບສາກົນ ທີ່ຈະຊ່ວຍໃຫ້ຊຸມຊົນລາວສາມາດນໍາພາການຫັນປ່ຽນຂອງຕົນເອງໄດ້.

 ໃນຂະນະທີ່ຜູ້ນໍາທົ່ວໂລກ ກໍາລັງກະກຽມສໍາລັບກອງປະຊຸມສຸດຍອດ ດ້ານສະພາບອາກາດ ແລະ ຄວາມໝັ້ນຄົງ ດ້ານສະບຽງອາຫານ ທີ່ສໍາຄັນໃນທ້າຍປີນີ້, ແຜນງານການຫັນປ່ຽນລະບົບ ສະບຽງອາຫານຂອງ ສປປ ລາວ ສະແດງຕົວຢ່າງ ຕົວຈິງທີ່ປະຕິບັດໄດ້ ສໍາລັບປະເທດກໍາລັງ ພັດທະນາອື່ນໆ ທີ່ສົນໃຈນໍາໃຊ້ ຫລື ກໍາລັງວາງແຜນທີ່ຈະເຂົ້າຮ່ວມແຜນງານດັ່ງກ່າວ. ວິທີການນີ້ ສະແດງໃຫ້ເຫັນວ່າປະເທດຕ່າງໆ ສາມາດນໍາໃຊ້ຄວາມເຂັ້ມແຂງທີ່ເປັນເອກະລັກຂອງຕົນ ໃນກໍລະນີຂອງ ສປປ ລາວ ກໍຄື ກະສິກໍາພື້ນບ້ານທີ່ອຸດົມສົມບູນ ແລະ ທີ່ຕັ້ງຍຸດທະສາດໃນພາກພື້ນ ເພື່ອສ້າງວິທີແກ້ໄຂທີ່ເໝາະສົມ ກັບສະພາບເງື່ອນໄຂຂອງພວກເຂົາ.

KPL

ຂ່າວອື່ນໆ

ads
ads

Top