* ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະກາດສ້າງຕັ້ງຂອງ ສະຫາຍ ພົນຈັດຕະວາ ຈັນກໍ ພິມມະສອນ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ການສ້າງຕັ້ງກອງພັນໃຫຍ່ 641 ເປັນການສືບທອດພາລະກິດປະຕິວັດ ແລະ ມູນເຊື້ອການຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະຊົນ, ກອງພັນນ້ອຍ 602 ແລະ ກອງພັນນ້ອຍ 456 ທີ່ໄດ້ມີຜົນງານອັນໃຫຍ່ຫລວງ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ.
ສະຫາຍ ພັນໂທ ອົດສາ ໄຊຍະເສນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ປ້ອງກັນອາກາດ 641 ໃຫ້ຮູ້ວ່າ: ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງກອງພັນໃຫຍ່ 641 ໄດ້ສືບທອດມູນເຊື້ອ ແຕ່ໄລຍະການຕໍ່ສູ້ປົດປ່ອຍຊາດ ນັບແຕ່ປີ 1962 ທີ່ມີຊື່ວ່າ ກອງພັນນ້ອຍ 601 ໄດ້ເຮັດໜ້າທີ່ສູ້ຮົບປະຈຳການ ຢູ່ເຂດທົ່ງໄຫຫີນ, ພູກູດຈອມເຫລັກ ແລະ ເຂດຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໄດ້ຍິງຍົນ RF 101 ຕົກຄາທີ່ 1 ລໍາ ດ້ວຍລູກປືນ 37-1ມມ, 4 ລູກ ເປັນລໍາທໍາອິດ ຢູ່ໃນປະເທດລາວ ແລະ ທົ່ວອິນດູຈີນ ຈາກຜົນງານ ດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດ ໃຫ້ແກ່ກອງພັນນ້ອຍ 601 (ເປັນກອງພັນນ້ອຍ 601 ວິລະຊົນ), ກອງພັນນ້ອຍ 456 ເຮັດໜ້າທີ່ສູ້ຮົບ ປ້ອງກັນຜູ້ນຳຢູ່ທົ່ງນາໄກ ເມືອງວຽງໄຊ ແຂວງຫົວພັນ ບັ້ນຮົບທີ່ດຸເດືອດ, ໄດ້ສູ້ຮົບ 3 ມື້ 3 ຄືນ ( ວັນທີ 4 ຫາ ວັນ 6 ເດືອນມິຖຸນາ ປີ 1965 ) ຈາກຜົນງານດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດ ໃຫ້ແກ່ກອງຮ້ອຍ 27 ກອງພັນນ້ອຍ 456 (ເປັນກອງຮ້ອຍ 27 ວິລະຊົນ), ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ( ວັນທີ 3 ມັງກອນ 1977 ) ກອງຮ້ອຍ 04 ກອງພັນນ້ອຍ 601 ໄດ້ເຄື່ອນທັບເຂົ້າບຸກຕີ ພວກປະຕິການຂວາຈັດ ທີ່ໃຊ້ກຳລັງເກາະຜິດຕາມຊາຍແດນ ແລະ ບຽດຢຶດເກາະ, ດອນ ຕາມແມ່ນໍ້າຂອງທີ່ຂຶ້ນກັບດິນຂອງລາວເຮົາ ຢ່າງບັງອາດເປີດແປນ ເຊິ່ງກົມກອງສາມາດຍາດໄດ້ໄຊຊະນະຢ່າງຈົບງາມ.
ການສ້າງຕັ້ງ ກອງພັນໃຫຍ່ 641 ເປັນເຫດການ, ການເມືອງທີ່ມີຄວາມໝາຍສໍາຄັນໃນ ປະຫວັດສາດຂອງຊາດ ແລະ ຂອງກອງທັບເຮົາ ທີ່ສະແດງໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວ ຂອງເຫລົ່າຮົບປ້ອງກັນອາກາດ ແມ່ນການຕອບສະໜອງ ກັບຄວາມ ຮຽກຮ້ອງຕ້ອງການ ຂອງປະເທດຊາດ ເພື່ອສ້າງກອງທັບ ໃຫ້ກາຍເປັນກຳລັງຫລັກແຫລ່ງ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ໂດຍໄດ້ ຮັບການຊີ້ນໍາຈາກພັກ-ລັດ ໂດຍສະເພາະແມ່ນ ຄະນະພັກກະຊວງ ປ້ອງກັນປະເທດ, ຄະນະພັກ ຄະນະບັນຊາ, ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ແຕ່ລະຮຸ້ນ ໄດ້ເສີມຂະຫຍາຍທາດແທ້ ແລະ ຮັກສາມູນເຊື້ອປະຕິວັດ, ພ້ອມກັນສ້າງ ກອງພັນໃຫຍ່ 641 ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ ການເມືອງຂອງຕົນດ້ວຍ ຜົນສໍາເລັດສູງສົ່ງເປັນກ້າວໆມາ.

ສັງລວມແລ້ວ,ຕະຫລອດໄລຍະ 42 ປີ ທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງນໍາພາແນວຄິດ ເປັນບັນຫາສໍາຄັນ ໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບຂອງຕົນ, ເຮັດໃຫ້ພະນັກງານ- ນັກຮົບມີຄວາມ ຈົງຮັກ ພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ກຳແໜ້ນແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະ ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການເມືອງ ຂອງກອງທັບ, ຂອງກົມກອງ, ຕັ້ງໜ້າຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດທະວິທີ ຍົກລະດັບດ້ານການທະຫານ ໃຫ້ແກ່ ນາຍ ແລະ ພົນທະຫານ ສູງຂຶ້ນເລື້ອຍໆ ພະນັກງານບັນຊາ-ນໍາພາ ແຕ່ລະຂັ້ນ ໃນທົ່ວກອງພັນໃຫຍ່ 641 ສ່ວນຫລາຍແມ່ນໄດ້ຮັບການບຳລຸງກໍ່ສ້າງ ຢູ່ກົມກອງ ແລະ ໄດ້ຮັບການຍົກລະດັບຈາກໂຮງຮຽນ, ວິທະຍາຄານ ທັງພາຍໃນ ແລະ ຕ່າງປະເທດ ມີຫລາຍສະຫາຍ ໄດ້ ຮຽນຈົບຂັ້ນຊັ້ນສູງ, ຂັ້ນປະລິນຍາຕີ, ປະລິນຍາໂທ, ສາມາດສ້າງໄດ້ ນາຍທະຫານໜຸ່ມແໜ້ນ, ມີຄວາມຮູ້ຄວາມສາມາດ, ມີປະສົບການ ໃນຂະບວນວຽກງານຕົວຈິງ ໄດ້ກາຍເປັນພະນັກງານ ສືບທອດປ່ຽນແທນ ແຕ່ລະຮຸ້ນຢ່າງຕໍ່ເນື່ອງ, ຜົນງານການເຄື່ອນໄຫວ ອັນພົ້ນເດັ່ນ ຂອງກອງພັນໃຫຍ່ 641 ຍາດມາໄດ້ ຕະຫລອດໄລຍະ 42 ປີຜ່ານມາ ຈິ່ງໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກລັດຖະບານ ແລະ ກະຊວງປ້ອງກັນປະເທດຄື: ຫລຽນໄຊນາມມະຍົດ ກົມກອງວິລະຊົນແຫ່ງຊາດ ລວມໝູ່ 3 ໜ່ວຍ, ຫລຽນໄຊອິດສະຫລະຊັ້ນ II ລວມໝູ່ ແລະ ບຸກຄົນ 18 ໜ່ວຍ, ຫລຽນໄຊອິດສະຫລະຊັ້ນ III ລວມໝູ່ ແລະ ບຸກຄົນ 29 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ I ລວມໝູ່ ແລະ ບຸກຄົນ 7 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ II ລວມໝູ່ ແລະ ບຸກຄົນ 154 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ III ລວມໝູ່ ແລະ ບຸກຄົນ 590 ໜ່ວຍ, ຫລຽນໄຊແຮງງານຊັ້ນ II ລວມໝູ່ ແລະ ບຸກຄົນ 120 ໜ່ວຍ, ຫລຽນໄຊແຮງງານຊັ້ນ III ລວມໝູ່ ແລະ ບຸກຄົນ 303 ໜ່ວຍ, ຫລຽນກາແຮງງານ ລວມໝູ່ ແລະ ບຸກຄົນ 402 ໜ່ວຍ, ຫລຽນກາລະນຶກ 50 ປີ ບຸກຄົນ 112 ໜ່ວຍ, ຫລຽນກາ ລະນຶກ 60 ປີ ບຸກຄົນ 167 ໜ່ວຍ, ຫລຽນກາລະນຶກ 65 ປີ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ລວມໝູ່ 2 ໜ່ວຍ, ຫລຽນກາລະນຶກ 70 ປີ ບຸກຄົນ 439 ໜ່ວຍ, ຫລຽນກາລະນຶກ 75 ປີ ບຸກຄົນ 360 ໜ່ວຍ, ຫລຽນກາລະນຶກ 60 ປີ ຂອງ ກົມໃຫຍ່ພະລາທິການ ບຸກຄົນ 09 ໜ່ວຍ, ຫລຽນກຽດຕິຄຸນ ບຸກຄົນ 40 ໜ່ວຍ, ໃບຍ້ອງຍໍລັດຖະບານ ລວມໝູ່ ແລະ ບຸກຄົນ 656 ໃບ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ລວມໝູ່ ແລະ ບຸກຄົນ 1.171 ໃບ, ໃບຍ້ອງຍໍກົມໃຫຍ່ການເມືອງ ລວມໝູ່ ແລະ ບຸກຄົນ 1.347 ໃບ.
ສະນັ້ນ, ໃນຕໍ່ໜ້າພະນັກງານ-ນັກຮົບໃນທົ່ວກອງພັນໃຫຍ່ 641 ຈະໄດ້ສືບຕໍ່ຍົກສູງສະຕິລະວັງຕົວ ກຽມພ້ອມທັບມ້າງ ທຸກກົນອຸບາຍເລລ່ຽມ ຂອງສັດຕູທາງໜ້າດິນ ແລະ ນ່ານຟ້າ ນະຄອນຫລວງວຽງຈັນ ພົວພັນສະໜິດຕິດແໜ້ນ ກັບຮາກຖານປະຊາຊົນ ໃນ ຂອບເຂດກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ເອກະລາດ ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ, ສຸມໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີອັນຫັນປ່ຽນຢ່າງຈະແຈ້ງ ແຂ່ງ ຂັນກັນສ້າງກົມກອງ ໃຫ້ເປັນກອງມີລະບຽບວິໄນເຂັ້ມງວດ ຈັດຕັ້ງອົບຮົມຮໍ່າຮຽນ ການເມືອງ-ການທະຫານ, ວິຊາສະເພາະເຕັກນິກ ຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄືຂອງກອງພັນໃຫຍ່ 641 ຍົກລະດັບດ້ານການນໍາພາ-ບັນຊາ ໃຫ້ແກ່ພະນັກງານນໍາພາ-ບັນຊາ ຮັບປະກັນໃຫ້ ມີພະນັກງານສືບທອດ-ປ່ຽນແທນ ຢູ່ແຕ່ລະກົມກອງ ເພີ່ມທະວີຄວາມສະມັກຄີ ລະຫວ່າງ ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່ 641 ກັບກົມກອງເພື່ອນ ໃຫ້ແໜ້ນແຟ້ນກວ່າເກົ່າ ເສີມຂະຫຍາຍການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງພັນ ໃຫຍ່ ກັບອໍານາດການປົກຄອງທ້ອງຖິ່ນ ໃຫ້ໜັກແໜ້ນເຂັ້ມແຂງ ບັນດາກົມກອງ ຕັ້ງທັບຢູ່ບ່ອນໃດ ກໍ່ຕ້ອງເອົາໃຈໃສ່ ເຮັດວຽກງານ ກໍ່ສ້າງຮາກຖານການເມືອງຢູ່ບ່ອນນັ້ນໃຫ້ດີ ເພື່ອເຮັດໃຫ້ສະພາບຢູ່ຂອບເຂດຂອງຕົນ ຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ແຕ່ລະກົມ ກອງຕ້ອງຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານ ເສີມຂະຫຍາຍມູນເຊື້ອ ສ້າງພະລາທິການກັບທີ່, ຄະນະພັກ - ຄະນະບັນຊາ ພະນັກງານ-ນັກຮົບ ທຸກຄົນຕ້ອງເປັນເຈົ້າການ ແລະ ແຂ່ງຂັນກັນ ສ້າງເສດຖະກິດ ແກ້ໄຂຊີ ວິດການເປັນຢູ່ ຂອງກົມກອງລວມໝູ່ໃຫ້ດີຂຶ້ນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນເວລາ, ພະນັກງານ -ນັກຮົບ ຕ້ອງເປັນແບບຢ່າງ ໃນການດຳລົງຊີວິດປອດໃສ, ເຂັ້ມແຂງ ແລະ ຂາວສະອາດ ເພື່ອກຽມພ້ອມເຮັດສໍາເລັດ ໜ້າທີ່ວຽກງານທີ່ພັກ-ລັດ ກໍຄືປະຊາຊົນ ມອບ ໝາຍໃຫ້.
ເນື່ອງໃນໂອກາດວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ, ສະຫາຍ ພັນໂທ ອົດສາ ໄຊຍະເສນໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່ 641 ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນຳພັກ-ລັດ, ການນຳກະຊວງປ້ອງ ກັນປະເທດ, ກໍຄືຄະນະນຳກົມໃຫຍ່ ເສນາທິການກອງທັບ ທີ່ໄດ້ໃຫ້ການໃກ້ຊິດຕິດແທດ, ຊີ້ນຳ-ນຳພາ ເຫລົ່າຮົບປ້ອງກັນອາກາດກໍຄື ກອງພັນໃຫຍ່ 641 ໃຫ້ເຕີບໃຫຍ່ຂະຫຍາຍຕົວຕະຫຼອດມາ, ຂໍອວຍພອນໄຊອັນປະເສີດ ແກ່ການຈັດຕັ້ງການນຳພັກ-ລັດ ແຕ່ລະຂັ້ນ ຈົ່ງມີ ສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນຳ-ນຳພາກອງທັບປະຊາຊົນລາວ ກໍຄືກອງພັນໃຫຍ່ 641 ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ ນຢ່າງບໍຢຸດຢັ້ງ, ອວຍພອນແດ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນທົ່ວກອງພັນໃຫຍ່ 641, ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງກົມກອງ ໂດຍສະເພາະນາມມະຍົດ ກົມກອງວິລະຊົນ ທີ່ກົມກອງສ້າງມາໄດ້ໃຫ້ຄົງຢູ່ຕະຫລອດໄປ.
ໂດຍ: ຄຳໄຕ ຈັນນະຄອນ